ພິທີປາຖະກະຖາ ເນື້ອໃນຈິດໃຈກອງປະຊຸມຄົບຄະນະ ຄັ້ງມີ 3 ສະໄໝທີ XXຂອງພັກກອມມູນິດຈີນ ໂດຍຄະນະຜູ້ແທນພັກກອມມູນິດຈີນຈັດຂຶ້ນໃນວັນທີ 23 ຕຸລາ ນີ້ ທີ່ຫ້ອງວ່າການສູນກາງພັກ, ໃຫ້ກຽດເຂົ້າຮ່ວມຮັບຟັງມີ ສະຫາຍ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ປະທານສະພາທິດສະດີສູນກາງພັກ, ສະຫາຍ ທອງສະຫຼິດ ມັງໜໍ່ເມກ ຄະນະເລຂາທິການສູນກາງພັກ ຫົວໜ້າຫ້ອງວ່າການສູນກາງພັກ ພ້ອມດ້ວຍບັນດາສະຫາຍການນໍາຈາກພາກສ່ວນກ່ຽວຂ້ອງ.
ການຈັດພິທີປາຖະກະຖາຄັ້ງນີ້, ແມ່ນໃນໂອກາດທີ່ຄະນະຜູ້ແທນສູນກາງພັກກອມມູນິດຈີນ ມາຢ້ຽມຢາມ ແລະ ປາຖະກະຖາຫົວຂໍ້ສະເພາະ ຢູ່ ສປປ ລາວ ລະຫວ່າງວັນທີ 22 – 24 ຕຸລາ 2024; ກ່າວປາຖະກະຖາໃນພິທີຄັ້ງນີ້ໂດຍ ສະຫາຍ ຊູ ຊິງຊານ ກຳມະການສູນກາງພັກກອມມູນິດຈີນ ປະທານສະພາຄົ້ນຄວ້າປະຫວັດສາດພັກ ແລະ ເອກະສານພັກ ສູນກາງພັກກອມມູນິດຈີນ ຊຶ່ງມີບາງຕອນສຳຄັນວ່າ: ຈີນ ແລະ ລາວ ເປັນປະເທດບ້ານໃກ້ເຮືອນຄຽງ ມາແຕ່ບູຮານນະການ, ສອງຝ່າຍພວກເຮົາ ມີປະຫວັດການພົວພັນທີ່ດີ ມີມາຢ່າງຍາວນານ; ໂດຍສະເພາະ, ໃນຂະບວນການກໍ່ສ້າງສັງຄົມນິຍົມ ສອງປະເທດພວກເຮົາໄດ້ສ້າງຕັ້ງສາຍພົວພັນທີ່ດີ ເປັນພິເສດ ຄືເປັນສະຫາຍ ກັບເປັນອ້າຍນ້ອງກັນ. ນັບແຕ່ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໄດ້ກ້າວເຂົ້າສູ່ຍຸກສະໄໝໃໝ່, ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ໄດ້ນໍາສະເໜີໃນການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ມີຄວາມໝາຍຍຸດທະສາດ ໂດຍໄດ້ຮັບການສະໜັບສະໜູນ, ເຫັນດີເປັນເອກະພາບ ຈາກການນໍາຝ່າຍລາວ; ປີ 2019, ສະຫາຍ ສີ ຈິ້ນຜິງ ແລະ ສະຫາຍ ບຸນຍັງ ວໍລະຈິດ (ເວລານັ້ນ ເປັນເລຂາທິການໃຫຍ່ ຄະນະບໍລະຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ) ໄດ້ລົງນາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ຊຶ່ງໄດ້ເປີດສັງກາດໃໝ່ແຫ່ງການກໍ່ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ.
