ໂດຍ: ສ.ບຸດປະຊາ
    ຫຼາຍໆຄົນ ອາດຈະຕິດຕາມ ຂໍ້ມູນການຄ້າຕ່າງປະເທດຂອງ ສປປ ລາວ ຊຶ່ງໃນແຕ່ລະເດືອນຈະມີການລາຍງານມູນຄ່າສົ່ງອອກ ແລະ ນໍາເຂົ້າ ລວມເຖິງດຸນການຄ້າຂອງປະເທດເຮົາ, ແຕ່ກໍຍັງບໍ່ໄດ້ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ໂດຍລະບຸວ່າ ຈະລາຍງານຕາມພາຍຫຼັງທີ່ເກັບກໍາໂຕເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ. ເມື່ອຟັງຫາງສຽງສັງຄົມແລ້ວ, ກໍຈະເຫັນວ່າ: ປະເດັນມູນຄ່າສົ່ງອອກໄຟຟ້າຈາກ ສປປ ລາວ ແມ່ນເປັນປະເດັນໜຶ່ງ ທີ່ສັງຄົມໄດ້ໃຫ້ຄວາມສົນໃຈ ເນື່ອງຈາກຫຼາຍຄົນກໍຮັບຮູ້ວ່າ ພັກ-ລັດເຮົາ ມີຄວາມພະຍາຍາມທີ່ຈະໃຫ້ ສປປ ລາວ ກາຍເປັນ “ໝໍ້ໄຟຂອງອາຊຽນ”.
    ການປະຕິບັດຕົວຈິງ ຕະຫຼອດໄລຍະຜ່ານມາ, ພັກ-ລັດເຮົາ ໄດ້ເອົາໃສ່ໃຈຢ່າງຕັ້ງໜ້າ ໃນຂົງເຂດວຽກງານການພັດທະນາແຫຼ່ງພະລັງງານໄຟຟ້າ, ພື້ນຖານໂຄງລ່າງທີ່ກ່ຽວຂ້ອງ ລວມທັງພັດທະນາລະບົບສາຍສົ່ງ ແລະ ຈໍາໜ່າຍໄຟຟ້າ ທີ່ເປັນປັດໄຈພື້ນຖານຂອງຂະແໜງພະລັງງານໄຟຟ້າ ເພື່ອສະໜອງໄຟຟ້າ ໃນການຊົມໃຊ້ພາຍໃນໃຫ້ພຽງພໍ ແລະ ສົ່ງອອກໄປຕ່າງປະເທດ ດ້ວຍຄວາມສາມາດໃນການພັດທະນາລະບົບສາຍສົ່ງ ທີ່ເຊື່ອມຕໍ່ກັບປະເທດເພື່ອນບ້ານ, ສ້າງໃຫ້ ສປປ ລາວ ກາຍເປັນສູນກາງ ແລະ ທາງຜ່ານຂອງການແລກປ່ຽນພະລັງງານໄຟຟ້າ ໃນອະນຸພາກພື້ນແມ່ນໍ້າຂອງ ແລະ ອາຊຽນ. ຢາກເຮັດໄດ້ແນວນັ້ນ, ທີ່ຜ່ານມາ ພັກ-ລັດ ກໍໄດ້ພັດທະນາໃຫ້ປະເທດເຮົາ ເພື່ອຈະເປັນຜູ້ສົ່ງອອກພະລັງງານໄຟຟ້າ ລາຍໃຫຍ່ ຫຼື ໝໍ້ໄຟຂອງອາຊຽນ ໃຫ້ໄດ້ຢ່າງແທ້ຈິງ ໂດຍປະຕິບັດບັນດານະໂຍບາຍພະລັງງານ ເພື່ອພັດທະນາແຫຼ່ງຜະລິດຮັບໃຊ້ພາຍໃນ ແລະ ແຫຼ່ງຜະລິດໄຟຟ້າ ເພື່ອການສົ່ງອອກ, ພັດທະນາສະຖານນີ ແລະ ອື່ນໆ ລວມເຖິງລະບົບສາຍສົ່ງ ໃຫ້ສາມາດເຊື່ອມຕໍ່ຈາກລະບົບສາຍສົ່ງກະແສໄຟຟ້າ ຢູ່ລາວ ໄປຍັງບັນດາປະເທດຄູ່ຄ້າ ໃຫ້ໄດ້ຢ່າງແທ້ຈິງ.
