ໃນລະຫວ່າງ ວັນທີ 21-22 ຕຸລາ ຜ່ານມາ, ກົມແຜນການ ແລະ ການຮ່ວມມືສາກົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງເຊກອງ ໄດ້ລົງເຄື່ອນໄຫວເກັບກໍາຂໍ້ມູນສະຖິຕິ-ວິໄຈ ການເຂົ້າເຖິງວິທະຍຸ-ໂທລະພາບຢູ່ 8 ບ້ານເປົ້າໝາຍ. ໃນນີ້, ເມືອງລະມາມ 4 ບ້ານ ແລະ ເມືອງທ່າແຕງ 4 ບ້ານ.
ທ່ານ ສຸກສະຫວັນ ສຸລິວົງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງ ຖວທ ກ່າວວ່າ: ການເກັບກໍາຂໍ້ມູນສະຖິຕິ-ວິໄຈການເຂົ້າເຖິງວິທະຍຸ-ໂທລະພາບ ແມ່ນຂໍ້ມູນໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນທີ່ສຸດສຳລັບກະຊວງ ຖວທ ເພື່ອສ້າງແຜນພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ຮັບໃຊ້ໃຫ້ແກ່ການໂຄສະນາເຜີຍແຜ່ແນວທາງຂອງພັກ, ແຜນນະໂຍບາຍ, ລະບຽບກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ຢ່າງກວ້າງຂວາງ ແລະ ທົ່ວເຖິງ.
ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກ ຖວທ ແຂວງ ໄດ້ລາຍງານວ່າ: ແຂວງເຊກອງ ໄດ້ໂທລະໂຄ່ງທີ່ນອນໃນໂຄງການປັບປຸງຂະຫຍາຍໂທລະໂຄ່ງທົ່ວປະເທດ (ໄລຍະ 2) ຕາມການແບ່ງປັນຂອງກະຊວງ ຖວທ ຈໍານວນ 55 ຊຸດ (55 ບ້ານ) ແລະ ແຂວງກໍໄດ້ແບ່ງປັນໃຫ້ຫ້ອງການ ຖທວ ເມືອງ ເພື່ອນໍາໄປຕິດຕັ້ງໃຫ້ບັນດາບ້ານເປົ້າໝາຍ, ມາຮອດປັດຈຸບັນຕິດຕັ້ງສໍາເລັດແລ້ວ 50 ບ້ານ ເທົ່າກັບ 90.91%. ໃນນີ້, ເມືອງລະມາມ 15 ຊຸດ ຕິດຕັ້ງສໍາເລັດ 100%; ເມືອງທ່າແຕງ 7 ຊຸດ ຕິດຕັ້ງສໍາເລັດ 100%; ເມືອງດາກຈຶງ 14 ຊຸດ ຕິດຕັ້ງສໍາເລັດ 100% ແລະ ເມືອງກະລຶມ 19 ຊຸດ ຕິດຕັ້ງສໍາເລັດແລ້ວ 14 ບ້ານ ເທົ່າກັບ 73.68% ແລະ ຍັງບໍ່ທັນສໍາເລັດ 5 ບ້ານ, (ທັງນີ້, ກໍເນື່ອງຈາກວ່າ ເມືອງກະລຶມເປັນເມືອງພູດອຍການໄປ-ມາໃນຊ່ວງລະດູຝົນມີຄວາມຫຍຸ້ງຍາກ ແລະ ງົບປະມານ ຂອງເມືອງທີ່ສະໜອງໃຫ້ວິຊາການລົງຕິດຕັ້ງກໍມີຈໍານວນຈໍາກັດ) ໂດຍລວມແລ້ວມາຮອດປັດຈຸບັນ, ທົ່ວແຂວງມີບ້ານທີ່ມີລະບົບໂທລະໂຄ່ງທັງໝົດ 144 ບ້ານ ກວມເອົາ 71.28% ຂອງຈໍານວນບ້ານທົ່ວແຂວງ.
(ຂ່າວ: ສັນຍາ)