ກອງປະຊຸມສຸດຍອດອາຊຽນ-ອົສຕຣາລີ ຄັ້ງທີ 4 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ, ທ່ານ ແອນໂຕນີ ອານບານີຊີ ນາຍົກ ລັດຖະມົນຕີ ແຫ່ງ ອົສຕຣາລີ ແລະ ນາຍົກລັດຖະມົນຕີ ແຫ່ງ ຕີມໍແລັສເຕເຂົ້າຮ່ວມໃນນາມຜູ້ສັງເກດການ.
ກອງປະຊຸມໄດ້ແລກປ່ຽນຄໍາຄິດຄໍາເຫັນກ່ຽວກັບການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ. ກອງປະຊຸມໄດ້ສະແດງຄວາມຍິນດີຕໍ່ຜົນສໍາເລັດອັນຈົບງາມຂອງກອງປະຊຸມສຸດຍອດສະໄໝພິເສດເພື່ອສະເຫຼີມສະຫຼອງຄົບຮອບ 50 ປີ ການພົົວພັນອາຊຽນ-ອົສຕຣາລີ ທີ່ໄດ້ຈັດຂຶ້ນໃນວັນທີ 4-6 ມີນາ 2024 ທີ່ ເມວເບີນ ອົສຕຣາລີ ໂດຍການເປັນປະທານຮ່ວມຂອງທ່ານນາຍົກລັດຖະມົນຕີແຫ່ງ ສປປ ລາວ ໃນນາມປະທານອາຊຽນ ແລະ ປະເທດປະສານງານການພົວພັນຮ່ວມມືອາຊຽນ-ອົສຕຣາລີ ສົກປີ 2021-2024 ແລະ ທ່ານນາຍົກລັດຖະມົນຕີແຫ່ງອົສຕຣາລີ.
ສໍາລັບທິດທາງໃນຕໍ່ໜ້າ, ກອງປະຊຸມໄດ້ຊຸກຍູ້ໃຫ້ສອງຝ່າຍສືບຕໍ່ເພີ່ມທະວີຄວາມພະຍາຍາມໃນການຮັດແໜ້ນການຮ່ວມມືໂດຍຜ່ານການຈັດຕັ້ງປະຕິບັດບັນດາເອກະສານຜົນກອງປະຊຸມ ແລະ ຂໍ້ລິເລີ່ມຕ່າງໆ ທີ່ໄດ້ປະກາດໃນກອງປະຊຸມສຸດຍອດສະໄໝພິເສດດັ່ງກ່າວ ລວມທັງແຜນປະຕິບັດງານ (2025-2029) ແນໃສ່ເພື່ອຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ອົສຕຣາລີ.
ອົສຕຣາລີ ເປັນຄູ່ເຈລະຈາທີ່ຍາວນານ ແລະ ສໍາຄັນຂອງອາຊຽນ ທີ່ໄດ້ສ້າງຕັ້ງສາຍພົວພັນກັບອາຊຽນໃນປີ 1974 ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດໃນປີ 2014 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານໃນປີ 2021.
ຂໍ້ມູນ: ກະຊວງການຕ່າງປະເທດ, ພາບ: ຕຸໄລເພັດ