ເນື່ອງໃນໂອກາດ ທີ່ທ່ານ ເລືອງ ຊວນ ຫຼົກ ປະທານສານປະຊາຊົນ ແຂວງບັ໋ກຢາງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ມາເຄື່ອນໄຫວວຽກງານ ຮ່ວມກັບ ສານປະຊາຊົນ ແຂວງໄຊສົມບູນ ສປປ ລາວ. ຄະນະດັ່ງກ່າວ ໄດ້ຖືໂອກາດເຂົ້າພົບ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະ ໃນຕອນເຊົ້າຂອງວັນທີ 22 ຕຸລານີ້ ທີ່ຫ້ອງວ່າການແຂວງ ເພື່ອຢ້ຽມຢາມ ແລະ ລາຍງານຈຸດປະສົງຂອງການມາເຄື່ອນໄຫວເຮັດວຽກຢູ່ແຂວງໄຊສົມບູນ, ພ້ອມທັງຮັບຟັງລາຍງານສະພາບການຂອງແຂວງໂດຍຫຍໍ້ ຈາກທ່ານ ເຈົ້າແຂວງໄຊສົມບູນ. ຈາກນັ້ນ, ຄະນະຜູ້ແທນສານປະຊາຊົນ ແຂວງບັ໋ກຢາງ ແລະ ສານປະຊາຊົນ ແຂວງໄຊສົມບູນ ໄດ້ເຂົ້າຮ່ວມກອງປະຊຸມພົບປະ ແລກປ່ຽນບົດຮຽນ ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງ, ຕາງໜ້າແຂວງໄຊສົມບູນ ເຂົ້າຮ່ວມໂດຍທ່ານ ສົມໝາຍ ບຸດຕະວົງ ປະທານສານປະຊາຊົນແຂວງ ແລະ ແຂວງບັ໋ກຢາງ ເຂົ້າຮ່ວມໂດຍທ່ານ ເລືອງ ຊວນ ຫຼົກ ປະທານສານປະຊາຊົນ ແຂວງບັ໋ກຢາງ ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມ ທັງສອງຝ່າຍໄດ້ພັດປ່ຽນກັນລາຍງານສະພາບການເຄື່ອນໄຫວວຽກງານຂອງຕົນ ເປັນຕົ້ນແມ່ນຂັ້ນຕອນການດຳເນີນຄະດີ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍ ໃນການພິຈາລະນາຕັດສິນຄະດີ ໃຫ້ອີກຝ່າຍໄດ້ຮັບຊາບ. ຈາກນັ້ນ ທັງສອງໄດ້ຍົກເອົາບັນຫາຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຕ່າງໆ ໂດຍສະເພາະແມ່ນ ຂັ້ນຕອນການໄກ່ເກ່ຍ, ການສືບສວນ-ສອບສວນ ແລະ ສັ່ງຟ້ອງ, ການນໍາໃຊ້ເຕັກນິກວິທະຍາສາດ ແລະ ເຄື່ອງມື ຫຼື ອຸປະກອນທີ່ທັນສະໄໝ ເຂົ້າໃນການຕັດສິນຄະດີ ມາແລກປ່ຽນບົດຮຽນ, ປະສົບການ ເພື່ອເປັນຊ່ອງທາງແກ້ໄຂບັນຫາໃນຕໍ່ໜ້າ ໃຫ້ໄດ້ຮັບຜົນດີ. ນອກນີ້ ທາງແຂວງໄຊສົມບູນ ຍັງໄດ້ສະເໜີໃຫ້ແຂວງບັ໋ກຢາງ ຊ່ວຍສະໜອງທຶນໄປຝຶກອົບຮົມໄລຍະສັ້ນ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດດ້ານວິຊາສະເພາະໃຫ້ພະນັກງານຂອງສານປະຊາຊົນແຂວງໄຊສົມບູນ ຕື່ມອີກ.
(ຂ່າວ: ພາພອນ ນະວົງໄຊ)