ໃນວັນທີ 29 ມັງກອນຜ່ານມານີ້, ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ໄດ້ລົງຢ້ຽມຢາມ ຖາມຂ່າວ,ເບິ່ງສະພາບຊີວິດການເປັນຢູ່ຂອງ ຄູ-ອາຈານ ແລະ ນັກຮຽນຢູ່ໂຮງຮຽນ ມສ ແກ່ນທ້າວ. ໂດຍມີທ່ານ ຄໍາປຸ່ນ ນວນສະບັບ ວ່າການເຈົ້າເມືອງແກ່ນທ້າວ, ມີຫົວໜ້າ, ຮອງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ຄູ-ອາຈານພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.
ທ່ານ ສົມບັດ ແກ້ວປະເສີດ ຜູ້ອໍານວຍການໂຮງຮຽນມສ ແກ່ນທ້າວ ໄດ້ລາຍງານໃຫ້ຮູ້ວ່າ: ໂຮງຮຽນ ມສ ແກ່ນທ້າວ ເປັນໂຮງຮຽນມັດທະຍົມສົມບູນແຫ່ງທໍາອິດຂອງເມືອງແກ່ນທ້າວ ຕັ້ງຢູ່ເທດສະບານເມືອງ ເຂດບໍລິການ-ການສຶກສາ ກວມເອົາ 12 ບ້ານ ມີໂຮງຮຽນມັດທະຍົມຕອນຕົ້ນຂຶ້ນກັບ 1 ແຫ່ງ ແລະ ປະຖົມ 5 ແຫ່ງ ພາຍໃນໂຮງຮຽນມີອາຄານທັງໝົດ 9 ຫຼັງ ເປັນອາຄານຮຽນ 6 ຫຼັງ ປະກອບມີ: ຫ້ອງຄອມພິວເຕີ 1 ຫ້ອງ, ຫ້ອງທົດລອງ 1 ຫ້ອງ, ມີສະໂມສອນ 1 ຫຼັງ, ຫ້ອງວິຊາການ1 ຫຼັງ ແລະ ຫ້ອງອ່ານ 1 ຫຼັງ. ສົກຮຽນ 2024-2025 ໂຮງຮຽນ ມສ ແກ່ນທ້າວ ມີຄູສອນທັງໝົດ 32 ຄົນ ຍິງ 20 ຄົນ. ໃນນັ້ນ, ຄະນະອໍານວຍການໂຮງຮຽນ 3 ທ່ານ, ຄູລັດຖະກອນ 27 ຄົນຍິງ 17 ຄົນ ແລະ ຄູອາສາສະໝັກ 5 ຄົນຍິງ 3 ຄົນ. ມີນັກຮຽນທັງໝົດ 700 ກວ່ານ້ອງຍິງ 380 ກວ່ານ້ອງ, ຂັ້ນຮຽນ ມໍ1 ມີ 4 ຫ້ອງຮຽນ ມີນັກຮຽນ 120 ກວ່ານ້ອງຍິງ 59 ນ້ອງ, ມໍ2 ມີ 3 ຫ້ອງຮຽນ ມີນັກຮຽນ100 ກວ່ານ້ອງຍິງ 57 ນ້ອງ, ມໍ3 ມີ 3 ຫ້ອງຮຽນ ມີນັກຮຽນ 110 ກວ່ານ້ອງຍິງ 63 ນ້ອງ, ມໍ4 ມີ 3 ຫ້ອງຮຽນ ມີນັກຮຽນ 100 ກວ່ານ້ອງຍິງ 56 ນ້ອງ, ມໍ5 ມີ 3 ຫ້ອງຮຽນ ມີນັກຮຽນ 90 ກວ່ານ້ອງຍິງ 50 ນ້ອງ, ມໍ6 ມີ 2 ຫ້ອງຮຽນ ມີນັກຮຽນ 80 ກວ່ານ້ອງຍິງ 47 ນ້ອງ ແລະ ຂັ້ນຮຽນ ມໍ7 ມີ 2 ຫ້ອງ ມີນັກຮຽນ 80 ກວ່ານ້ອງຍິງ 47 ນ້ອງ. ຄູທີ່ມີຊົ່ວໂມງສອນໜ້ອຍສຸດ 4 ຊົ່ວໂມງຕໍ່ອາທິດ ແລະ ຫຼາຍສຸດ 24 ຊົ່ວໂມງຕໍ່ອາທິດ, ຄູທີ່ສອນຕໍາລາໜ້ອຍສຸດ 2 ຕໍາລາ ແລະ ຫຼາຍສຸດ 6 ຕໍາລາ. ສະເພາະສົກຮຽນ 2024-2025 ມີນັກຮຽນ ປະລະການຮຽນທັງໝົດ 98 ນ້ອງຍິງ 53 ນ້ອງ. ໃນນີ້, ຂັ້ນຮຽນ ມຕົ້ນ 57 ນ້ອງຍິງ 26 ນ້ອງ ແລະ ຂັ້ນຮຽນ ມປາຍ 41 ນ້ອງຍິງ 27 ນ້ອງ.
ທ່ານ ຮອງເຈົ້າແຂວງໄຊຍະບູລີ ໄດ້ມີຄໍາເຫັນຊີ້ນໍາໃຫ້ໜ່ວຍພັກທີ່ເປັນແກນນໍາຢູ່ພາຍໃນໂຮງຮຽນ ເຮັດໜ້າທີ່ໃນການນໍາພາທາງດ້ານການເມືອງ-ແນວຄິດ ໂດຍສະເພາະແມ່ນການນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ມະຕິ, ຄໍາສັ່ງ, ຍຸດທະສາດການສຶກສາ ເຜີຍແຜ່ເຊື່ອມຊຶມໃຫ້ຄູ-ອາຈານ, ນ້ອງນັກຮຽນ ແລະ ຕິດຕາມສະພາບແນວຄິດຂອງສະມາຊິກພັກ, ພະນັກງານຄູສອນຢູ່ພາຍໃນໂຮງຮຽນ, ໃຫ້ຄະນະອໍານວຍການໂຮງຮຽນ ເອົາໃຈໃສ່ປະຕິບັດລະບອບແບບແຜນວິທີບໍລິຫານ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ຄູ-ອາຈານ ແລະ ນັກຮຽນ, ຄູ-ອາຈານ ຕ້ອງໄດ້ຝຶກຝົນໃຫ້ມີຄວາມມານະອົດທົນ, ເສຍສະຫຼະ, ບຸກບືນ, ກະຕືລືລົ້ນ, ຫ້າວຫັນ ແລະ ເຮັດໃຫ້ພົ້ນເດັ່ນ, ສ້າງສະພາບແວດລ້ອມ ແລະ ບັນຍາກາດ ເພື່ອດຶງດູດ ຄູ-ອາຈານ ແລະ ນັກຮຽນ, ຍາດແຍ່ງການແລກປ່ຽນບົດຮຽນ ເພື່ອເອົາຄວາມຮູ້, ການບໍລິຫານທີ່ດີ ແລະ ຍາດແຍ່ງການຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ.ໂອກາດນີ້, ທ່ານຮອງເຈົ້າແຂວງ ຍັງໄດ້ມອບຄອມພິວເຕີ ຈໍານວນ 1 ຊຸດ ແລະ ປິ່ນເຕີ 1 ເຄື່ອງ ໃຫ້ໂຮງຮຽນ.
(ຂ່າວ: ແກ່ນທ້າວ)