ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນວັນທີ 8 ຕຸລາ 2024, ທີ່ ສະພາແຫ່ງຊາດ ສປປ ລາວ, ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 44, 45 ແລະ ກອງປະຊຸມສຸດຍອດອື່ນໆທີ່ກ່ຽວຂ້ອງ ທີ່ ສປປ ລາວ.
ໃນໂອກາດນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຢ່າງຈິງໃຈທີ່ ທ່ານ ນາງ ແພທອງທານ ຊິນນະວັດ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ຄົນທີ 31 ພ້ອມທັງໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີແຕ່ດົນນານ ບົນພື້ນຖານການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດລາວ-ໄທ ໃຫ້ສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ທັງເປັນການສະໜັບສະໜູນ ສປປ ລາວ ແລະ ສະພາແຫ່ງຊາດລາວ ເຮັດສໍາເລັດພັນທະສາກົນ ໃນການເປັນປະທານອາຊຽນ ກໍຄືເປັນເຈົ້າພາບຈັດກອງປະຊຸມໃຫຍ່ສະມັດຊາລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ທີ່ຈະມີຂຶ້ນໃນໄວໆນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ໄດ້ຝາກຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ໄມຕີຈິດມິດຕະພາບຜ່ານ ທ່ານ ນາງ ແພທອງທານ ຊິນນະວັດ ໄປຍັງທ່ານ ວັນມູຮໍາມັດ ນໍມະທາ ປະທານສະພາຜູ້ແທນຣາດຊະດອນ ແຫ່ງ ຣາຊະອານາຈັກໄທ.
ໃນການພົບປະສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ກໍຄືການພົວພັນຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ລັດຖະສະພາໄທໄດ້ຮັບການພັດທະນາ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງຕະຫຼອດໄລຍະຜ່ານມາ ຈົນໄດ້ຮັບການຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມຍຸດທະສາດ ເພື່ອຄວາມຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນປີ 2022 ຜ່ານມາ. ສອງຝ່າຍ ຍັງໄດ້ສະແດງຄວາມປີຕິຍິນດີທີ່ເຫັນວ່າ ການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມື ລະຫວ່າງສະພາແຫ່ງຊາດລາວ ແລະ ລັດຖະສະພາໄທ ຊຶ່ງເປັນສະບັບທໍາອິດ ທີ່ໄດ້ລົງນາມຮ່ວມກັນໃນເດືອນຕຸລາ 2022 ຜ່ານມາ ໄດ້ມີໝາກຜົນສໍາເລັດອັນຈົບງາມ ເປັນຕົ້ນສອງຝ່າຍໄດ້ແລກປ່ຽນການຢ້ຽມຢາມຂອງຄະນະຜູ້ແທນຂັ້ນຕ່າງໆ, ແລກປ່ຽນບົດຮຽນ, ປະສົບການ ແລະ ຂໍ້ມູນຂ່າວສານ ໃນການຈັດຕັ້ງປະຕິບັດພາລະບົດບາດອົງການນິຕິບັນຍັດ ເປັນແຕ່ລະໄລຍະ, ຮ່ວມມື ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນ ໃນເວທີລັດຖະສະພາພາກພື້ນ ແລະ ສາກົນ ເປັນຕົ້ນ AIPA, IPU, APPF ແລະ ອື່ນໆ.
ໂອກາດນີ້, ທ່ານ ນາງ ແພທອງທານ ຊິນນະວັດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແຈ້ງໃຫ້ຊາບຜົນເລັດຂອງການພົບປະຢ່າງເປັນທາງການກັບທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ການລົງນາມເອກະສານຮ່ວມມືຫຼາຍສະບັບຂອງສອງລັດຖະບານໄທ-ລາວ ຊຶ່ງເປັນການສະແດງເຖິງຄວາມມຸ່ງມາດປາດຖະໜາ ຂອງລັດຖະບານສອງປະເທດ ທີ່ມີຄວາມໝາຍໝັ້ນໃນການສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມືທາງດ້ານເສດຖະກິດ, ການເຊື່ອມໂຍງ-ເຊີື່ອມຈອດ, ການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ການຮ່ວມມືເພື່ອການພັດທະນາ ແລະ ການສະໜັບສະໜູນຊຶ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ ພ້ອມທັງໄດ້ສະແດງຄວາມຍິນດີຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ໂດຍສະເພາະການຮ່ວມມືຂອງສອງອົງການນິຕິບັນຍັດລາວ-ໄທ ໃຫ້ໄດ້ຮັບໝາກຜົນ ແລະ ກ້າວເຂົ້າສູ່ລວງເລິກຍິ່ງໆຂຶ້ນ.
ຂ່າວ: ວັນເພັງ, ພາບ: ສຸກສະຫວັນ