ໃນວັນທີ 22 ຕຸລາ ນີ້, ທ່ານ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກຢູ່ແຂວງອັດຕະປື, ໂດຍການຕ້ອນຮັບຂອງ ສະຫາຍ ພົນໂທ ວັນທອງ ກອງມະນີ ກໍາມະການສູນກາງພັກເລຂາພັກແຂວງ-ເຈົ້າແຂວງອັດຕະປື ພ້ອມດ້ວຍບັນດາຄະນະປະຈໍາພັກແຂວງ, ຄະນະບໍລິຫານງານພັກແຂວງ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ພົນໂທ ວັນທອງ ກອງມະນີ ໄດ້ລາຍງານສະພາບລວມໂດຍຫຍໍ້ຂອງແຂວງອັດຕະປືໃນໄລຍະຜ່ານມາ ຊຶ່ງສະຫາຍໃຫ້ຮູ້ວ່າ: ຄະນະປະຈຳພັກແຂວງ ໄດ້ຕັ້ງໜ້ານໍາພາຊຸກຍູ້ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ຄັ້ງທີ XI ຂອງອົງຄະນະພັກແຂວງ, ເປັນເຈົ້າການເອົາໃຈໃສ່ໃນການກະກຽມກອງປະຊຸມໃຫຍ່ 3 ຂັ້ນຂອງພັກ, ພ້ອມທັງສຸມໃສ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ງົບປະມານ ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນແຂວງ (GDP) ຂະຫຍາຍຕົວ 5.84%, ລວມຍອດຜະລິດຕະພັນພາຍໃນສະເລ່ຍຕໍ່ຫົວຄົນປະມານ 39.09 ລ້ານກີບ ຫຼື1,784 ໂດລາ; ເອົາໃຈໃສ່ປຸກລະດົມ ແລະ ຊຸກຍູ້ນັກທຸລະກິດ, ຜູ້ປະກອບການສືບຕໍ່ລົງທຶນໃນດ້ານຕ່າງໆເຊັ່ນ: ປັບປຸງ ບັນດາໂຮງງານປຸງແຕ່ງໄມ້, ການລ້ຽງສັດແບບເປັນຟາມ, ການປູກຝັງ, ລ້ຽງສັດ, ຜະລິດເປັນສິນຄ້າ ແລະ ອື່ນໆ, ພ້ອມດຽວກັນນັ້ນກໍໄດ້ເອົາໃຈໃສ່ຊຸກຍູ້ການຜະລິດອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ, ວິສາຫະກິດຂະໜາດນ້ອຍ ແລະ ກາງເພີ່ມຂຶ້ນທັງດ້ານປະລິມານ ແລະ ຄຸນນະພາບ ເປັນຕົ້ນໂຮງງານນໍ້າດື່ມ, ນໍ້າກ້ອນ, ດິນຈີ່, ດິນບັອກ, ໂຮງສີເຂົ້າການພັດທະນາພື້ນຖານໂຄງລ່າງດ້ານຄົມມະນາຄົມ ກໍໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ມາຮອດປັດຈຸບັນ ທຸກບ້ານມີເສັ້ນທາງເຂົ້າເຖິງ, ຄົວເຮືອນມີໄຟຟ້າຊົມໃຊ້ 32,135 ຄົວເຮືອນ, ເທົ່າກັບ 95.53% ຂອງຄົວເຮືອນທັງໝົດ, ລະບົບໂທລະຄົມມະນາຄົມ ແລະ ການສື່ສານແມ່ນກວມເອົາທຸກບ້ານ; ນອກຈາກນີ້ຍັງໄດ້ສຸມໃສ່ແກ້ໄຂການຊົດເຊີຍຜົນກະທົບຂອງປະຊາຊົນ ແລະ ຜູ້ປະກອບການທີ່ຍັງຕົກຄ້າງ ລາຍການ ທີ 6, ມາເຖິງປັດຈຸບັນສໍາເລັດເປັນສ່ວນໃຫຍ່ແລ້ວ ຜ່ານການຄັດຈ້ອນ, ຕັດຮອນ ແລະ ເຂົ້າຂໍ້ມູນສຸດທ້າຍ ຊຶ່ງສໍາເລັດແລ້ວ 4 ບ້ານ, ເຫັນວ່າໂຕເລກຫຼຸດລົງຈາກການສະເໜີຂໍຊົດເຊີຍເບື້ອງຕົ້ນ ທັງໝົດ 467 ຕື້ກວ່າກີບ ຫຼຸດລົງຍັງເຫຼືອ 172 ຕື້ກວ່າກີບ, ອັດຕາສ່ວນຫຼຸດລົງຈາກມູນຄ່າເດີມ 271% (ຊຶ່ງວຽກງານ ທັງໝົດແມ່ນຈະໃຫ້ສໍາເລັດໂດຍໄວນີ້); ຕິດພັນກັບການແກ້ໄຂ 2 ວາລະແຫ່ງຊາດ ແລະ ປະກົດການຍໍ້ທໍ້ພາຍໃນແຂວງ, ທາງແຂວງກໍໄດ້ຕັ້ງໜ້າເອົາໃຈໃສ່ນຳພາ-ຊີ້ນໍາໃນການຈັດຕັ້ງປະຕິບັດ ວຽກງານຮອບດ້ານ ເປັນຕົ້ນ: ບັນຫາການບຸກລຸກທີ່ດິນປ່າໄມ້, ບັນຫາການລັກລອບຊັບພະຍາກອນທຳມະຊາດ ແລະ ງົບປະມານຂອງລັດ, ແກ້ໄຂບັນຫາຢາເສບຕິດ ໄປຕາມຄໍາ ຂວັນທີ່ວ່າ: ອັດ 3 ທາງ, ມ້າງ 3 ເປົ້າ, ເປັນເຈົ້າ 3 ຫຼັກ ເຫັນໄດ້ວ່າມີຜົນສໍາເລັດເປັນຢ່າງດີໄດ້ຕາມລະດັບຄາດໝາຍ.
