ໂດຍ: ສ.ບຸດປະຊາ
    ໃນຖານະທີ່ ສປປ ລາວ ເປັນປະທານອາຊຽນໃນປີ 2024, ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (42nd AMEM)ແລະ ກອງປະຊຸມທີ່ກ່ຽວຂ້ອງຂຶ້ນເມື່ອບໍ່ດົນມານີ້.
    ກອງປະຊຸມ42nd AMEMມີບັນດາປະເທດສະມາຊິກອາຊຽນ (AMS), ປະເທດຄູ່ຮ່ວມຍຸດທະສາດ ແລະ ອົງການຈັດຕັ້ງສາກົນເຂົ້າຮ່ວມ; ກອງປະຊຸມຄັ້ງນີ້, ເປັນວາລະວຽກອັນສຳຄັນ ທີ່ຢັ້ງຢືນເຖິງການເຮັດວຽກຮ່ວມກັນເພື່ອຂັບເຄື່ອນວຽກຕາຂ່າຍໄຟຟ້າອາຊຽນ(APG)ໃນພາກພື້ນໃຫ້ປະກົດຜົນເປັນຈິງ, ພ້ອມທັງສ້າງຕົ້ນແບບແຜນພະລັງງານຂອງອາຊຽນ ທີ່ຈະສາມາດຮັບມືກັບບັນດາສິ່ງທ້າທາຍດ້ານພະລັງງານຂອງພາກພື້ນ ແລະ ທ່າອ່ຽງສຳຄັນຂອງໂລກ.
 ກອງປະຊຸມຄັ້ງນີ້ ໄດ້ເປັນເອກະພາບຮັບຮອງເອົາຖະແຫຼງການຮ່ວມກັນ (JMS)ໂດຍທ່ານ  ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງ ພບ, ປະທານກອງປະຊຸມ 42nd AMEMໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໂດຍໄດ້ຍົກໃຫ້ເຫັນບາງຂໍ້ພົ້ນເດັ່ນທີ່ສະທ້ອນໃຫ້ເຫັນເຖິງຜົນສຳເລັດອັນຈົບງາມ ໃນການເປັນເຈົ້າພາບຈັດກອງປະຊຸມ ແລະ ໝາກຜົນຂອງກອງປະຊຸມ ກໍໄດ້ຍົກສູງບົດບາດຂອງ ສປປ ລາວ ໃນເວທີອາຊຽນ ແລະ ຕໍ່ຄູ່ຮ່ວມພັດທະນາ, ຕໍ່ອົງການຈັດຕັ້ງສາກົນ ໃນການປະກອບສ່ວນສ້າງອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງຂອງອາຊຽນ.
    ດັ່ງທີ່ພວກເຮົາຮູ້, ອາຊຽນກໍາລັງເຮັດວຽກເພື່ອກ້າວໄປສູ່ຄວາມຍືນຍົງ ຜ່ານຂອບໜ້າວຽກທີ່ໄດ້ກໍານົດ ແລະ ຂໍ້ລິເລີ່ມຕ່າງໆ ເຊັ່ນ: ການກຳນົດຍຸດທະສາດຫຼຸດຜ່ອນທາດອາຍກາກບອນ; ກອງປະຊຸມ 42nd AMEM ກໍໄດ້ຖືເປັນແຜນວຽກໜຶ່ງທີ່ສຳຄັນ ແລະ ຕ້ອງຈັດຕັ້ງປະຕິບັັດໃຫ້ສອດຄ່ອງກັບໜ້າວຽກໃນຂະແໜງພະລັງງານ, ເພື່ອສົ່ງເສີມຄວາມເປັນເອກະພາບໃຫ້ການຈັດຕັ້ງປະຕິບັດ ແລະ ມຸ່ງເນັ້ນໄປເຖິງການພັດທະນາພາກພື້ນໃນອະນາຄົດ ໂດຍຈະສອດແຊກແຜນຍຸດທະສາດດັ່ງກ່າວເຂົ້າໃນການຜັນຂະຫຍາຍແຜນການປະຕິບັດການຮ່ວມມືດ້ານພະລັງງານຂອງອາຊຽນ (APAEC) ໄລຍະທີ 2: 2021-2025 ແລະ ການພັດທະນາຈັດຕັ້ງປະຕິບັດ APAEC ພາຍຫຼັງປີ 