ຂ່າວຕ່າງປະເທດລາຍງານ ໃນວັນທີ 20 ຕຸລາ ຜ່ານມາວ່າ: ຂະແໜງອຸດສາຫະກຳການຜະລິດຂອງມຽນມາດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນໄລຍະເຄິ່ງປີທຳອິດຂອງປີງົບປະມານ 2024-2025 ສູງເຖິງ 81.7 ລ້ານໂດລາ.
ຄະນະກຳມະການການລົງທຶນ ແລະ ການບໍລິຫານບໍລິສັດຂອງມຽນມາລະບຸວ່າ: ການລົງທຶນໂດຍກົງຈາກຕ່າງປະເທດສ່ວນໃຫຍ່ມາຈາກກຸ່ມບໍລິສັດຈີນ ແລະກຸ່ມຜູ້ປະກອບທຸລະກິດ ການຜະລິດທີ່ຕ້ອງການກໍາລັງແຮງງານຈຳນວນຫຼາຍມີສ່ວນສໍາຄັນຕໍ່ການສ້າງໂອກາດມີວຽກເຮັດງານທຳຂອງທ້ອງຖິ່ນ.
ທັງນີ້, ຂະແໜງອຸດສາຫະກຳການຜະລິດມຽນມາ ເນັ້ນການຜະລິດເຄື່ອງນຸ່ງຫົ່ມ ແລະ ແຜ່ນແພ ດ້ວຍການຕັດຫຍິບ, ການຜະລິດ ແລະ ການຫຸ້ມຫໍ່ ຊຶ່ງມີສ່ວນສົ່ງເສີມລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງປະເທດມຽນມາໃນລະດັບໜຶ່ງ.