ຂ່າວຕ່າງປະເທດລາຍງານ ໃນວັນທີ 22 ຕຸລາ ຜ່ານມາ, ກອງປະຊຸມສຸດຍອດດ້ານດີຈີຕອນ ປະຈຳປີ2024 ຂອງລັດຖະບານເຢຍລະມັນ ຈັດຂຶ້ນໃນ21 ຕຸລາ ຜ່ານມາ ທີ່ນະຄອນແຟຣງເຟີດ ໄດ້ເປີດເຜີຍວ່າ: ລັດຖະບານເຢຍລະມັນກໍາລັງເຮັດວຽກເພື່ອຊຸກຍູ້ໃຫ້ເຢຍລະມັນເປັນຜູ້ນໍາດ້ານປັນຍາປະດິດ ຫຼື AI ໃນເອີຣົບ (EU) ດ້ວຍການສົ່ງເສີມເງື່ອນໄຂທີ່ເອື້ອອໍານວຍສໍາລັບຂະແໜງການດັ່ງກ່າວ.
ທ່ານ ໂວລເກີ ວິສຊິງ ລັດຖະມົນຕີກະຊວງດີຕີຈອນ ແລະ ການຂົນສົ່ງຂອງເຢຍລະມັນ ກ່າວລະຫວ່າງການປະຊຸມວ່າ: ພວກເຮົາຕ້ອງການທີ່ຈະເຮັດໃຫ້ເຢຍລະມັນເປັນປະເທດຜູ້ນຳດ້ານAI ໃນEU.
ທ່ານ ວິສຊິງ ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນໃນການນຳລະບຽບຂໍ້ບັງຄັບ AI ສະບັບໃໝ່​ຂອງ EU ມາໃຊ້ໃນ​ຮູບແບບທີ່​ເໝາະ​ສົມ​ກັບ​ທຸລະກິດ ແລະອະນຸຍາດໃຫ້ບໍລິສັດສະຕາດອັບດ້ານນະວັດຕະກຳເຂົ້າເຖິງຂໍ້ມູນໄດ້ຫຼາຍຂຶ້ນ. ພ້ອມ​ທັງ​ປະກາດ​ແຜນການ​​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​ໃຫ້​ແກ່​ບັນດາ​ບໍລິສັດຕ່າງໆ ຜ່ານສູນ AI ​​ທົ່ວປະເທດ ດ້ວຍການໃຫ້ຄວາມຊ່ວຍເຫຼືອພາກປະຕິບັດ ແລະທາງດ້ານກົດໝາຍ ເພື່ອໃຫ້ບັນລຸເປົ້າໝາຍຄັ້ງນີ້.
ບົດ​ລາຍ​ງານ​ລະບຸວ່າ:​ເຖິງ​ວ່າ​ເຢຍລະ​ມັນຈະ​ມີ​ຊື່​ສຽງ​ລະດັບສາກົນ​ດ້ານ​ການ​ຝຶກ​ອົບຮົມ AI, ແຕ່ປັດຈຸບັນຍັງບໍ່ມີບໍລິສັດໃດໃນເຢຍລະມັນຕິດອັນດັບຊັ້ນນຳ ບໍລິສັດ AI ຂອງໂລກ. ໂດຍບໍລິສັດ AI ທີ່ໃຫຍ່ທີ່ສຸດຂອງEUແມ່ນ Mistral AI ແລະ Content Square ໃນປະເທດຝຣັ່ງ, ສ່ວນບໍລິສັດ AI ທີ່ມີຊື່ສຽງໃນເຢຍລະມັນ ຄື: ບໍລິສັດ Aleph Alpha ຊຶ່ງເປັນບໍລິສັດສະຕາດອັບຈາກເມືອງໄຮເດລເບີກແລະບໍລິສັດDeepLບໍລິການແປພາສາ.
ທ່ານ ຣາບ ວິນເທີເກີດປະທານສະມາຄົມດີຈີຕອນຂອງເຢຍລະມັນ (Bitkom) ກ່າວວ່າ: ເຢຍລະມັນມີໂອກາດຫຼາຍສໍາລັບຜູ້ໃຫ້ບໍລິການດ້ານAI. ໂດຍຜົນຂອງການສໍາຫຼວດຈາກ Bitcom ເມື່ອບໍ່ດົນມານີ້ພົບວ່າ:ບໍລິສັດ 84% ຈາກ602 ແຫ່ງ ຕ້ອງການເຄື່ອງມືປັນຍາປະດິດແບບສ້າງສັນ(GenerativeAI) ເຊັ່ນ ChatGPT ເພີ່ມຂຶ້ນ.