2025. ຂະນະດຽວກັນ, ເພື່ອໃຫ້ວຽກງານການເຊື່ອມໂຍງ ລະຫວ່າງພາກພື້ນມີຄວາມກ້າວໜ້າ ກອງປະຊຸມກໍໄດ້ເປັນເອກະພາບຖືເອົາວຽກ APG ເປັນຈຸດໃຈກາງ ເພື່ອສ້າງອະນາຄົດດ້ານພະລັງງານທີ່ເຂັ້ມແຂງ ແລະ ຍືນຍົງຂອງອາຊຽນ, ທັງເພື່ອອໍານວຍຄວາມສະດວກໃຫ້ແກ່ການຊື້-ຂາຍພະລັງງານໄຟຟ້າຂ້າມຊາຍແດນແລະ ເພື່ອສະໜັບສະໜູນວິໄສທັດດ້ານພະລັງງານໄລຍະຍາວຂອງພາກພື້ນ; ເພື່ອເຮັດໃຫ້ການສົ່ງໄຟຟ້າ ແລະ ປະຕິບັດວິໄສທັດວຽກAPG, ກອງປະຊຸມໄດ້ຖືສຳຄັນການຍົກລະດັບປັບປຸງລະບົບສາຍສົ່ງຂ້າມຊາຍແດນ ແລະ ການນຳໃຊ້ເຕັກໂນໂລຊີທີ່ກ່ຽວຂ້ອງ ເຊັ່ນ: ການພັດທະນາລະບົບສາຍສົ່ງໃຕ້ທະເລ. ເພື່ອພັດທະນາບັນດາໂຄງການສາຍສົ່ງເຊື່ອມຕໍ່ລະຫວ່າງພາກພື້ນ ທີ່ກ່າວມານັ້ນ ເກີດຜົນ, ກອງປະຊຸມເຫັນໄດ້ຄວາມສຳຄັນ ເຖິງຄວາມຕ້ອງການດ້ານທຶນຮອນໃນການລົງທຶນຢ່າງມະຫາສານເພື່ອໃຫ້ວຽກ APG ມີຄວາມກ້າວໜ້າ. ຕິດພັນກັນນັ້ນ, ໄດ້ຮັບຊາບການລາຍງານກ່ຽວກັບບັນດາຂໍ້ລິເລີ່ມໃນການສະໜັບສະໜູນໂຄງການຫັນປ່ຽນດ້ານພະລັງງານລະດັບປະເທດ ແລະ ພາກພື້ນ, ການອຳນວຍຄວາມສະດວກໃຫ້ແກ່ການເຊື່ອມໂຍງດ້ານພະລັງງານອາຊຽນ, ລວມທັງການຈັດສັນທຶນສະເພາະໃຫ້ແກ່ວຽກງານ APG  ຂອງທະນາຄານພັດທະນາອາຊີ (ADB) ແລະ ທະນາຄານໂລກ. 
ບົດສຶກສາ AEO8 ທີ່ກອງປະຊຸມ 42nd AMEMໄດ້ຮັບຮອງເອົາ, ກໍເປັນການຍົກສູງບົດບາດຂອງ ສປປ ລາວ ໃນການເປັນເຈົ້າການຮັບຮອງເອກະສານສຳຄັນ ທີ່ເປັນແນວທາງກໍານົດວາງແຜນອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງສໍາລັບພາກພື້ນອາຊຽນ ທ່າມກາງອັດຕາການບໍລິໂພກພະລັງງານທີ່ເພີ່ມຂຶ້ນ ແຕ່ຄວາມໝັ້ນຄົງດ້ານພະລັງງານຍັງຄົງເປັນບັນຫາ ເນື່ອງຈາກຄວາມເຄັ່ງຕຶງທາງພູມສາດການເມືອງ, ຄວາມຜັນຜວນຂອງຕະຫຼາດ ແລະ ການປ່ຽນຜ່ານສູ່ກາກບອນຕໍ່າ ເພື່ອເສີມສ້າງຄວາມຍືດຍຸ່ນດ້ານພະລັງງານອາຊຽນຕ້ອງໃຫ້ຄວາມສຳຄັນກັບການປັບໃຫ້ເໝາະສົມ ແລະ ຫຼຸດການປ່ອຍອາຍກາກບອນໃນພາກສ່ວນພະລັງງານ, ຮັບຮອງການເຂົ້າເຖິງຄວາມສາມາດໃນການຊື້, ປະສິດທິພາບ ແລະ ຄວາມປອດໄພ; ໃນຂະນະດຽວກັນກໍຕ້ອງສະໜັບສະໜູນການເຕີບໂຕທາງເສດຖະກິດ ແລະ ເປົ້າໝາຍດ້ານສະພາບດິນຟ້າອາກາດໂລກອີກດ້ວຍ.
