ກອງປະຊຸມສະພາດັດສົມໂທລະຄົມມະນາຄົມອາຊຽນ (ATRC) ຄັ້ງທີ30 (The 30th ASEAN Telecommunication Regulatory' Council leaders ' Retreat Meeting)ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ23ຕຸລາ ນີ້ ທີ່ໂຮງແຮມລາວພລາຊານະຄອນຫລວງວຽງຈັນ,ໂດຍການເປັນປະທານໝູນວຽນຂອງສປປລາວໂດຍທ່ານນາງພາວັນນາດວງບຸບຜາຮອງຫົວໜ້າອົງການດັດສົມໂທລະຄົມເຈົ້າໜ້າທີ່ດັດສົມໂທລະຄົມມະນາຄົມຂອງ ສປປ ລາວ ຄັ້ງທີ30, ໂດຍການກ່າວເປີດກອງປະຊຸມຂອງທ່ານພູຂົງຈິດຮູບໂລກຫົວໜ້າຫ້ອງການກອງເລຂາກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ເຈົ້າໜ້າທີ່ອາວຸດໂສດີຈີຕອນຂອງ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມດັ່ງກ່າວມີຕາງໜ້າເຈົ້າໜ້າອາວຸໂສ10ປະເທດອາຊຽນເຂົ້າຮ່ວມແລະຄະນະຮັບຜິດຊອບເຂົ້າຮ່ວມຫຼາຍກວ່າ50ທ່ານ. ຫົວໜ້າຄະນະຜູ້ແທນຂອງ ສປປ ລາວ ນໍາພາໂດຍ ທ່ານ ສຸດໃຈ ລໍລອນສີ ຫົວໜ້າອົງການດັດສົມໂທລະຄົມມະນາຄົມ ພ້ອມດ້ວຍຄະນະ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ແມ່ນໜຶ່ງໃນກອງປະຊຸມຍ່ອຍຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສດີຈີຕອນອາຊຽນ (ADGSOM) ທີ່ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນໃນລະຫວ່າງວັນທີ24-25 ຕຸລາ ນີ້ຊຶ່ງກອງປະຊຸມໄດ້ດຳເນີນເປັນເວລາສອງມື້ຊຶ່ງມື້ທີໜຶ່ງແມ່ນຈະປຶກສາຫາລືກ່ຽວກັບວຽກໂທລະຄົມມະນາຄົມ, ລະບຽບການ ແລະ ນະໂຍບາຍການຫັນເປັນດີຈີຕອນຂອງບັນດາປະເທດສະມາຊິກອາຊຽນ ແລະມື້ທີສອງແມ່ນກອງປະຊຸມປຶກສາຫາລາລືກັບຄູ່ຮ່ວມເຈລະຈາກັບສປຈີນ, ຍີ່ປຸ່ນ, ສະຫະພັນຣັດເຊຍແລະອົງການໂທລະຄົມມະນາຄົມອາຊີ-ປາຊິຟິກ (Asia-Pacific Telecommunication-APT).
ຂ່າວ-ພາບ:ເຫຼັກເຊຍ