ກອງປະຊຸມເຜີຍແຜ່ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກຳລາວ-ຈີນ ໄລຍະ 2024-2028 ຕາມທິດ 4 ດີ ໄດ້ຈັດຂຶ້ນໃນວັນທີ 22 ຕຸລານີ້ ທີ່ຫ້ອງປະຊຸມຂອງຫ້ອງວ່າການແຂວງຜົ້ງສາລີ ໂດຍການເຂົ້າຮ່ວມຂອງທ່ານ ວີສອນ ລາວເມົາ ຮອງເຈົ້າແຂວງຜົ້ງສາລີ ຫົວໜ້າຄະນະຮັບຜິດຊອບຊີ້ນຳຂັ້ນແຂວງ ການຈັດຕັ້ງຜັນຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມສະຕາກຳລາວ-ຈີນ, ມີບັນດາຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ອົງການທຽບເທົ່າ, ຕາງໜ້າ 7 ເມືອງທົ່ວແຂວງເຂົ້າຮ່ວມ.
ໃນກອງປະຊຸມ, ທ່ານ ວີສອນ ລາວເມົາ ໄດ້ເຜີຍແຜ່ແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ລາວ-ຈີນ ລະຫວ່າງ ພັກປະຊາຊົນປະຕິວັດລາວ ກັບ ພັກກອມມູນິດຈີນ (2024-2028). ຈາກນັ້ນ, ກໍໄດ້ເຜີຍແຜ່ມະຕິຕົກລົງຂອງຄະນະປະຈຳພັກແຂວງ ສະບັບເລກທີ 224/ຄພຂ, ລົງວັນ ທີ 21/5/2024 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ກອງເລຂາຊ່ວຍວຽກໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມ ຊາຕາກໍາ ລາວ-ຈີນ ໄລຍະ 2024-2028; ເຜີຍແຜ່ແຜນດໍາເນີນງານຄະນະຮັບຜິດຊອບຊີ້ນໍາ ແລະ ກອງເລຂາຊ່ວຍວຽກ ໃນການຈັດຕັ້ງປະຕິບັດແຜນແມ່ບົດ ວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ- ຈີນ ໄລຍະ 2024-2028; ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຮ່ວມມື ລະຫວ່າງ ແຂວງຜົ້ງສາລີ ແລະ ສປ ຈີນ ໃນໄລຍະ 3 ປີ (2021-2023) ຜ່ານມາ ແລະ ທິດທາງແຜນການ 5 ປີ ໃນຕໍ່ໜ້າ (2024-2028).ເຜີຍແຜ່ແຈ້ງການຂອງຫ້ອງວ່າການນາຍົກລັດຖະມົນຕີ ກ່ຽວກັບການ ອະນຸມັດໄປເຄື່ອນໄຫວວຽກງານຢູ່ຕ່າງປະເທດ, ສະບັບເລກທີ 562/ ຫສນຍ, ລົງວັນທີ 19 ມີນາ 2024 ແລະ ເຜີຍແຜ່ວຽກງານພິທິການທູດ ຕື່ມອີກ.
(ພາບ-ຂ່າວ: ແສງຄຳ ສາລີວັນ)