ອາຊຽນກຳລັງປະເຊີນກັບຄວາມທ້າທາຍໃນການສ້າງສົມດຸນ ລະຫວ່າງ ການເຕີບໂຕທາງເສດຖະກິດ ກັບການໃຊ້ພະລັງງານຢ່າງຍືນຍົງ, ປະລິມານການໃຊ້ພະລັງງານຂັ້ນສຸດທ້າຍທັງໝົດ (TFEC)ຍັງຄົງເພີ່ມຂຶ້ນໃນທຸກສະຖານະການ ຊຶ່ງຄາດຄະເນຕາມສະຖານະການພື້ນຖານ (BAS) ຄາດວ່າຄວາມຕ້ອງການຈະເພີ່ມຂຶ້ນ 2.6 ເທົ່າ ຂອງລະດັບປີ 2022 ພາຍໃນປີ 2050 ແລະ ອາດຫຼຸດລົງ 33% ໃນສະຖານະການເປົ້າໝາຍ (ATS)ຜ່ານນະໂຍບາຍລະດັບຊາດ ຕາມສະຖານະການການມຸ່ງສູ່ເປົ້າໝາຍລະດັບພາກພື້ນ (RAS)ແລະ ສະຖານະການຄວາມເປັນກາງຂອງກາກບອນ (CNC) ຊຸກຍູ້ການຫຼຸດການໃຊ້ TFECໃຫ້ຫຼາຍຂຶ້ນ ຊຶ່ງການຫຼຸດລົງນີ້ຕ້ອງອາໄສການປ່ຽນແປງພາກສ່ວນສຳຄັນ ເຊັ່ນ: ພາກການຂົນສົ່ງ ແລະ ທີ່ຢູ່ອາໄສ ຜ່ານປະສິດທິພາບທີ່ສູງຂຶ້ນ ແລະ ການນໍາໃຊ້ລົດໄຟຟ້າ (EV)ແລະ ເຕັກໂນໂລຊີກາກບອນຕໍ່າ ເຊັ່ນ: ໄຮໂດຣເຈນ ມາໃຊ້ຢ່າງແຜ່ຫຼາຍ.ໃນປີ 2022, ອາຊຽນໄດ້ບັນລຸເປົ້າໝາຍໃນການຫຼຸດຄວາມເຂັ້ມຂຸ້ນຂອງພະລັງງານລົງ 24.5% ຈາກລະດັບປີ 2005 ຊຶ່ງສະທ້ອນເຖິງຄວາມກ້າວໜ້າ ແຕ່ຍັງຕໍ່າກວ່າເປົ້າໝາຍຂອງ APAEC ທີ່ຕັ້ງໄວ້ວ່າຈະຫຼຸດ 32% ພາຍໃນປີ 2025; ໃນທໍານອງດຽວກັນ, ສ່ວນແບ່ງຂອງພະລັງງານໝູນວຽນໃນການສະໜອງພະລັງງານຫຼັກທັງໝົດ (TPES) ກໍເພີ່ມຂຶ້ນເຖິງ 15.6% ເຮັດໃຫ້ມີຊ່ອງວ່າງທີ່ສຳຄັນໃນການບັນລຸເປົ້າໝາຍຂອງ APAEC ທີ່ 23% ພາຍໃນປີ 2025. ໃນທາງກົງກັນຂ້າມ, ພະລັງງານໝູນວຽນທີ່ມີກຳລັງການຜະລິດ ຕິດຕັ້ງກໍຢູ່ໃນເກນດີ ໂດຍ ATS ຄາດວ່າພາກພື້ນນີ້ ຈະລື່ນເປົ້າໝາຍ 35% ແລະ ຈະເຖິງລະດັບ 39.6% ພາຍໃນປີ 2025.ບົດສຶກສາAEO8 ເນັ້ນຍໍ້າເຖິງຄວາມຈໍາເປັນໃນການເພີ່ມປະສິດທິພາບການໃຊ້ພະລັງງານ, ການໃຊ້ໄຟຟ້າຫຼາຍຂຶ້ນ ແລະ ເພີ່ມປະສິດທິພາບແຫຼ່ງພະລັງງານໝູນວຽນເພີ່ມຕື່ມເພື່ອປິດຊ່ອງວ່າງດັ່ງກ່າວ.
    ເນື້ອໃນຂ້າງເທິງນັ້ນ, ຍົກໃຫ້ເປັນຜົນຂອງການເປັນເຈົ້າພາບຈັດກອງປະຊຸມ 42nd AMEM ທີ່ມີຜົນສຳເລັດຢ່າງຈົບງາມ ແລະ ໝາກຜົນຂອງກອງປະຊຸມ ກໍໄດ້ຍົກສູງບົດບາດຂອງ ສປປ ລາວ ໃນເວທີອາຊຽນ ແລະ ຕໍ່ຄູ່ຮ່ວມພັດທະນາ, ຕໍ່ອົງການຈັດຕັ້ງສາກົນ ຊຶ່ງສິ່ງດັ່ງກ່າວນີ້ ເປັນການສະທ້ອນໃຫ້ເຫັນຄວາມອາດສາມາດໃນການເປັນປະທານອາຊຽນຂອງ ສປປ ລາວ ທີ່ເປັນເຈົ້າການໃນການປະກອບສ່ວນຢ່າງຕັ້ງໜ້າ ໃນການສ້າງອະນາຄົດດ້ານພະລັງງານທີ່ໝັ້ນຄົງ ແລະ ຍືນຍົງສໍາລັບພາກພື້ນອາຊຽນ ໃນຖານະປະທານອາຊຽນປີ 2024, ຖານະສະມາຊິກອາຊຽນໃນປີຕໍ່ໆໄປ.