ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 22​ ຕຸລາ ຜ່ານມາ,ບໍລິສັດ ຊີຊຣານິໂຄວ ກຣຸບ (Czarnikow Group Ltd.) ຊຶ່ງເປັນບໍລິສັດນາຍໜ້າຄ້ານໍ້າຕານລະດັບໂລກ ຄາດຄະເນວ່າ: ໃນຕົ້ນປີ 2025 ການສະໜອງນໍ້າຕານທົ່ວໂລກຈະຫຼຸດລົງສູ່ລະດັບຕໍ່າສຸດໃນຮອບ 6 ປີ ເນື່ອງຈາກໄພແລ້ງສົ່ງຜົນກະທົບຕໍ່ການຜະລິດໃນບຣາຊິນ ຊຶ່ງເປັນຜູ້ສົ່ງອອກນ້ຳຕານລາຍໃຫຍ່ທີ່ສຸດໃນໂລກ.
ຂ່າວລະບຸວ່າ: ທ່ານ ເປໂດຣ ມິຊູທານີ ຫົວໜ້າຝ່າຍການຄ້ານ້ຳຕານຂອງ Czarnikow Group Ltd ກ່າວໃນກອງປະຊຸມຂອງອຸດສະຫະກຳອ້ອຍ ແລະ ນໍ້າຕານ ທີ່ນະຄອນເຊົາເປົາລູ ປະເທດບຣາຊິນ ວ່າ: ຄວາມແຫ້ງແລ້ງທີ່ຮຸນແຮງໄດ້ເຮັດໃຫ້ສວນອ້ອຍເສຍຫາຍ ສົ່ງຜົນໃຫ້ໂຮງງານນ້ຳຕານບໍ່ສາມາດຜະລິດນ້ຳຕານໄດ້ໃນໄລຍະຫຼາຍເດືອນຫຼັງຂອງລະດູການປັດຈຸບັນ ແລະ ສົ່ງສັນຍານວ່າການເກັບກ່ຽວຜົນຜະລິດອ້ອຍໃນປີໜ້າຈະແກ່ຍາວອອກໄປ.
ຄວາມກັງວົນກ່ຽວກັບຂໍ້ຈຳກັດການຜະລິດນໍ້າຕານໃນບຣາຊິນ ຊຶ່ງເກີດຈາກການແຜ່ລະບາດຂອງພະຍາດພືດເຮັດໃຫ້ລາຄານ້ຳຕານໃນໄລຍະຫຼາຍປີນີ້ສູງກວ່າຄ່າສະເລ່ຍທີ່ຜ່ານມາ ຊຶ່ງນີ້ໄດ້ສະແດງໃຫ້ເຫັນເຖິງໂລກພວມເພິ່ງພາການສະໜອງນ້ຳຕານຂອງບຣາຊິນ. ຕາມຂໍ້ມູນຂອງ ດາທາໂກ (Datagro) ບໍລິສັດປຶກສາທຸລະກິດດ້ານການກະເສດ ຄາດຄະເນວ່າ: ນ້ຳຕານຂອງບຣາຊິນ ຈະກວມເອົາເກືອບ 75% ຂອງນ້ຳຕານດິບທັງໝົດທີ່ຊື້-ຂາຍກັນທົ່ວໂລກໃນປີນີ້.