ຂ່າວສານຊີອາໄອລາຍງານວ່າ: ໃນວັນທີ 21 ຕຸລາ ຜ່ານມາ,ກອງປະຊຸມໃຫຍ່ຄັ້ງທີ 16 ຝ່າຍພາຄີສົນທິສັນຍາວ່າດ້ວຍຊີວະນານາພັນຂອງອົງການສະຫະປະຊາຊາດຫຼື COP16 ໄດ້ເປິດຂຶ້ນຢ່າງເປັນທາງການຢູ່ນະຄອນຄາລີທີ່ເປັນຕົວເມືອງໃຫຍ່ອັນດັບ 3 ຂອງໂກລົມບີ.
ກອງປະຊຸມໃຫຍ່ຄັ້ງນີ້ຈະດຳເນີນການປຶກສາຫາລືໂດຍປິ່ນອ້ອມ 3 ດ້ານເຊັ່ນ: ອະນຸລັກຊີວະນານາພັນ,ນຳໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງກໍຄືການຈັດສັນຜົນປະໂຫຍດທີ່ເກີດຈາກການນຳໃຊ້ຊັບພະຍາກອນແບບຍືນຍົງຢ່າງຍຸຕິທຳ. ກອງປະຊຸມຍັງຮຽກຮ້ອງໃຫ້ຈັດເອົາຊີວະນານາພັນເຂົ້າໃນນະໂຍບາຍທາງດ້ານເສດຖະກິດ. ມີປະມຸກລັດ,ເຈົ້າໜ້າທີ່ອາວຸໂສ,ຜູ້ຊ່ຽວຊານ,ນັກວິຊາການ,ອົງການຈັດຕັ້ງທາງສັງຄົມແລະບຸກຄົນອື່ນໆລວມທັງໝົດ 10.000 ກວ່າຄົນຈາກ 196 ປະເທດໃນໂລກເຂົ້າຮ່ວມກອງປະຊຸມ.