ທ້າຍອາທິດຜ່ານມານີ້ ທີ່ຫ້ອງວ່າການແຂວງເຊກອງ, ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ ໄດ້ປະດັບຫຼຽນກາພັດທະນາ ໃຫ້ບໍລິສັດ ຖ່ານຫີນລະມາມມາຍນິງ ຈໍາກັດ ແລະ ບໍລິສັດ ຫຸ້ນສ່ວນຫວຽດເຟືອງ ຈໍາກັດ ທີ່ໄດ້ປະກອບສ່ວນທຶນຮອນ ລວມມູນຄ່າທັງໝົດ 1.25 ຕື້ກີບ ເຂົ້າໃນບັ້ນ ສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ (14 ເມສາ 1984-14 ເມສາ 2024), ທັງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການສ້າງສາພັດທະນາປະເທດຊາດ ກໍຄືແຂວງເຊກອງ.
ໃນໂອກາດດັ່ງກ່າວ, ທ່ານ ເຫຼັກໄຫຼ ສີວິໄລ ກໍໄດ້ສະແດງຄວາມຂອບໃຈ ມາຍັງສອງບໍລິສັດ ທີ່ໄດ້ນຳເອົາທຶນຮອນມາປະກອບສ່ວນຊຸກຍູ້, ຊ່ວຍເຫຼືອໃນໂອກາດວັນສຳຄັນ, ຊຶ່ງທາງແຂວງກໍໄດ້ນຳໄປໝູນໃຊ້ເຂົ້າໃນກິດຈະກຳຕ່າງໆໃນງານສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ໃນຕົ້ນເດືອນເມສາຜ່ານມາ ຢ່າງມີປະສິດທິພາບ, ປະສິດທິຜົນ, ມີບັນຍາກາດຄຶກຄື້ນ ແລະ ມີຜົນສຳເລັດອັນຈົບງາມ.
(ຂ່າວ-ພາບ: ສັນຍາ)