    ຈາກຄວາມພະຍາຍາມຢ່າງຕັ້ງໜ້າ ກໍໄດ້ມີການສະຫຼຸບຕີລາຄາການພັດທະນາແຫຼ່ງຜະລິດພະລັງ ງານໄຟຟ້າ ນັບແຕ່ປີ 1970 ຮອດປີ 2021 ເຫັນວ່າມີຈັງຫວະຂະຫຍາຍຕົວສູງຫຼາຍ ໂດຍອັດຕາຂະຫຍາຍຕົວສະເລ່ຍ ປະມານ 17% ຕໍ່ປີ ເນື່ອງຈາກການເລັ່ງພັດທະນາແຫຼ່ງຜະລິດໄຟຟ້າ ເພື່ອການສົ່ງອອກ ສ້າງລາຍຮັບນໍາມາພັດທະນາພື້ນຖານໂຄງລ່າງຂອງປະເທດ. ການພັດທະນາກ່ອນປີ 2012 ແຫຼ່ງຜະລິດໄຟຟ້າຕົ້ນຕໍ ມາຈາກເຂື່ອນໄຟຟ້າພະລັງງານນໍ້າ. ມາຮອດທ້າຍປີ 2015, ສປປ ລາວ ໄດ້ພັດທະນາແຫຼ່ງຜະລິດພະລັງງານໄຟຟ້າຄວາມຮ້ອນຈາກຖ່ານຫີນ ແລະ ມາຮອດທ້າຍປີ 2020 ກໍໄດ້ພັດທະນາແຫຼ່ງຜະລິດໄຟຟ້າຈາກຊີວະມວນ ແລະ ພະລັງງານແສງອາທິດ. ການພັດທະນາວຽກງານພະລັງງານ ເປັນລັກສະນະນະໂຍບາຍເຊີງປະຕິບັດຫຼາຍຂຶ້ນ ແລະ ພົ້ນເດັ່ນ ນັບແຕ່ມີການຈັດຕັ້ງຜັນຂະຫຍາຍ ກົດໝາຍ ວ່າດ້ວຍໄຟຟ້າ ສະບັບປັບປຸງປີ 2017 ມາເປັນນະໂຍບາຍພະລັງງານຂອງ ສປປ ລາວ ປີ 2020 ແລະ ໄດ້ສ້າງເປັນຍຸດທະສາດການພັດທະນາພະລັງງານໄຟຟ້າຂອງ ສປປ ລາວ ປີ 2021-2030 ເພື່ອປັບປຸງລະບົບພະລັງງານໃຫ້ມີຄວາມໝັ້ນຄົງ, ມີຄວາມພ້ອມໃນການສະໜອງໄຟຟ້າ ໃຫ້ພຽງພໍຕໍ່ຄວາມຕ້ອງການພາຍໃນ ແລະ ສົ່ງອອກຕ່າງປະເທດ.
