ວັນທີ 22 ຕຸລາຜ່ານມາ ທີ່ຫ້ອງຮັບແຂກຫ້ອງວ່າການ ແຂວງຄໍາມ່ວນ, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ ໄດ້ຕ້ອນຮັບ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ (ສສກ), ພ້ອມຄະນະ ໃນໂອກາດເຄື່ອນໄຫວຢ້ຽມຢາມ ແລະ ຊີ້ນໍາວຽກງານສຶກສາ ຢູ່ແຂວງຄໍາມ່ວນ.
ໂອກາດນີ້ ທ່ານ ເຈົ້າແຂວງໄດ້ກ່າວສະແດງຄວາມຕ້ອນຮັບ, ພ້ອມທັງໄດ້ລາຍງານສະພາບໂດຍລວມຂອງວຽກງານການສຶກສາຕໍ່ ທ່ານລັດຖະມົນຕີກະຊວງ ສສກ ໄດ້ຮັບຊາບ ໂດຍສະເພາະບັນຫາຂໍ້ສະດວກ, ຂໍ້ຫຍຸ້ງຍາກ ໃນຂະແໜງການສຶກສາໃນຜ່ານມາ ເປັນຕົ້ນມາດຕະຖານດ້ານການຮຽນ-ການສອນ, ການຂາດແຄນຄູສອນ, ການປະລະການຮຽນຂອງນັກຮຽນ ລວມເຖິງການປະກອບສ່ວນຂອງແຂວງດ້ານຕ່າງໆ ເຂົ້າໃນການຮຽນ, ການຊ່ວຍເຫຼືອສັງຄົມ, ການຊ່ວຍເຫຼືອຈາກລັດຖະບານ ສສ ຫວຽດນາມ ຊ່ວຍສ້າງພື້ນຖານໂຄ່ງລ່າງ (ກໍ່ສ້າງໂຮງຮຽນ) ຢູ່ແຂວງຄໍາມ່ວນ. ພ້ອມນີ້ຍັງໄດ້ສະເໜີຜ່ານທ່ານ ລັດຖະມົນຕີ ໄປຍັງລັດຖະບານຊ່ວຍເບິ່ງງົບປະມານໃນແຕ່ລະປີເພີ່ມຕື່ມ, ເພື່ອແນໃສ່ຮັບໃຊ້ເຂົ້າໃນວຽກງານຂະແໜງການສຶກສາໄດ້ມີຄວາມເຂັ້ມແຂງ ດີຂຶ້ນກວ່າເກົ່າ.
ທ່ານ ລັດຖະມົນຕີກະຊວງ ສສກ ໄດ້ສະແດງຄວາມຂອບໃຈມາຍັງທ່ານເຈົ້າແຂວງຕໍ່ການຕ້ອນຮັບໃນຄັ້ງນີ້ ແລະ ຊົມເຊີຍທີ່ແຂວງຄໍາມ່ວນໄດ້ເອົາໃຈໃສ່ຊຸກຍູ້ຂະແໜງການສຶກສາດ້ວຍດີຕະຫຼອດມາ ພ້ອມທັງສະເໜີມາຍັງແຂວງຄໍາມ່ວນຊ່ວຍຊຸກຍູ້ລະດົມຊອກຫາວິທີ ເພື່ອໃຫ້ຄົນມີຄວາມມັກຮັກໃນອາຊີບ ແລະ ສະໝັກໃຈໃນການຮຽນຄູ, ປຸກລະດົມອັດຕາການເຂົ້າຮຽນຢູ່ແຂວງຄໍາມ່ວນໃຫ້ຫຼາຍຂຶ້ນກວ່າເກົ່າ, ຄຽງຄູ່ກັນນັ້ນກໍ່ສ້າງຈິດສໍານຶກໃນການມັກຮັກ ການຮຽນໃຫ້ເປັນຂະບວນ ແນໃສ່ເຮັດໃຫ້ວຽກງານຂະແໜງສຶກສາໄດ້ມີຄວາມເຂັ້ມແຂງ ແລະ ບັນລຸຕາມແຜນການຈັດຕັ້ງປະຕິບັດບັນດາຕົວຊີ້ວັດທີ່ວາງໄວ້.
(ຂ່າວ: ມະນີວັນ)