ໃນວັນທີ 10 ຕຸລາ 2024 ນີ້, ບັນດາພັນລະຍາຂອງຜູ້ນຳອາຊຽນ ແລະ ຜູ້ນໍາປະເທດອື່ນໆ ທີ່ເດີນ ທາງເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມທີ່ກ່ຽວຂ້ອງ ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ໄດ້ລົງຢ້ຽມຊົມຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ, ຫໍວາງສະແດງສິນສາຍໄໝ ແລະ ຜ້າແພພື້ນເມືອງຂອງຄົນລາວບັນດາເຜົ່າ ຢູ່ນະຄອນຫຼວງວຽງຈັນ, ນໍາພາຄະນະໂດຍ ທ່ານ ນາງ ວັນດາລາ ສີພັນດອນ ພັນລະຍາ ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.
ການລົງຢ້ຽມຊົມ ຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ໂດຍໄດ້ຮັບການຕ້ອນຮັບຂອງ ທ່ານ ພິຊິດ ໄຊຍະທິດ ຜູ້ອຳນວຍການຫໍພິພິທະພັນວຽງຈັນ ສິລະປະຮ່ວມສະໄໝ ເຊິ່ງຫໍພິພິທະພັນແຫ່ງນີ້, ເປັນແຫລ່ງທ່ອງທ່ຽວທາງດ້ານວັດທະນະທຳຂອງນະຄອນຫຼວງວຽງຈັນ, ເປັນບ່ອນເຕົ້າໂຮມສິລະປະການແກະສະຫຼັກ, ຮູບຄວັດໄມ້ ທີ່ໄດ້ມາຈາກທົ່ວປະເທດ ການຄວັດ ແລະ ແກະສະຫຼັກແມ່ນເປັນສີມືຂອງຄົນລາວ. ນອກນີ້, ຍັງໄດ້ນຳເອົາຜົນງານຂອງຕ່າງປະເທດ ມາສະແດງ ຕື່ມອີກ.
ຈາກນັ້ນ, ກໍໄດ້ໄປຢ້ຽມຊົມຫໍວາງສະແດງສິນສາຍໄໝ ຢູ່ບ້ານຊຽງຍືນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ນາງ ຈັນນະພາ ວົງສະໝໍລະພູມ ປະທານບໍລິສັດ CNP ສຳຫຼວດ ແລະ ຂຸດຄົ້ນບໍ່ແຮ່, ເປັນອີກສະຖານໜຶ່ງ ທີ່ສູນກາງສະຫະພັນແມ່ຍິງລາວ ໄດ້ສ້າງຕັ້ງຂຶ້ນ ເພື່ອສົ່ງເສີມ ແລະ ປົກປັກຮັກສາມູນເຊື້ອດ້ານຫັດຖະກຳຕ່ຳຫູກ ທໍໄໝ ຂອງແມ່ຍິງລາວ ທີ່ຮູ້ປູກມອນ, ລ້ຽງມ້ອນ ຜະລິດເສັ້ນໄໝຍ້ອມສີ ແລະ ຕໍ່າເປັນລວດລາຍຫຼາກຫຼາຍມາ ຢ່າງໜ້ອຍໄດ້ 5.000 ປີແລ້ວ. ດັ່ງນັ້ນ, ປີ 1992 ສູນກາງສະຫະພັນແມ່ຍິງລາວ ຈຶ່ງໄດ້ດຳເນີນໂຄງການອະນຸລັກ ແລະ ສົ່ງເສີມສິນສາຍໄໝ ເພື່ອສົ່ງເສີມ ແລະ ຟື້ນຟູການລ້ຽງມ້ອນສາວໄໝ, ອາຊີບຕ່ຳຫູກທໍໄໝ ແລະ ຫັດຖະກຳອື່ນໆ ຂອງແມ່ຍິງລາວ, ທັງເປັນບ່ອນສະສົມຜ້າອາພອນທີ່ມີດອກດວງລວດລາຍອັນປານີດ ທີ່ໄດ້ມາຈາກສີໄມ້ລາຍມືອັນເປັນເອກະລັກຂອງແມ່ຍິງລາວບັນດາເຜົ່າ. ຫຼັງຈາກນັ້ນ, ກໍໄດ້ໄປຢ້ຽມຊົມງານວາງສະແດງຜ້າແພພື້ນເມືອງລາວ ຢູ່ເຮືອນຮັບແຂກຫໍຄຳ ຕື່ມອີກ.
ພາບ: ທະນູທອງ