    ໝາກຜົນຂອງການຈັດຕັ້ງປະຕິບັດວຽກງານດັ່ງກ່າວ, ມາຮອດປີ 2022 ສປປ ລາວ ມີແຫຼ່ງຜະລິດໄຟຟ້າ ທັງໝົດ 96 ແຫຼ່ງ ປະກອບມີແຫຼ່ງຜະລິດໄຟຟ້າທີ່ມີກຳລັງຕິດຕັ້ງ 1 ແມັກກາວັດ (MW) ຂຶ້ນໄປ 94 ແຫຼ່ງ; ໂຄງການພະລັງງານນໍ້າມີທັງໝົດ 81 ແຫຼ່ງ, ແສງຕາເວັນ 8 ແຫຼ່ງ, ຊີວະມວນ 4 ແຫຼ່ງ ແລະ ຄວາມຮ້ອນຖ່ານຫີນ 1 ແຫຼ່ງ ຊຶ່ງລວມກຳລັງຕິດຕັ້ງທັງໝົດ 11.661,14 MW, ຄວາມອາດສາມາດຜະລິດພະລັງງານໄຟຟ້າ 58.813,42 ຈີກາວັດໂມງ ຕໍ່ປີ (GWh/ປີ). ນອກນີ້, ຍັງມີແຫຼ່ງຜະລິດໄຟຟ້າຈາກຄວາມຮ້ອນຖ່ານຫີນ ທີ່ຮັບໃຊ້ພາຍໃນລະບົບອຸດສາຫະກຳຂອງຕົນເອງ 2 ແຫຼ່ງ. ໃນນີ້, ຢູ່ສະຫວັນນະເຂດ 1 ແຫຼ່ງ ມີກຳລັງການຕິດຕັ້ງ 110 MW ແລະ ຢູ່ສາລະວັນ 1 ແຫຼ່ງ ມີກຳລັງການຕິດຕັ້ງ 15 MW. ຂະນະທີ່ການຜະລິດພະລັງງານໄຟຟ້າທົ່ວປະເທດ ໃນປີຜ່ານມາ, ກໍເພີ່ມຂຶ້ນຈາກປີ 2021 ຊຶ່ງການຜະລິດໄຟຟ້າພະລັງງານນໍ້າແມ່ນ 38.736.111.278,11 GWh, ເພີ່ມຂຶ້ນຈາກ 32.917.531.168,11 GWh; ພະລັງງານໄຟຟ້າຖ່ານຫີນ 12.179.577.897,53 GWh ຈາກ 11.881.932.680,38 GWh; ພະລັງງານໄຟຟ້າແສງຕາເວັນ 79.455.463,00 GWh ຈາກ 67.109.117,00 GWh; ສ່ວນພະລັງງານໄຟຟ້າຊີວະມວນ ຫຼຸດລົງມາເປັນ 36.001.333,00 GWh ຈາກ 48.715.493,00 GWh. ສຳລັບການຊົມໃຊ້ພາຍໃນທົ່ວປະເທດປີຜ່ານມາ ມີທັງໝົດ 9.704.969.143 GWh ເພີ່ມຂຶ້ນຈາກປີ 2021 ທີ່ຈໍານວນ 8.011.116.871 GWh ເທົ່າກັບເພີ່ມຂຶ້ນ 21,1%; ການເຂົ້າເຖິງພະລັງງານຂອງຄົວເຮືອນທົ່ວປະເທດ ປີ 2022 ຢູ່ນະຄອນຫຼວງ/ແຂວງ, ເມືອງ ປະຕິບັດໄດ້ 100%, ບ້ານປະຕິບັດໄດ້ 94,15% ແລະ ຄົວເຮືອນໃນຂອບເຂດທົ່ວປະເທດ ປະຕິບັດໄດ້ 95,32%.
