ໂດຍ:ບຸນອູ້ມ
ດ່ານສາກົນບ້ານວັງ ເມືອງໝື່ນ ແຂວງວຽງຈັນ ພາຍຫຼັງເປີດນໍາໃຊ້ຢ່າງເປັນທາງການເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.
ທ່ານ ສອນໄຊ ຫຼວງອາໄພ ເລຂາພັກເມືອງເຈົ້າເມືອງໆໝື່ນ ແຂວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມປະຊາຊົນ ເມື່ອບໍ່ດົນມານີ້ວ່າ: ດ່ານສາກົນບ້ານວັງໃນເມື່ອກ່ອນເປັນດ່ານທ້ອງຖິ່ນມາເປັນເວລາ 20 ກວ່າປີ, ພາຍຫຼັງໄດ້ຮັບການຍົກລະດັບ ແລະ ເປີດນໍາໃຊ້ເປັນດ່ານສາກົນ ຊຶ່ງຈະນໍາເອົາຜົນປະໂຫຍດຫຼາຍຢ່າງມາສູ່ປະຊາຊົນພາຍໃນເມືອງ ແລະ ປະຊາຊົນທີ່ອາໃສຢູ່ເຂດອ້ອມຂ້າງ ເພື່ອສ້າງລາຍຮັບ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າດີຂຶ້ນເທື່ອລະກ້າວເຊັ່ນ: ອຳນວຍຄວາມສະດວກໃນການຂົນສົ່ງສິນຄ້າ, ການບໍລິການອາຫານ, ເຄື່ອງດື່ມ, ການຂາຍເຄື່ອງກະສິກຳ, ການສັນຈອນໄປມາຂອງນັກທ່ອງທ່ຽວທີ່ຈະເຂົ້າ-ອອກຜ່ານດ່ານດັ່ງກ່າວ ເພື່ອຈະໄປທ່ຽວເມືອງເຟືອງ, ວັງວຽງແຂວງວຽງຈັນ ຫຼືໄປທ່ຽວທາງພາກເໜືອຂອງລາວ,ການເດີນທາງແມ່ນມີຄວາມສະດວກ ສະບາຍ ປອດໄພປະຢັດເວລາ.
ທ່ານ ສອນໄຊ ຫຼວງອາໄພກ່າວໃຫ້ຮູ້ຕື່ມວ່າ: ສໍາລັບສິນຄ້າກະສິກຳຈໍານວນໜຶ່ງທາງເມືອງໄດ້ສົ່ງອອກໄປປະເທດເພື່ອນບ້ານ (ໄທ) ເຊັ່ນ: ມັນຕົ້ນ, ແຮ່ບາລິດ, ສິນຄ້າກະສິກຳ ແລະ ສິນຄ້າອື່ນໆ ໄດ້ມີການສົ່ງອອກເປັນປົກກະຕິ. ນອກຈາກນີ້, ການດຳເນີີນເອກະສານຕ່າງໆເຂົ້າ-ອອກຜ່ານດ່ານແມ່ນມີຄວາມສະດວກດີ.
ສຳລັບແຜນພັດທະນາໃນຕໍ່ໜ້າ ທາງເມືອງມີແຜນພັດທະນາແຫຼ່ງທ່ອງທ່ຽວຫຼາຍແຫ່ງຄື: ພັດທະນາຜາຮົ່ມພ້າວ ເປັນຜາທີ່ມີວັດຖຸບູຮານຢູ່ທາງດ້ານໃນ ຊຶ່ງເປັນແຫຼ່ງທ່ອງທ່ຽວແບບທຳມະຊາດ ແລະ ອ່າງນໍ້າຂວາງທີ່ເປັນໜໍ່ແໜງຍັງບໍ່ທັນມີການພັດທະນາເທື່ອ, ນອກຈາກນີ້, ຍັງມີແຫຼ່ງທ່ອງທ່ຽວບ້ານວັດທະນະທຳສາມຊົນເຜົ່າເຊັ່ນ: ຊົນເຜົ່າມົ້ງ, ຊົນເຜົ່າກຶມມຸ ແລະ ຊົນເຜົ່າລາວ ແລະ ຈະມີການພັດທະນາແຄມຂອງເພື່ອເປີດບໍລິການ ຮ້ານກິນດື່ມ, ຮ້ານອາຫານ ແລະ ອື່ນໆອີກເພື່ອສ້າງລາຍຮັບໃຫ້ປະຊາຊົນໃຫ້ມີຊີວິດການເປັນຢູ່ດີຂຶ້ນ.