ກອງປະຊຸມສຸດຍອດອາຊຽນ-ຍີ່ປຸ່ນ ຄັ້ງທີ 27 ໄດ້ຈັດຂຶ້ນໃນວັນທີ 10 ຕຸລານີ້ ທີ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາຜູ້ນໍາອາຊຽນ ແລະ ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ແຫ່ງ ຍີ່ປຸ່ນ, ມີນາຍົກລັດຖະມົນຕີ ຕີມໍແລັສເຕ ເຂົ້າຮ່ວມໃນນາມຜູ້ສັງເກດການ.
ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ໄດ້ກໍານົດທິດທາງການຮ່ວມມືໃນຕໍ່ໜ້າ ແນໃສ່ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຍີ່ປຸ່ນ ເພື່ອຮັບປະກັນຜົນປະໂຫຍດລວມຂອງປະຊາຊົນໃນອາຊຽນ, ຍີ່ປຸ່ນ ແລະ ໃນໂລກ. ສອງຝ່າຍ ໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ໃນຕະຫຼອດໄລຍະ 50 ປີຜ່ານມາ ທີ່ກວມເອົາສາມເສົາຄໍ້າປະຊາຄົມອາຊຽນ ກໍຄື ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ. ນອກຈາກນີ້, ກອງປະຊຸມໄດ້ສະແດງຄວາມຊົມເຊີຍຕໍ່ກັບຜົນສໍາເລັດອັນຈົບງາມໃນການຈັດກອງປະຊຸມສຸດຍອດເພື່ອສະເຫຼີມສະຫຼອງການພົວພັນຮ່ວມມື ອາຊຽນ-ຍີ່ປຸ່ນ ຄົບຮອບ 50 ປີ ແຫ່ງມິດຕະພາບ ແລະ ການຮ່ວມມື ໃນປີ 2023 ທີ່ຜ່ານມາ.
ສໍາລັບທິດທາງການຮ່ວມມືຶໃນຕໍ່ໜ້າ, ກອງປະຊຸມ ໄດ້ເຫັນດີໃຫ້ສືບຕໍ່ຈັດຕັ້ງປະຕິບັດ ຖະແຫຼງການຮ່ວມວິໄສທັດຜູ້ນໍາ ອາຊຽນ-ຍີ່ປຸ່ນ ແລະ ແຜນການຈັດຕັ້ງປະຕິບັດຖະແຫຼງການຮ່ວມວິໄສທັດຜູ້ນໍາອາຊຽນ-ຍີ່ປຸ່ນ ວ່າດ້ວຍມິດຕະພາບ ແລະ ການຮ່ວມມື. ກອງປະຊຸມ ໄດ້ຊົມເຊີຍ ການປະກອບສ່ວນອັນສໍາຄັນຂອງ ຍີ່ປຸ່ນ ເຂົ້າໃນຂະບວນການສ້າງປະຊາຄົມອາຊຽນ ຜ່ານກອງທຶນການເຊື່ອມໂຍງອາຊຽນ-ຍີ່ປຸ່ນ. ພ້ອມດຽວກັນນັ້ນ, ສອງຝ່າຍ ຍັງໄດ້ເຫັນດີີສືບຕໍ່ຮັດແໜ້ນການຮ່ວມມື ໃນຂົງເຂດທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ ເປັນຕົ້ນແມ່ນ ດ້ານເສດຖະກິດ, ການຫັນເປັນດິຈິຕອນ, ພະລັງງານ, ນະວັດຕະກໍາປັນຍາປະດິດ, ການແລກປ່ຽນທາງດ້ານວັດທະນະທໍາ-ສັງຄົມ ແລະ ການພັດທະນາແບບຍືນຍົງ.
ຍີ່ປຸ່ນ ເປັນຄູ່ເຈລະຈາທີ່ຍາວນານ ແລະ ສໍາຄັນຂອງອາຊຽນ; ອາຊຽນ ແລະ ຍີ່ປຸ່ນ ໄດ້ສ້າງຕັ້ງການພົວພັນໃນປີ 1973, ໄດ້ຖືກຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2011 ແລະ ເປັນຄູ່ຮ່ວມຍຸດທະສາດຮອບດ້ານ ໃນປີ 2023.
(ພາບ+ຂ່າວ: ສຸກສະຫວັນ)