ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນຂອບເຂດບັນດາການເຄື່ອນໄຫວ ເນື່ອງໃນໂອກາດເຂົ້າຮ່ວມພິທີດຳລົງຕຳແໜ່ງປະທານາທິບໍດີ ອິນໂດເນເຊຍ ອາຍຸການ 2024 – 2029 ຢູ່ນະຄອນຫຼວງ ຈາກາຕາອິນໂດເນເຊຍ, ໃນວັນທີ 21 ຕຸລາ ຜ່ານມານີ້, ທ່ານນາງ ຫວໍທິແອງຊວັນ ຮອງປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານ ພຣາໂບໂວ ຊູບຽນໂຕ (Prabowo Subianto) ປະທານາທິບໍດີ ອິນໂດເນເຊຍ. ໃນການພົບປະ, ທ່ານປະທານາທິບໍດີ ອິນໂດເນເຊຍ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນ ຂອງ ອິນໂດເນເຊຍ ຢູ່ພາກພື້ນ, ລະຫວ່າງສອງປະເທດຍັງມີກຳລັງບົ່ມຊ້ອນຫຼາຍຢ່າງທີ່ຕ້ອງຂຸດຄົ້ນ ເພື່ອຍົກລະດັບການຮ່ວມມືສອງຝ່າຍ ແລະ ຫຼາຍຝ່າຍ.
ສອງຝ່າຍເຫັນດີສືບຕໍ່ສົມທົບກັນຊຸກຍູ້ການແລກປ່ຽນ, ພົບປະຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ, ໃນທຸກຊ່ອງທາງພັກ, ລັດ, ພົບປະແລກປ່ຽນປະຊາຊົນ ແລະ ເຊື່ອມຕໍ່ທ້ອງຖິ່ນ; ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸ 18 ຕື້ໂດລາ ໂດຍໄວ; ສົ່ງເສີມວິສາຫະກິດສອງປະເທດລົງທຶນເຂົ້າຕະຫຼາດຂອງກັນ, ໂດຍສະເພາະແມ່ນໃນບັນດາຂົງເຂດໃໝ່ ເຊັ່ນ: ອຸດສາຫະກຳ Halal, ເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ຫັນປ່ຽນພະລັງງານ….. ທ່ານນາງ ຫວໍທິແອງຊວັນ ສະເໜີໃຫ້ ອິນໂດເນເຊຍ ສືບຕໍ່ອຳນວຍຄວາມສະດວກໃຫ້ແກ່ສິນຄ້າທີ່ເປັນຜະລິດຕະພັນກະເສດ ແລະ ບັນດາຜະລິດຕະພັນ Halal ຂອງ ຫວຽດນາມ ໄດ້ເຂົ້າເຖິງຕະຫຼາດ ອິນໂດເນເຊຍ ແລະ ສຳລັບບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ ອິນໂດເນເຊຍ. ສອງຝ່າຍເຫັນດີຊຸກຍູ້ການຮ່ວມມືໃນບັນດາຂົງເຂດສຳຄັນອື່ນໆ ເຊັ່ນ: ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ຕ້ານອາຊະຍາກຳຂ້າມຊາດ ແລະ ການຮ່ວມມືທາງທະເລ.