ກອງປະຊຸມໃຫຍ່ໜ່ວຍຊາວໜຸ່ມໂຮງໝໍແຂວງໄຊຍະບູລີ ຄັ້ງທີ II ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 9 ຕຸລານີ້ ຢູ່ທີ່ຫ້ອງປະຊຸມໂຮງໝໍແຂວງ ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ອິນທະສະ ໝອນ ພົງສາ ຄະນະຊາວໜຸ່ມຮາກຖານພະແນກສາທາລະນະສຸກແຂວງ ເລຂາໜ່ວຍຊາວໜຸ່ມໂຮງໝໍແຂວງ, ມີສະຫາຍ ຄຸນສະຫວັດ ເສນາພັນ ຄະນະພັກຮາກຖານພະແນກສາທາລະນະສຸກແຂວງ ເລຂາໜ່ວຍພັກໂຮງໝໍແຂວງ, ມີບັນດາແຂກທີ່ຖືກເຊີນ ພ້ອມດ້ວຍສະມາຊິກພາຍໃນໜ່ວຍເຂົ້າຮ່ວມ.
ສະຫາຍ ດຣ ນາງ ອິນທະສະໝອນ ພົງສາ ໄດ້ຜ່ານບົດລາຍງານການເມືອງທັງສອງພາກ ບາງຕອນສະຫາຍໄດ້ກ່າວວ່າ: ໜ່ວຍຊາວໜຸ່ມໂຮງໝໍແຂວງໄຊຍະບູລີ ແມ່ນໜ່ວຍໜຶ່ງທີ່ມີສາຍຕັ້ງຂຶ້ນກັບຮາກຖານຊາວໜຸ່ມປະຊາຊົນປະຕິວັດລາວພະແນກສາທາລະນະສຸກແຂວງ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງໜ່ວຍພັກໂຮງໝໍແຂວງ ເຮັດໜ້າທີ່ເປັນເສນາທິການໃຫ້ຮາກຖານຊາວໜຸ່ມພະແນກສາທາລະນະສຸກແຂວງ ແລະ ຄະນະພັກຮາກຖານ. ມີໜ້າທີ່ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂໍ້ກໍານົດຕ່າງໆ ຂອງຊາວໜຸ່ມວາງອອກໄດ້ສຶກສາອົບຮົມໃຫ້ສະມາຊິກພາຍໃນໜ່ວຍ ເພື່ອໃຫ້ມີຄວາມຮູ້ຄວາມສາມາດ ແລະ ເຊື່ອມຊຶມກໍາແໜ້ນແນວທາງນະໂຍບາຍຂອງພັກ, ຂອງຊາດ ມີແນວຄິດຕັ້ງໜ້າປະຕິບັດວຽກງານວິຊາສະເພາະຕາມການມອບໝາຍ. ຈາກນັ້ນ, ຄະນະໜ່ວຍຊຸດເກົ່າໄດ້ຜ່ານບົດສໍາຫຼວດ ແລະ ກ່າວລາໜ້າທີ່ ປະທານກອງປະຊຸມໄດ້ຜ່ານມາດຖານເງື່ອນໄຂຜູ້ສະໝັກຄະນະໜ່ວຍຊຸດໃໝ່ ຊຶ່ງມີຜູ້ສະໝັກຮັບເລືອກຕັ້ງ 7 ສະຫາຍ ຍິງ 6 ສະຫາຍ ເລືອກເອົາ 5 ສະຫາຍ ກອງປະຊຸມຄັ້ງປະຖົມມະລຶກເຫັນດີເປັນເອກະສັນກັນຮັບຮອງເອົາ ສະຫາຍ ນາງ ອິນທະສະໝອນ ພົງສາ ເປັນເລຂາໜ່ວຍ, ສະຫາຍ ນາງ ພົງສະຫວັດ ພັນທະລັງສີ ເປັນຮອງ ພ້ອມດ້ວຍຄະນະຄົບຊຸດ.
. (ຂ່າວ+ພາບ: ຄໍາໝັ້ນ)