ໃນວັນທີ 22 ຕຸລານີ້ ທີ່ຫ້ອງຮັບແຂກຫ້ອງວ່າການແຂວງ, ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍຄະນະໄດ້ຕ້ອນຮັບ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ.
ໃນໂອກາດຄັ້ງນີ້, ທ່ານ ເຈົ້າແຂວງໄຊຍະບູລີ ໄດ້ລາຍງານສະພາບຂອງແຂວງວ່າ: ແຂວງໄຊຍະບູລີ ເປັນແຂວງໜຶ່ງໃນຈໍານວນ 8 ແຂວງພາກເໜືອຂອງລາວ ມີເນື້ອທີ່ທັງໝົດ 16,300 ກວ່າກິໂລຕາແມັດ ປະກອບມີ 11 ເມືອງ, ມີ 430 ບ້ານ, ມີ 8 ເຜົ່າຢູ່ຮ່ວມກັນ. ຕະຫຼອດໄລຍະທີ່ຜ່ານມາຄະນະພັກ, ອົງການທຸກຂັ້ນແມ່ນໄດ້ເອົາໃຈໃສ່ໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ໂດຍອີງໃສ່ 3 ທ່າແຮງຕົ້ນຕໍທີ່ເປັນເສົາຄໍ້າເຊັ່ນ: ການຜະລິດກະສິກໍາຮອບດ້ານຕິດພັນກັບການປຸງແຕ່ງ, ອຸດສາຫະກໍາພະລັງງານໄຟຟ້າ ແລະ ການບໍລິການ ການຄ້າຊາຍແດນ. ໃນ 9 ເດືອນຜ່ານມາເສດຖະກິດຂອງແຂວງໄຊຍະບູລີ ໄດ້ຂະຫຍາຍຕົວໃນລະດັບ 3.5% ລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 12.67 ຕື້ກວ່າກີບ ເທົ່າກັບ 80.39% ຂອງແຜນການປີ ສະເລ່ຍໃສ່ຫົວຄົນໄດ້ 29.67 ລ້ານກວ່າກີບ/ຄົນ/ປີ ແລະ ສາມາດຈັດເກັບລາຍຮັບໄດ້ທັງໝົດ 1,852,47 ຕື້ກວ່າກີບ ເທົ່າກັບ 88.54% ຂອງແຜນການປີ. ການຄຸ້ມຄອງລາຍຈ່າຍໄດ້ 496.49 ຕື້ກີບ ເທົ່າກັບ 84.76% ຂອງແຜນການປີ, ມູນຄ່າການນໍາເຂົ້າ-ສົ່ງອອກ ສິນຄ້າໃນໄລຍະ 9 ເດືອນ ຜ່ານມາ ສາມາດສົ່ງອອກສິນຄ້າໄປຕ່າງປະເທດມູນຄ່າ 68.15 ລ້ານໂດລາ, ເທົ່າກັບ 71.52% ແລະ ນໍາເຂົ້າສິນຄ້າທັງໝົດ 3257 ລ້ານໂດລາ ເທົ່າກັບ 57.33% ພ້ອມນີ້ ຂະບວນການຜະລິດກະສິກໍາເປັນສິນຄ້າຂອງປະຊາຊົນບັນດາເຜົ່າເຫັນວ່າເປັນຂະບວນການດີ. ຈາກນັ້ນ ຜູ້ເຂົ້າຮ່ວມກໍໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນເພື່ອໃຫ້ວຽກງານກວດສອບແຫ່ງລັດພາຍໃນແຂວງໄດ້ຮັບການຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດ.
(ຂ່າວ+ພາບ: ຄໍາໝັ້ນ)