ເມື່ອບໍ່ດົນມານີ້, ກົມການຄ້າຕ່າງປະເທດ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມເປັນ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ(ກຄອຄຂສ) ຈັດກອງປະຊຸມປຶກສາຫາລື ກ່ຽວກັບການແກ້ໄຂບັນຫາຂອງພາກທຸລະກິດ ທີ່ຕິດພັນກັບການຄ້າ ແລະ ການຂົນສົ່ງ ໂດຍການເປັນປະທານຂອງ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າຫົວໜ້າ ກຄອຄຂສຜູ້ຊີ້ນໍາໜ່ວຍງານອໍານວຍຄວາມສະດວກທາງດ້ານການຄ້າຂັ້ນສູນກາງ (ອນຄສ) ໂດຍມີຜູ້ຕາງໜ້າ ຈາກພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ.
ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ປຶກສາຫາລື, ປະກອບຄໍາເຫັນ ແລະ ຊອກຫາແນວທາງແກ້ໄຂຫຼາຍບັນຫາສຳຄັນ ຄື: ການສະເໜີຂະຫຍາຍເວລາບໍລິການຢູ່ດ່ານ; ການກໍານົດນໍ້າໜັກລົດຂົນສົ່ງ; ໂຄງສ້າງລາຄານໍ້າມັນ ແລະ ການຢອດສານມາເກີ້; ການໃຫ້ສິດທິພິເສດໃນການແລກປ່ຽນເງິນຕາ; ການເກັບຄ່າບໍລິການຢູ່ທ່າບົກວັງເຕົ່າສູງ ແລະ ການເກັບຄ່າບໍລິການທ່າບົກເປັນສະກຸນເງິນຕາ ຊຶ່ງກອງປະຊຸມ ໄດ້ເຫັນດີເປັນເອກະພາບຕໍ່ການລາຍງານບັນຫາ ແລະ ຂໍ້ສະເໜີວິທີການແກ້ໄຂທີ່ໄດ້ປຶກສາຫາລື, ພ້ອມທັງມອບໃຫ້ກອງເລຂາເຮັດເປັນບົດບັນທຶກກອງປະຊຸມ ແລະ ເຮັດບົດລາຍງານຫາຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອຊາບ ແລະ ໃຫ້ທິດຊີ້ນຳ.
ທ່ານ ມະໂນທອງ ວົງໄຊ ໄດ້ກ່າວວ່າ: ການແກ້ໄຂບັນຫາ ແລະ ການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ມີບົດບາດສໍາຄັນ ແລະ ຈໍາເປັນຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະການແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ໜີ້ສິນຂອງປະເທດ ລວມທັງການຫຼຸດຜ່ອນຂັ້ນຂອດ, ເວລາ ແລະ ຕົ້ນທຶນທາງດ້ານການຄ້າ ແລະ ການຂົນສົ່ງໃນການດໍາເນີນທຸລະກິດ ລ້ວນແລ້ວແຕ່ເປັນສິ່ງທີ່ຈໍາເປັນທີ່ຕ້ອງໄດ້ຮັບການແກ້ໄຂ ເພື່ອເພີ່ມຄວາມອາດສາມາດໃນການແຂ່ງຂັນຂອງ ສປປ ລາວ ແນໃສ່ເຮັດໃຫ້ການແກ້ໄຂບັນຫາທາງດ້ານທຸລະກິດຕ່າງໆ ທັນກັບສະພາບການ, ມີຄວາມສະດວກ ແລະ ຄ່ອງຕົວຂຶ້ນກວ່າເກົ່າ.
ແຫຼ່ງຂ່າວ:ຂປລ