ກອງປະຊຸມສະພາລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 24 ຈັດຂຶ້ນໃນວັນທີ 7 ຕຸລານີ້ ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີບັນດາ ທ່ານລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ, ທ່ານລັດຖະມົນຕີກະຊວງເສດຖະກິດ ຕີມໍແລັດສະເຕ, ພ້ອມດ້ວຍບັນດາທ່ານຫົວໜ້າຄະນະຜູ້ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ເປັນກອງປະຊຸມກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ. ບັນດາຜູ້ແທນກອງປະຊຸມ ໄດ້ພ້ອມກັນສືບຕໍ່ປຶກສາຫາລືກ່ຽວກັບ ສະພາບການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ, ການຈັດຕັ້ງປະຕິບັດບັນດາແຜນວຽກບຸລິມະສິດເສດຖະກິດອາຊຽນ ປີ 2024, ການພັດທະນາເສດຖະກິດແບບຍືນຍົງ ແລະ ການຫັນເປັນດີຈີຕອນໃນອາຊຽນ. ພ້ອມນີ້, ກອງປະຊຸມໄດ້ຮັບຊາບ ແລະ ແລກປ່ຽນທັດສະນະ ກ່ຽວກັບ ການສ້າງແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ ໄລຍະປີ 2026-2030. ນອກຈາກນັ້ນ, ກອງປະຊຸມຍັງໄດ້ພິຈາລະນາ ແລະ ຮັບຮອງເອົາ ບັນດາເອກະສານສໍາຄັນ ຂອງເສົາຄໍ້າເສດຖະກິດ ເພື່ອນໍາສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45.

ທ່ານ ມະໄລທອງ ກົມມະສິດ ມີຄໍາເຫັນກ່າວເປີດກອງປະຊຸມ ວ່າ: ການພົບປະຂອງຜູ້ແທນກອງປະຊຸມຄັ້ງນີ້ ເປັນຄັ້ງທີສາມ ພາຍຫຼັງການພົບປະກັນ ໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ຈັດຂຶ້ນໃນເດືອນກັນຍາ 2024 ຜ່ານມາ. ການພົບປະຄັ້ງນີ້ ສະແດງເຖິງຄວາມໝາຍໝັ້ນ ຂອງສະມາຊິກອາຊຽນ ທີ່ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມເສດຖະກິດອາຊຽນ 2025 ແລະ ວິໄສທັດການສ້າງປະຊາຄົມເສດຖະກິດອາຊຽນຮອດປີ 2045. ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນວ່າ: ທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ສະພາບເສດຖະກິດ ແລະ ການເງິນ ຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປະເຊີນກັບຄວາມບໍ່ໝັ້ນທ່ຽງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ -19, ການປ່ຽນແປງ ຂອງສະພາບດິນຟ້າອາກາດ ແລະ ຄວາມເຄັ່ງຕຶງ ດ້ານພູມສາດການເມືອງ ໃນພາກພື້ນ ແລະ ສາກົນ. ບັນດາເຫດການທີ່ກ່າວມານັ້ນ ໄດ້ສ້າງໂອກາດ ແລະ ສິ່ງທ້າທາຍ ຕໍ່ກັບພາກພື້ນອາຊຽນຂອງພວກເຮົາ ຊຶ່ງສະແດງອອກໂຕເລກການຂະຫຍາຍຕົວທາງດ້ານເສດຖະກິດ ຂອງອາຊຽນ ສະເລ່ຍ ແມ່ນ 4.1% ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນເປັນ 4.6% ໃນປີ 2024. ການລົງທຶນໃນອາຊຽນ ໄດ້ເພີ່ມຂຶ້ນ 0.3% ຈາກ 229 ຕື້ໂດລາ ໃນປີ 2022 ມາເປັນ 230 ຕື້ໂດລາ ໃນປີ 2023. ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນ ໄດ້ຫຼຸດລົງ 1.2% ຈາກ 3,846 ຕື້ໂດລາ ໃນປີ 2022 ມາເປັນ 3,525 ຕື້ໂດລາ ໃນປີ 2023 ແລະ ຄາດວ່າ ຈະເພີ່ມຂຶ້ນມາເປັນ 3,617 ຕື້ໂດລາ ໃນປີ 2024.

(ຂ່າວ: ແສງຈັນ)