ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ຕຸລາ ຜ່ານມາວ່າ: ບໍລິສັດ West Japan Railway ຫຼື (JR West)ໃນຍີ່ປຸ່ນ ເປີດເຜີຍວ່າ: ໄດ້ພັດທະນາຄັນຮົ່ມທີ່ສາມາດປ້ອງກັນການໂຈມຕີດ້ວຍມີດ ເປັນຄັ້ງທຳອິດ.
JR Westຖືເປັນບໍລິສັດລົດໄຟແຫ່ງທຳອິດໃນຍີ່ປຸ່ນທີ່ພັດທະນາອຸປະກອນດັ່ງກ່າວ ຫຼັງຈາກມີເປົ້າໝາຍທີ່ຈະສ້າງອຸປະກອນປ້ອງກັນເພື່ອຮັບມືກັບເຫດການແທງດ້ວຍມີດ ເທິງລົດໄຟສາຍສະໜາມບິນຄັນໄຊ ໃນລະດູຮ້ອນປີທີ່ແລ້ວ.
ຕາມຂໍ້ມູນຂອງJR West ລະບຸວ່າ: ອຸປະກອນປ້ອງກັນທີ່ມີຮູບຮ່າງເປັນຄັນຮົ່ມນີ້ ໃຊ້ຜ້າຊະນິດພິເສດທີ່ໃບມີດບໍ່ສາມາດເຈາະເຂົ້າໄດ້ງ່າຍ ອຸປະກອນນີ້ໄດ້ຮັບການອອກແບບມາໃຫ້ກາງອອກ ແລະ ຖືໄວ້ຄືກັບໂລ້ໃນສະຖານະການທີ່ມີຜູ້ແກ່ວງຂອງມີຄົມໃສ່,ໂດຍຄັນຮົ່ມໄດ້ຮັບການອອກແບບໃຫ້ຍາວກວ່າຄັນຮົ່ມທົ່ວໄປປະມານ 20 ຊັງຕີແມັດ ເຮັດໃຫ້ມີໄລຍະຫ່າງລະຫວ່າງຜູ້ຖືຄັນຮົ່ມກັບຜູ້ທີ່ອາດຈະໂຈມຕີໄດ້ໃນລະດັບໜຶ່ງ, ເປົ້າໝາຍເພື່ອໃຫ້ຜູ້ໂດຍສານຄົນອື່ນໆທີ່ຢູ່ດ້ານຫຼັງຄັນຮົ່ມມີເວລາໃນການຫຼົບໜີໄປຍັງບ່ອນທີ່ປອດໄພໄດ້ທັນເວລາ.
ລາຍງານລະບຸວ່າ: ການທີ່ອຸປະກອນນີ້ຖືກອອກແບບໃຫ້ເປັນຄັນຮົ່ມ ກໍເພື່ອເຮັດໃຫ້ເຄື່ອງມືນີ້ມີຄວາມກະທັດຮັດຂຶ້ນ ນ້ຳໜັກເບົາລົງສາມາດເກັບຮັກສາ ແລະ ນຳໃຊ້ໄດ້ງ່າຍກວ່າອຸປະກອນອື່ນໆເຊັ່ນ: ໄມ້ງ່າມ "ຊາສຶມາຕະ" ຊຶ່ງເປັນໜຶ່ງໃນອຸປະກອນທີ່ໃຊ້ເພື່ອປ້ອງກັນຕົວ ໃນເຫດການປຸ້ນລົດໄຟທີ່ນະຄອນຫຼວງໂຕກຽວ ເມື່ອທ້າຍປີຜ່ານມາ.
ທັງນີ້, ຈາກເຫດການໃຊ້ມີດໄລ່ແທງຜູ້ຄົນເທິງເສັ້ນທາງສາຍສະໜາມບິນຄັນໄຊ ເມື່ອເດືອນກໍລະກົດ 2023 ມີຜູ້ໄດ້ຮັບບາດເຈັບ 3 ຄົນ ລວມມີຜູ້ໂດຍສານ 2 ຄົນ, ໂດຍເຈົ້າໜ້າຂອງ JR Westກ່າວວ່າ:ອຸປະກອນປ້ອງກັນທີ່ຕິດຕັ້ງໃນປັດຈຸບັນນີ້ ເປັນແບບໃຊ້ໃນໄລຍະໃກ້ມີນໍ້າໜັກຫຼາຍ ແລະ ພວກເຮົາໄດ້ອອກແບບອຸປະກອນປ້ອງກັນທີ່ພະນັກງານຜູ້ຍິງສາມາດນຳໃຊ້ໄດ້ງ່າຍ ແລະ ເລີ່ມແຕ່ເດືອນພະຈິກເປັນຕົ້ນໄປ ຈະຕິດຕັ້ງ ຄັນຮົ່ມ 1,200 ຄັນ ເທິງລົດໄຟປະມານ 600 ຂະບວນ ໃນພື້ນທີ່ຄັນໄຊ.
ທ່ານ ຄາຊູອາກິ ຮາເຊກາວາ ປະທານບໍລິສັດJR Westກ່າວວ່າ:ຄັນຮົ່ມສາມາດໃຊ້ງານໄດ້ພາຍໃນຕູ້ໂດຍສານໃນລະດັບໜຶ່ງ ແລະ ມີຄວາມແຂງແຮງ, ສ່ວນໃນກໍລະນີສຸກເສີນ ພວກເຮົາຕ້ອງການໃຫ້ເຈົ້າໜ້າທີ່ຈັດການສະຖານນະການ ແລະ ອົບພະຍົບຢ່າງປອດໄພ.