ໃນເດືອນ 10 ປີ 2023, ສະຫາຍສີຈິ້ນຜິງ ແລະ ສະຫາຍ ທອງລຸນ ສີສຸລິດ ໄດ້ຮ່ວມກັນລົງນາມແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ 5 ປີ ສະບັບໃໝ່. ປີນີ້, ແມ່ນປີທໍາອິດໃນການຈັດຕັ້ງປະຕິບັດແຜນແມ່ບົດສະບັບໃໝ່ດັ່ງກ່າວ; ການຮ່ວມກັນໄປສູ່ຄວາມທັນສະໄໝ ກໍຄືຄວາມມຸ້ງມາດປາຖະໜາຂອງປະຊາຊົນ ສອງຊາດຂອງພວກເຮົາ ຊຶ່ງຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ສືບຕໍ່ຊຸກຍູ້ການແລກປ່ຽນບົດຮຽນທາງດ້ານການປົກຄອງປະເທດ, ການບໍລິຫານລັດ ໃຫ້ພັດທະນາກ້າວເຂົ້າສູງລວງເລິກ ພ້ອມການຍົກສູງດ້ານຄວາມທັນສະໄໝຂອງລະບົບ ແລະ ຄວາມສາມາດການຄຸ້ມຄອງບໍລິຫານປະເທດຊາດ ຮ່ວມກັນເດີນຕາມເສັ້ນທາງແຫ່ງຄວາມທັນສະໄໝ ຊຸກຍູ້ສົ່ງເສີມການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ໃຫ້ພັດທະນາກ້າວໄປຂ້າງໜ້າ ໂດຍສຸມໃສ່ການບັນລຸເປົ້າໝາຍມາດຕະຖານສູງ, ຄຸນນະພາບສູງ ແລະ ການພັດທະນາເປັນລະດັບສູງ. ການຈັດພິທີປາຖະກະຖາຫົວຂໍ້ສະເພາະດັ່ງກ່າວ, ກໍເພື່ອຜັນຂະຫຍາຍມະຕິກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ XX ຂອງພັກກອມມູນິດຈີນ ເຂົ້າສູ່ຊີວິດຕົວຈິງ ແຫ່ງການພົວພັນຮ່ວມມື ລາວ-ຈີນ ສືບຕໍ່ກ້າວສູ່ລວງເລິກ.
ສະຫາຍຊູ ຊິງຊານ ໄດ້ໃຫ້ຮູ້ວ່າ: ກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ XX ຂອງພັກກອມມູນິດຈີນ ໄດ້ຄົ້ນຄວ້າບັນຫາລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ ທັງໄດ້ມີຂໍ້ຕົກລົງທີ່ມີເນື້ອໃນສຳຄັນ ເປັນຕົ້ນແມ່ນຄວາມໝາຍອັນໃຫຍ່ຫຼວງ ແລະ ຄວາມຮຽກຮ້ອງໂດຍລວມຂອງການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ, ການສ້າງໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໃນລະດັບສູງ, ການປັບປຸງໂຄງປະກອບ ແລະ ກົນໄກຊຸກຍູ້ການພັດທະນາເສດຖະກິດ ທີ່ມີຄຸນນະພາບສູງໃຫ້ຄົບຖ້ວນ, ໂຄງປະກອບ ແລະ ກົນໄກສະໜັບສະໜູນການປະດິດສ້າງຢ່າງຮອບດ້ານ, ປັບປຸງລະບົບຄຸ້ມຄອງເສດຖະກິດມະຫາພາກໃຫ້ຄົບຖ້ວນ, ປັບປຸງໂຄງປະກອບ ແລະ ກົນໄກພັດທະນາຕົວເມືອງກັບຊົນນະບົດແບບເຊື່ອມໂຍງເຂົ້າກັນ, ປັບປຸງໂຄງປະກອບ ແລະ ກົນໄກເປີດປະຕູສູ່ພາຍນອກໃນລະດັບສູງ, ປັບປຸງລະບົບລະບອບປະຊາທິປະໄຕປະຊາຊົນໃນທົ່ວຂະບວນການ, ປັບປຸງລະບົບການປົກຄອງປະເທດ ຕາມກົດໝາຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນ ໃຫ້ສົມບູນ, ລົງເລິກປະຕິຮູບໂຄງປະກອບ ແລະ ກົນໄກດ້ານວັດທະນະທໍາ, ປັບປຸງລະບົບລະບຽບການຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນນັ້ນໃຫ້ຄົບຖ້ວນ, ລົງເລິກປະຕິຮູບໂຄງປະກອບຄວາມສີວິໄລດ້ານນິເວດ, ຊຸກຍູ້ການຫັນເປັນທັນສະໄໝຂອງລະບົບ ແລະ ຄວາມສາມາດດ້ານຄວາມໝັ້ນຄົງຂອງຊາດ, ລົງເລິກປະຕິຮູບການປ້ອງກັນຊາດ ແລະ ກອງທັບຢ່າງຕໍ່ເນື່ອງ, ຍົກສູງລະດັບນໍາພາຂອງພັກ ຕໍ່ການລົງເລິກການປະຕິຮູບຢ່າງຮອບດ້ານຕື່ມອີກ ເພື່ອຊຸກຍູ້ຄວາມທັນສະໄໝແບບຈີນ.
(ຂ່າວ-ພາບ: ສຸກສະຫວັນ)