ເມື່ອບໍ່ດົນມານີ້, ທີ່ໂຮງໝໍແຂວງຫຼວງພະບາງ ໄດ້ຈັດຊຸດຝຶກອົບຮົມຍົກລະດັບການຜ່າຕັດແກ່ນຕາຂຸ້ນ ດ້ວຍເຕັກນິກບາດແຜນ້ອຍ ເພື່ອຍົກລະດັບປະສິດທິພາບ ດ້ານວິຊາການຕາ ໃຫ້ແພດຊ່ຽວຊານຕາ ແລະ ພະຍາບານຕາ ໃນແຂວງອຸດົມໄຊ, ບໍ່ແກ້ວ, ຫຼວງພະບາງ, ໄຊຍະບູລີ ແລະ ແຂວງວຽງຈັນ, ມີທ່ານ ນາງ ວຽງສາຄອນ ຫຼວງປະດິດ ຮອງກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ມີຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງພະບາງ, ແຂກຖືກເຊີນຈາກສູນກາງ, ມູນນິທິເຟຮດໂຣໂລ ປະຈຳລາວ, ພະນັກງານງານແພດຊ່ຽວຊານຕາ ແລະ ພະຍາບານຕາ ເຂົ້າຮ່ວມ.
 ຊຸດຝຶກອົບຮົມຄັ້ງນີ້, ສຳມະນາກອນຈະໄດ້ຮຽນຮູ້ ທາງພາກທິດສະດີ ແລະ ພາກປະຕິບັດຕົວຈິງກັບຄົນເຈັບ ໃນການກວດ, ບົ່ງມະຕິ, ໃຫ້ຄຳແນະນຳ, ການກະກຽມກ່ອນຜ່າຕັດ, ການດຳເນີນການຜ່າຕັດ ແລະ ການຕິດຕາມຫຼັງຜ່າຕັດ ໂດຍມີຄູຝຶກຈາກຕ່າງປະເທດ ຊຶ່ງມີທີ່ປຶກສາ ແລະ ຜູ້ຊີ້ນຳ ຈາກສູນປິ່ນປົວຮັກສາສຸຂະພາບຕາ. ຈຸດປະສົງຂອງການຝຶກອົບຮົມ ແມ່ນເພື່ອຍົກລະດັບລະດັບຄວາມຮູ້ຂອງແພດຊ່ຽວຊານຕາ ແລະ ພະຍາບານຕາ ຮັບປະກັນດ້ານຄຸນນະພາບໃນການຜ່າຕັດຕາຂຸ້ນດ້ວຍເຕັກນິກບາດແຜນ້ອຍ, ປັບປຸງ ແລະ ພັດທະນາລະບົບມາດຕະຖານການຜ່າຕັດແກ່ນຕາຂຸ້ນ ໃຫ້ມີຄຸນະພາບເພີ່ມຂຶ້ນ. 
(ຂ່າວ: ຈາກແຂວງຫຼວງນໍ້າທາ)