    ສ່ວນມູນຄ່ານໍາເຂົ້າ ແລະ ສົ່ງອອກໄຟຟ້າ ທີ່ສັງຄົມໃຫ້ຄວາມສົນໃຈນັ້ນ, ຈາກປຶ້ມສະຖິຕິພະລັງງານ ແລະ ບໍ່ແຮ່ ປີ 2022 ຈະບົ່ງຊີ້ວ່າ: ສປປ ລາວ ສົ່ງອອກໄຟຟ້າໄປຍັງ 6 ປະເທດ ເພີ່ມຈາກ 5 ປະເທດໃນປີກ່ອນໜ້ານີ້; ໃນປີ 2021, ໄດ້ສົ່ງອອກໄຟຟ້າໄປໄທ 32.365.974.421 GWh, ມຽນມາ 2.199.849 GWh, ຫວຽດນາມ 1.382.388.278 GWh, ກຳປູເຈຍ 2.271.549.869 GWh ແລະ ມາເລເຊຍ 892.750 GWh; ປີ 2022 ເຖິງວ່າ ສປປ ລາວ ບໍ່ໄດ້ສົ່ງອອກໄຟຟ້າ ໄປຍັງມາເລເຊຍ ແຕ່ກໍໄດ້ສົ່ງອອກໄປຈີນ ແລະ ສິງກະໂປ ຊຶ່ງລາຍລະອຽດແມ່ນ ສົ່ງໄປໄທເພີ່ມເປັນ 34.567.271.114 GWh, ຈີນ 82.602.286 GWh, ມຽນມາ ເພີ່ມຂຶ້ນເປັນ 28.850.311 GWh, ສິງກະໂປ 180.640.235 GWh, ຫວຽດນາມ ເພິີ່ມເປັນ 2.371.124.411 GWh, ກຳປູເຈຍ ກໍເພີ່ມເປັນ 2.734.631.357 GWh. ຂະນະທີ່ບົດລາຍງານສະຖິຕິການຄ້າລະຫວ່າງປະເທດດ້ານສິນຄ້າຂອງ ສປປ ລາວ, ໄດ້ໃຫ້ຮູ້ວ່າ: ໃນປີ 2022, ການສົ່ງອອກສິນຄ້າມີມູນຄ່າ ທັງໝົດ 8.421 ລ້ານໂດລາ ທຽບໃສ່ແຜນການປີ ປະຕິບັດໄດ້ 102% (ມະຕິສະພາ 8.225 ລ້ານໂດລາ) ຖ້າທຽບໃສ່ປີ 2021 ເພີ່ມຂຶ້ນ 9,4%, ຖ້າທຽບໃສ່ລວມຍອດຜະລິດຕະພັນພາຍໃນ (GDP) ກວມ 56%, ແຕ່ຖ້າພິຈາລະນາການສົ່ງອອກທີ່ບໍ່ລວມການສົ່ງອອກຄືນ ໃນປີ 2022 ແມ່ນບັນລຸ 6.131,1 ລ້ານໂດລາ ແລະ ທຽບໃສ່ປີ 2021 ເພີ່ມຂຶ້ນ 14%. ໃນນີ້, ການສົ່ງອອກໃນໝວດຜະລິດຕະພັນແຮ່ທາດ ແລະ ໄຟຟ້າ ມີມູນຄ່າ 3.139,7 ລ້ານໂດລາ, ກວມ 37,9% ຂອງມູນຄ່າການສົ່ງອອກທັງໝົດ, ທຽບໃສ່ການສົ່ງອອກປີ 2021 ເພີ່ມຂຶ້ນ 9%; ການສົ່ງອອກໄຟຟ້າພົ້ນເດັ່ນ ທີ່ມີມູນຄ່າ 2.357,7 ລ້ານໂດລາ, ກວມ 73% ຂອງການສົ່ງອອກສິນຄ້າໃນໝວດນີ້ ແລະ ກວມ 28% ຂອງການສົ່ງອອກທັງໝົດ, ທຽບໃສ່ປີ 2021 ການສົ່ງອອກໄຟຟ້າ ເພີ່ມຂຶ້ນ 8,7%.
