ໃນວັນທີ 8 ຕຸລານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍກັບ ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໃນໂອກາດເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ບັນດາກອງປະຊຸມປິ່ນອ້ອມທີ່ກ່ຽວຂ້ອງອື່ນໆ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 8-11 ຕຸລາ 2024.

ໃນໂອກາດດັ່ງກ່າວ, ສະຫາຍ ນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ທົບທວນຄືນການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນໄລຍະຜ່ານມາ ພ້ອມທັງໄດ້ຮ່ວມກັນປຶກສາຫາລືທິດທາງໃນການເສີມຂະຫຍາຍການຮ່ວມມືໃນຕໍ່ໜ້າ. ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ທີ່ນັບມື້ນັບຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໃນທຸກຂົງເຂດວຽກງານ ຊຶ່ງເຫັນໄດ້ຈາກການແລກປ່ຽນການຢ້ຽມຢາມ ແລະ ພົບປະຂອງການນໍາຂັ້ນສູງຂອງສອງປະເທດຢ່າງເປັນປົກກະຕິ, ຫຼ້າສຸດ ສອງເລຂາທິການໃຫຍ່ ປະທານປະເທດລາວ-ຫວຽດນາມ ກໍໄດ້ພົບປະກັນໃນໄລຍະເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະເທດທີ່ນໍາໃຊ້ພາສາຝຣັ່ງຢູ່ນະຄອນຫຼວງປາຣີ ໃນວັນທີ 5 ຕຸລາ 2024 ທີ່ຜ່ານມາ, ຊຶ່ງເປັນການສະແດງເຖິງຄວາມມີຊີວິດຊີວາຂອງສາຍພົວພັນພິເສດຂອງສອງປະເທດທີ່ມີໜຶ່ງບໍ່ມີສອງໃນໂລກນີ້. ພ້ອມກັນນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບນໍາກັນ ໃນການສືບຕໍ່ຊີ້ນໍາບັນດາກະຊວງ ແລະ ຂະແໜງການທີ່ກ່ຽວຂ້ອງຂອງສອງປະເທດໃຫ້ປະສານສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດຕັ້ງຜັນຂະຫຍາຍຜົນການຢ້ຽມຢາມລັດຖະກິດຢູ່ ສສ ຫວຽດນາມຂອງສະຫາຍເລຂາທິການໃຫຍ່ ປະທານປະເທດ ທອງລຸນ ສີສຸລິດ ແລະ ຜົນການພົບປະສອງກົມການເມືອງໃນລະຫວ່າງວັນທີ 10-13 ກັນຍາ 2024 ຜ່ານມາ, ໂດຍສະເພາະບັນດາບຸລິມະສິດຕົ້ນຕໍທີ່ສອງຝ່າຍໄດ້ເປັນເອກະພາບກັນ ເປັນຕົ້ນແມ່ນການເຊື່ອມຈອດພື້ນຖານເສດຖະກິດສອງປະເທດລາວ-ຫວຽດນາມ ແລະ ພື້ນຖານເສດຖະກິດສາມປະເທດລາວ-ຫວຽດນາມ-ກໍາປູເຈຍ ໂດຍສະເພາະແມ່ນການເຊື່ອມໂຍງພື້ນຖານໂຄງລ່າງທາງດ້ານຄົມມະນາຄົມ, ລະບົບລະບຽບ, ການເງິນ, ດ້ານພະລັງງານ, ການທ່ອງທ່ຽວ, ການຄ້າ-ການລົງທຶນ ແລະ ດ້ານອື່ນໆ.

ໃນໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຕະຫຼອດມາ ກໍຄືການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ນີ້ ລວມທັງການຊ່ວຍເຫຼືອບັນເທົາທຸກຕໍ່ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ ຢູ່ ສປປ ລາວ.

ໃນຂະນະດຽວກັນ, ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການເປັນເຈົ້າພາບ ແລະ ປະທານອາຊຽນປີ 2024 ຂອງ ສປປ ລາວ ພ້ອມທັງໄດ້ອວຍພອນໃຫ້ການເປັນປະທານອາຊຽນຄັ້ງນີ້ປະສົບຜົນສໍາເລັດຢ່າງຈົບງາມ.

ຂ່າວ: ພູວັນ, ພາບ: ສຳນານ