ພາຍຫຼັງທີ່ໄດ້ຮັບຟັງການລາຍງານ ທ່ານ ຄໍາພັນ ພົມມະທັດ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ຄະນະພັກ, ຄະນະນໍາ ແລະ ຜູ້ເຮັດວຽກງານກວດກາຂອງແຕ່ລະຂັ້ນ ຕ້ອງກຳແໜ້ນຄວາມຮັບຜິດຊອບຕໍ່ໜ້າການເມືອງສູງ, ເລັງໃສ່ແກ້ໄຂບັນຫາຕົວຈິງ ໂດຍຕິດພັນກັບມະຕິກ່ຽວກັບການຜັນຂະຫຍາຍເຂົ້າສູ່ງລວງເລິກ, ໂດຍສະເພາະວຽກງານການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ, ໃຫ້ລົງເລິກກວດເບິ່ງບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີຮັບຜິດຊອບສູງຕໍ່ໜ້າທີ່ການເມືອງ, ບໍ່ຫວັງຜົນປະໂຫຍດສ່ວນຕົວ, ມີຄວາມເສຍສະຫຼະ ເພື່ອສ້າງການຫັນປ່ຽນຢ່າງເລິກເຊິ່ງໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ. ຄຽງຄູ່ກັບວຽກງານສະກັດກັ້ນ, ຕ້ານພະຍາດອາດຍາສິດ ແລະ ສໍ້ລາດບັງຫຼວງ, ຕ້ອງຍົກສູງຈິດໃຈເສຍສະຫຼະ, ກ້າຫານ, ບໍ່ລັງເລທໍ້ຖອຍ, ຕ້ອງສະດຸ້ງໄວ ເພື່ອກອບກູ້ບົດບາດອິດທິພົນຂອງພັກ, ຂອງລັດ ກໍຄືສ້າງຄວາມເຊື່ອໝັ້ນ ແລະ ໄດ້ຮັບສັດທາຈາກປະຊາຊົນບັນດາເຜົ່າ ແນໃສ່ເຮັດໃຫ້ພັກເຮົາມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ເຮັດໃຫ້ການຄຸ້ມຄອງບໍລິຫານລັດໂປ່ງໃສ, ແກ້ໄຂບຸກຄົນ ທີ່ສວຍໂອກາດສໍ້ລາດບັງຫຼວງ ຕາມກົດໝາຍກໍານົດໄວ້ຢ່າງເຂັ້ມງວດເຖິງຖອງ. ພ້ອມກັນນີ້, ກໍໃຫ້ສືບຕໍ່ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນຄະນະພັກແຂວງ ແລະ ຄະນະພັກຂັ້ນຕ່າງໆ ເພື່ອເປັນກຳລັງແຮງ ໃນການສືບຕໍ່ນໍາພາ-ຊີ້ນໍາ ແຕ່ລະຂົງເຂດວຽກງານ ໃຫ້ແຂງແຮງ ແລະ ເປັນເອກະພາບ ແນໃສ່ສູ້ຊົນບັນລຸລະດັບຄາດໝາຍທີ່ວາງໄວ້.
ໃນຕອນບ່າຍຂອງມື້ດຽວກັນ, ທ່ານ ຄໍາພັນພົມມະທັດ ພ້ອມດ້ວຍຄະນະ ຍັງໄດ້ເຮັດວຽກຮ່ວມກັບອົງການກວດກາລັດແຂວງອັດຕະປື, ໂດຍມີຜູ້ເຂົ້າຮ່ວມຈາກກວດກາແຂວງ, ບັນດາເມືອງ ແລະໜ່ວຍງານກວດກາຂອງສູນກາງ ທີ່ລົງມາເຮັດວຽກຢູ່ແຂວງອັດຕະປື ຊຶ່ງທ່ານ ຄໍາຫວັນ ຈັນທະໂຄດ ຄະນະປະຈໍາພັກແຂວງ ປະທານຄະນະກວດກາແຂວງອັດຕະປື ໄດ້ລາຍງາຍຫຍໍ້ກ່ຽວກັບວຽກງານກວດກາ, ການແກ້ໄຂປະກົດການຫຍໍ້ທໍ້ ແລະ ການແກ້ໄຂຜົນຂອງການກວດກາໃນໄລຍະຜ່ານມາ. ພ້ອມນີ້, ຍັງໄດ້ມີການແລກປ່ຽນຄໍາຄິດເຫັນດ້ານວິຊາການກ່ຽວກັບການດໍາເນີນການກວດກາ ແລະ ການດໍາເນີນການສືບສວນ-ສອບສວນຄະດີສໍ້ລາດບັງຫຼວງ. ຈາກນັ້ນ, ທ່ານ ຄຳພັນ ພົມມະທັດ ກໍໄດ້ມີຄໍາເຫັນຊີ້ນໍາ ໃນການດໍາເນີນການກວດກາ ແລະ ການແກ້ໄຂຜົນຂອງການກວດກາໃຫ້ສໍາເລັດໂດຍໄວ.
ຂ່າວ-ພາບ:ສະໝິງທອງ