    ເມື່ອສັງລວມ ແລະ ປຽບທຽບເບິ່ງແລ້ວ, ຈະເຫັນວ່າ: ສປປ ລາວ ນັບມື້ມີບາດກ້າວທີ່ດີ ເປັນການຂະຫຍາຍຕົວຢ່າງຕັ້ງໜ້າ ສາມາດປັບປຸງລະບົບພະລັງງານໃຫ້ມີຄວາມໝັ້ນຄົງ, ມີຄວາມພ້ອມໃນການສະໜອງໄຟຟ້າ ໃຫ້ພຽງພໍຕໍ່ຄວາມຕ້ອງການພາຍໃນ ແລະ ສົ່ງອອກຕ່າງປະເພດ ນັບມື້ເພີ່ມຂຶ້ນ ຊຶ່ງສາມາດສ້າງລາຍຮັບ ແລະ ຂັບເຄື່ອນເສດຖະກິດໃຫ້ຂະຫຍາຍຕົວ ໂດຍຮັບປະກັນການພັດທະນາລະບົບພະລັງງານໄຟຟ້າ ໃຫ້ມີສະຖຽນລະພາບ, ມີຄວາມໜ້າເຊື່ອຖື, ໝັ້ນຄົງ ແລະ ຜູ້ຊົມໃຊ້ສາມາດເຂົ້າເຖິງດ້ວຍລາຄາທີ່ເໝາະສົມ ແລະ ເປັນທໍາ. ການທີ່ຈະກາຍເປັນສູນກາງ ແລະ ທາງຜ່ານຂອງການແລກປ່ຽນພະລັງງານໄຟຟ້າ ໃນອະນຸພາກພື້ນແມ່ນໍ້າຂອງ ແລະ ອາຊຽນ ນັບມື້ມີທ່າອ່ຽງເພີ່ມຂຶ້ນ ດ້ວຍໂຕເລກທີ່ມີການຂະຫຍາຍຕົວ ແລະ ການມີຈຸດເຊື່ອມຕໍ່ກັບຕ່າງປະເທດ ເພື່ອຊື້-ຂາຍ ແລະ ແລກປ່ຽນພະລັງງານໄຟຟ້າ ກັບປະເທດໄທ ມີ 17 ຈຸດ, ຫວຽດນາມ ມີ 9 ຈຸດ, ກຳປູເຈຍມີ 3 ຈຸດ, ມຽນມາ 1 ຈຸດ ແລະ ຈີນ 3 ຈຸດ ລວມຄວາມຍາວ 1.691 ກິໂລແມັດ (Km). ນອກນີ້, ສປປ ລາວ ຍັງໄດ້ມີການລົງທຶນ ເພື່ອພັດທະນາແຫຼ່ງຜະລິດໄຟຟ້າພະລັງງານລົມອີກຫຼາຍແຫຼ່ງ ເພື່ອສົ່ງອອກ. ນີ້ຈະເປັນການຊຸກຍູ້ໃຫ້ປະເທດຫຍັບເຂົ້າສູ່ເປົ້າໝາຍ ທີ່ຈະກາຍເປັນ “ໝໍ້ໄຟຂອງອາຊຽນ” ອີກກ້າວ.
    ເພື່ອສືບຕໍ່ມີການພັດທະນາພະລັງງານ, ພັກ-ລັດເຮົາ ຍັງຕ້ອງດັດສົມບັນຫາໃນໄລຍະຜ່ານມາ, ທິດທາງການວາງແຜນພັດທະນາໄຟຟ້າຕໍ່ໜ້າ ຊຶ່ງຕາມຍຸດທະສາດແລ້ວ, ຕ້ອງໄດ້ສືບຕໍ່ວຽກງານສຳຄັນຄື: ຕ້ອງຄັດເລືອກການພັດທະນາແຫຼ່ງຜະລິດໄຟຟ້າທີ່ມີຄຸນນະພາບ, ຕົ້ນທຶນຕໍ່າ, ຜົນຜະລິດສູງ ແລະ ການຜະລິດມີຄວາມສອດຄ່ອງກັບຕະຫຼາດຄວາມຕ້ອງການໄຟ ທັງພາຍໃນ ແລະ ການສົ່ງອອກຕ່າງປະເທດ. ຄັດເລືອກການວາງແຜນຂະຫຍາຍລະບົບສາຍສົ່ງໄຟຟ້າ ໃຫ້ສອດຄ່ອງກັບແຜນການຂະຫຍາຍແຫຼ່ງຜະລິດ ແລະ ແຜນຄວາມຕ້ອງການໄຟຟ້າພາຍໃນ ແລະ ຕ່າງປະເທດ ຮັບປະກັນລະບົບມີຄວາມສະຖຽນລະພາບ, ຫຼຸດຜ່ອນການສູນເສຍພະລັງງານ, ຕົ້ນທຶນຕໍ່າ, ລະບົບມີຄວາມໝັ້ນຄົງ, ໜ້າເຊື່ອຖື ແລະ ມີຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ.