ຕາມການລາຍງານຈາກຫ້ອງການກະສິກຳ ແລະ ປ່າໄມ້ເມືອງເງິນ ແຂວງໄຊຍະບູລີ ໃນຄັ້ງວັນທີ 23 ຕຸລານີ້ ໃຫ້ຮູ້ວ່າ: ການເກັບກູ້ເຂົ້ານາປີຂອງຊາວກະສິກອນພາຍໃນເມືອງເງິນ ແມ່ນເປັນຂະບວນຟົດຟື້ນ ແລະ ກວ້າງຂວາງ ປັດຈຸບັນເກັບກູ້ແລ້ວ 298.80 ຮຕ ເທົ້າກັບ 60% ຂອງເນື້ອທີ່ເກັບກູ້ຕົວຈິງ. (ເຂົ້າເສຍຫາຍຈາກພະຍາດລະບາດ 11.88 ຮຕ ບວກກັບການເສຍຫາຍຈາກໄພນໍ້າຖ້ວມ 213.90 ຮຕ ລວມ 225.78 ຮຕ ເທົ່າກັບ 31%).ຂອງເນື້ອທີ່ທັງໜົດ 723.79 ເຮັກຕາ. ຄາດວ່າການເກັບຈະໃຫ້ສໍາເລັດໃນກາງເດືອນພະຈິກ 2024 ນີ້ 100%. ການເກັບກູ້ເຂົ້ານາປີ ຊາວກະສິກອນແມ່ນໄດ້ສຸມໃສ່ເກັບກູ້ເຂົ້າເນີນສູງເນື້ອທີ່ປະຕິບັດ 1,565.57 ຮຕ, ເນື້ອທີ່ເກັບກູ້ຕົວຈິງ 1,565.57 ຮຕ. ປັດຈຸບັນເກັບກູ້ແລ້ວ 1,252 ຮຕ ເທົ້າກັບ 80% ຂອງເນື້ອທີ່ເກັບກູ້ຕົວຈິງ. ໃນນີ້: ເຂົ້າໜຽວ 915.57 ຮຕ ເກັບກູ້ແລ້ວ 732.5 ຮຕ ແລະ ເຂົ້າຈ້າວ 650 ຮຕ ເກັບກູ້ແລ້ວ 520 ຮຕ. ພືດລະດູຝົນມີເນື້ອທີ່ເກັບກູ້ຕົວຈິງ 8,921.85 ຮຕ, ປັດຈຸບັນເກັບກູ້ແລ້ວ 1,372.06 ຮຕ ເທົ້າກັບ 15.38% ຂອງເນື້ອທີ່ເກັບກູ້ຕົວຈິງ. ໃນນັ້ນມີ:ພືດສະບຽງອາຫານຂອງເນື້ອທີ່ແຜນການ, ເນື້ອທີ່ເກັບກູ້ຕົວຈິງ 758.53 ຮຕ. ປັດຈຸບັນເກັບກູ້ແລ້ວ 484.56 ຮຕ ເທົ້າກັບ 64% ຂອງເນື້ອທີ່ເກັບກູ້ຕົວຈິງ. ພືດອູດສາຫະກໍາ ມີເນື້ອທີ່ເກັບກູ້ຕົວຈິງ 8,163.32 ຮຕ. ປັດຈຸບັນເກັບກູ້ສຳເລັດແລ້ວ 887.50 ຮຕ ເທົ້າກັບ 10.87% ຂອງເນື້ອທີ່ເກັບກູ້ຕົວຈິງ.
(ຂ່າວ: ອິນແປງ ແຫວນຄຳ, ພາບ: ສຸລິຍາ ແສງເດືອນ)