ໂດຍ ພັດ ລໍວັນໄຊ
ຖະໜົນຫົນທາງດີຄືປັດໄຈທີ່ຊ່ວຍສ້າງຮັ່ງຄູນມີໃຫ້ຊາດ ແລະ ປະຊາຊົນ, ບົ່ງບອກເຖິງຄວາມສີວິໄລ. ດັ່ງທີ່ເຮົາຮູ້ນຳກັນແລ້ວວ່າເສັ້ນທາງນ້ອຍ-ໃຫຍ່ແມ່ນມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດ ເປັນພື້ນຖານອັນແໜ້ນແກ່ນຍືນຍົງ ໃນການຊຸກຍຸເສດຖະກິດຂອງຊາດ ບ້ານເມືອງເຮົາມີເສັ້ນທາງດີໃນທຸກທ້ອງຖິ່ນເຂດແຂວງຍ່ອມມີຜົນດີໃຫ້ການທຽວໄປມາສະດວກສະບາຍ ແລະ ສະແດງໃຫ້ເຫັນຄວາມຈະເລີນຮັ່ງມີເຂັ້ມແຂງ ຂອງປະເທດຊາດ ກໍຄືປະຊາຊົນ ດັ່ງບ້ານຫ້ວຍແດນເມືອງ ເມືອງໄຊທານີ ນະຄອນຫຼວງວຽງຈັນກໍໄດ້ຮັບການສະໜັບສະໜູນການກໍ່ສ້າງເສັ້ນທາງປູຢາງ ຈາກບໍລິສັດ ມາຢູ່ລວຍ ອະສັງຫາລິມາຊັບຈຳກັດຜູ້ດຽວ.
ທ່ານ ນາງ ເພັງວັນ ບຸນທາວົງ ປະທານ ບໍລິສັດ ມາຢູ່ລວຍ ອະສັງຫາລິມາຊັບ ຈຳກັດຜູ້ດຽວ ໄດ້ໃຫ້ຮູ້ວ່າ: ເສັ້ນທາງບ້ານຫ້ວຍແດນເມືອງເມື່ອ30 ກວ່າປີກ່ອນໜ້ານີ້ ເສັ້ນທາງເປັນທາງຂີ້ຝຸ່ນ, ຂີ້ຕົມ. ການສັນຈອນໄປມາແມ່ນຫຍຸ້ງຍາກລຳບາກຫຼາຍ, ເສັ້ນທາງບ້ານຫ້ວຍແດນເມືອງໃນເມື່ອກ່ອນແມ່ນບໍ່ໄດ້ຮັບການພັດທະນາ ເຮັດປະຊາຊົນບ້ານຫ້ວຍແດນເມືອງໄດ້ຮັບຜົນກະທົບຢ່າງໜັກໜ່ວງເຊັ່ນ: ໃນລະດູແລ້ງ, ຂີ້ຝຸ່ນໄງ່, ລະດູຝົນມີຂີ້ຕົມທາງໝື່ນ, ຂຸມໃຫຍ່ນ້ອຍລຽນໄປຕາມໆກັນກໍ່ໃຫ້ເກີດອຸບັດເຫດຢູ່ເລື້ອຍໆ, ເຮັດໃຫ້ພາຫະນະເປ່ເພ, ຫຼຸ້ຍຫ້ຽນຕະຫຼອດ ນອກຈາກນັ້ນຍັງເສຍສຸຂະພາບ, ເສຍເງິນ, ເສຍເວລານຳອີກ.ເມື່ອເປັນດັ່ງນັ້ນ ທາງບໍລິສັດພວກເຮົາກໍບໍ່ໄດ້ນິ້ງນອນເສີຍ ໃນຕົ້ນປີ2024ທາງບໍລິສັດຂອງພວກເຮົາໄດ້ຊ່ວຍເຫຼືອ ຫຼື ສະໜັບສະໜູນເສັ້ນທາງປູຢາງໃຫ້ແກ່ປະຊາຊົນບ້ານຫ້ວຍແດນເມືອງເມືອງໄຊທານີນະຄອນຫຼວງວຽງຈັນ. ເສັ້ນທາງທີ່ກໍ່ສ້າງແມ່ນເລີ່ມແຕ່ລະຫວ່າງກາງບ້ານໜອງວຽງຄຳມາຈົນຮອດບ້ານຫ້ວຍແດນເມືອງ ໂດຍມີໄລຍະທາງຍາວເຖິງ 2.900 ແມັດ, ກວ້າງ11-12ແມັດ, ລວມມູນຄ່າການກໍ່ສ້າງທັງໝົດ 1,385,000,000 ກີບ.
ທ່ານ ນາງ ເພັງວັນ ບຸນທາວົງ ຍັງໃຫ້ຮູ້ຕື່ມວ່າ: ຈຸດປະສົງໃນການກໍ່ສ້າງເສັ້ນປູຢາງໃຫ້ປະຊາຊົນບ້ານຫ້ວຍແດນເມືອງໃນຄັ້ງນີ້ກໍເພື່ອຢາກພັດທະນາເສັ້ນທາງໃຫ້ປະຊາຊົນຂົງເຂດນີ້ສະດວກໃນການສັນຈອນໄປມາ ແລະເປັນຄວາມຕັ້ງໃຈຂອງຂ້າພະເຈົ້າທີ່ຢາກຊ່ວຍເຫຼືອສັງຄົມຢູ່ແລ້ວ. ປະຊາຊົນບ້ານຫ້ວຍແດນເມືອງກໍດີໃຈທີ່ໄດ້ຮັບເສັ້ນທາງປູຢາງຜ່ານໃຈກາງໝູ່ບ້ານ ຊຶ່ງເປັນໂສມໜ້າໃໝ່ທີ່ໄດ້ຮັບການຊ່ວຍເຫຼືອ ຫຼື ການສະໜັບສະໜູນ ຈາກບໍລິສັດ ຂອງພວກເຮົາໃນຄັ້ງນີ້. ໃນຕອນທ້າຍທ່ານຍັງໄດ້ຝາກປະຊົນຊົນຜູ້ທີ່ລົດ, ໃຊ້ຖະໜົນທາງໃຫ້ຄ່ອຍໄປຄ່ອຍມາເພື່ອໃຫ້ມີຄວາມປອດໄພໃນການສັນຈອນໄປມາ ແລະ ຊ່ວຍກັນກັນບຳລຸງຮັກເສັ້ນທາງໃຫ້ສະອາດງາມຕາ ເພື່ອຄວາມເປັນລະບຽບຮຽບຮ້ອຍ ຂອງບ້ານເມືອງ ກໍຄືປະເທດຊາດມີການພັດທະນາຂຶ້ນໄປເລື້ອຍໆ.