​ບໍລິສັດ ເອພີໄອເອັສ ຈໍາກັດຮ່ວມກັບວິທະຍາໄລການເງິນພາກເໜືອແຂວງຫຼວງພະບາງ ໄດ້ຈັດຝຶກອົບຮົມ ການນໍາໃຊ້ໂປຣແກຣມອອກໃບບິນອາກອນມູນຄ່າເພີ່ມ “TAX INVIOCE” ທີ່ລິ້ງກັບລະບົບ (TAXRIS) ແລະ ການນໍາໃຊ້ໂປຣແກຣມບັນຊີສໍາລັບອົງການຈັດຕັ້ງລັດໃຫ້ພະນັກງານຄູ-ອາຈານວິທະຍາໄລການເງິນພາກເໜືອ ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ວິທະຍາໄລດັ່ງກ່າວ ໂດຍການເປັນປະທານຮ່ວມຂອງທ່ານນາງ ວົງພະຈັນ ວົງປະດິດ ຜູ້ອຳ ນວຍການວິທະຍາໄລການເງິນພາກເໜືອ ແລະ ທ່ານ ວົງເດືອນ ອິນປະເສີດ ຮອງປະທານບໍລິສັດເອພີໄອເອັສຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
​​ ທ່ານ ວົງເດືອນ ອິນປະເສີດ ກ່າວວ່າ: ບໍລິສັດ ເອພີໄອເອັສ ຈໍາກັດ ເປັນບໍລິສັດທີ່ພັດທະນາໂປຣແກຣມ ທີ່ທັນສະໄໝ ສະໜອງໃຫ້ແກ່ບັນດາພາກລັດ-ພາກທຸລະກິດໃນຂົງເຂດພາຍໃນປະເທດ, ການຈັດຝຶກອົບຮົມໃນຄັ້ງນີ້ເພື່ອໃຫ້ບັນດາຄູ-ອາຈານ ນໍາເອົາບົດຮຽນໄປຜັນຂະຫຍາຍເຂົ້າໃນການສິດສອນໃຫ້ບັນດານັກສຶກສາ, ເມື່ອນັກ ສຶກສາຈົບໄປແລ້ວໄດ້ເຮັດວຽກຢູ່ໃນຂົງເຂດການເງິນ-ການບັນຊີພາກລັດ, ອົງການຈັດຕັ້ງຂອງລັດ ສາມາດນໍາໃຊ້ໂປຣແກຣມນີ້ເຂົ້າໃນວຽກງານຕົວຈິງໃຫ້ມີຄວາມສະດວກຫຼາຍຂຶ້ນ, ຊຶ່ງ 2 ໂປຣແກຣມນີ້ເປັນລະບົບໂປຣແກຣມທີ່ທັນສະໄໝທີ່ບໍລິສັດ ເອພີໄອເອັສ ຈໍາກັດ ສ້າງຂຶ້ນພາຍໃນປະເທດ ແລະ ເປັນການສົ່ງເສີມໃຫ້ພາກລັດບໍ່ສິ້ນເປືອງໃນການສັ່ງຊື້ລະບົບໂປຣແກຣມຈາກຕ່າງປະເທດ ເພື່ອເປັນການນໍາໃຊ້ຜະລິດຕະພັນພາຍໃນປະເທດ ໂດຍສະເພາະແມ່ນຄົນລາວເປັນຜູ້ພັດທະນາຂຶ້ນເປັນພາສາລາວ, ການນໍາໃຊ້ກໍສະດວກງ່າຍຂຶ້ນສອດຄ່ອງກັບວຽກງານຕົວຈິງໃນສປປ ລາວ.
(ຂ່າວ-ພາບ: ອາ​ນຸ​ສອນ)