ກອງປະຊຸມໃຫຍ່ສະມາຊິກສະຫະພັນແມ່ຍິງ ສານປະຊາຊົນສູງສຸດ ຄັ້ງທີ V ໄດ້ຈັດຂຶ້ນໃນວັນທີ 29 ມັງກອນ ນີ້ ທີ່ສານປະຊາຊົນສູງສຸດ (ສປສສ),ພາຍໃຕ້ການເປັນປະທານຂອງສະຫາຍ ນາງທັນສະໄໝ ຊາມຸນຕີ ປະທານສະຫະພັນແມ່ຍິງ ສານປະຊາຊົນສູງສຸດ,ເປັນກຽດເຂົ້າຮ່ວມມີສະຫາຍ ນາງ ສິລິກິດ ບຸບຜາ ຄະນະພັກ ຮອງປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ, ສະຫາຍ ຄຳພັນ ບຸນພາຄົມ ຄະນະປະຈຳພັກ ຮອງປະທານສານປະຊາຊົນສູງສຸດ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນ ສານປະຊາຊົນສູງສຸດພ້ອມດ້ວຍແຂກຖືກເຊີນ ແລະ ສະມາຊິກແມ່ຍິງເຂົ້າຮ່ວມ.
ສະຫາຍ ນາງ ທັນສະໄໝ ຊາມຸນຕີ ໄດ້ຜ່ານຮ່າງບົດລາຍງານການເມືອງ ແລະ ຜ່ານຮ່າງບົດສຳຫຼວດການນໍາພາລວມ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ສານປະຊາຊົນສູງສຸດ ໃນການນໍາພາ-ຊີ້ນໍາວຽກງານຮອບດ້ານ ຊຶ່ງສະແດງໃຫ້ເຫັນຜົນງານທີ່ພົ້ນເດັ່ນ ແລະ ຜົນສໍາເລັດໃນຫຼາຍດ້ານ ທີ່ສະມາຊິກສະຫະພັນແມ່ຍິງ ສານປະຊາຊົນສູງສຸດ ຍາດມາໄດ້ໃນໄລຍະຜ່ານມາ. ພ້ອມນີ້ ຍັງໄດ້ຕີລາຄາເຖິງດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ແລະ ຖອດຖອນບົດຮຽນທີ່ຍັງໄດ້ກຳນົດທິດທາງແຜນການ ເພື່ອເປັນຄາດໝາຍສູ້ຊົນໃນການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ ແລະ ໃນກອງປະຊຸມ ຍັງໄດ້ເຫັນດີເປັນເອກະພາບ ຮັບຮອງເອົາຮ່າງລາຍງານການເມືອງ ແລະ ຮ່າງບົດສໍາຫຼວດການນໍາພາລວມ ດັ່ງກ່າວ.
ພ້ອມນັ້ນກອງປະຊຸມຍັງໄດ້ຮັບຟັງ ການຜ່ານຮ່າງແຜນພັດທະນາແມ່ຍິງ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ສານປະຊາຊົນສູງສຸດ ທີ່ຕິດພັນກັບການຈັດຕັ້ງປະຕິບັດຂະບວນການ 3 ດີ, ໃນການນໍາພາ-ຊີ້ນໍາວຽກງານ ຂອງຄະນະສະຫະພັນແມ່ຍິງ ສານປະຊາຊົນສູງສຸດ, ພ້ອມກັນປະກອບຄໍາຄິດ-ຄໍາເຫັນ ຕໍ່ຮ່າງບົດລາຍງານການເມືອງ, ຮ່າງບົດສຳຫຼວດການນໍາພາລວມ ແລະ ຮ່າງແຜນພັດທະນາແມ່ຍິງ ໂດຍຕາງໜ້າຈາກອົງການຈັດຕັ້ງມະຫາຊົນ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ບົດດັ່ງກ່າວມີເນື້ອໃນຄົບຖ້ວນ ສົມບູນຍິ່ງໆຂຶ້ນ.
ໃນກອງປະຊຸມຄັ້ງປະຖົມມະລືກ ໄດ້ໃຊ້ສິດປະຊາທິປະໄຕ ຂອງຕົນ ປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ສານປະຊາຊົນສຸງສຸດຊຸດໃໝ່ຄັ້ງທີ V ຊຶ່ງປະກອບມີ 9 ສະຫາຍ ດັ່ງລຸ່ມນີ້: ສະຫາຍ ນາງ ທັນສະໄມ ຊາມຸນຕີ ເປັນປະທານສະຫະພັນແມ່ຍິງສານປະຊາຊົນສູງສຸດ;ສະຫາຍ ນາງ ຈັນຖະໜອມ ສີລິວັດ ເປັນຮອງປະທານ; ສະຫາຍ ນາງ ປັງຄໍາ ເຂັມພອນເທບ ເປັນຮອງປະທານແລະ ເປັນປະທານກວດກາ; ສະຫາຍ ນາງ ນິພາພອນ ທອງມະນີວົງເປັນຄະນະ;ສະຫາຍ ນາງ ເຄືອວັນ ພົມມະຫານເປັນຄະນະ;ສະຫາຍ ນາງ ສຸພາພອນ ສີໂຄດເມືອງພອນເປັນຄະນະ;ສະຫາຍ ນາງ ວິໄລວັນ ຈັນທະມາລີ ເປັນຄະນະ;ສະຫາຍ ນາງ ວັດທະນາ ສຸລິຍະວົງເປັນຄະນະ ແລະ ສະຫາຍ ນາງ ພອນວິໄລ ພົມມະຈັນເປັນຄະນະ.
ພ້ອມນັ້ນ, ກອງປະຊຸມຍັງໄດ້ເລືອກເອົາຜູ້ແທນສົມບູນ ແລະ ຜູ້ແທນສໍາຮອງ ຈໍານວນ 3 ສະຫາຍ ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນສູນກາງສະຫະພັນແມ່ຍິງລາວ ຕື່ມອີກ.
ໃນໂອກາດດັ່ງກ່າວ,ສະຫາຍ ນາງ ສິລິກິດ ບຸບຜາ ໄດ້ໃຫ້ກຽດໂອ້ລົມ ເພື່ອເປັນເຂັມຊີ້ທິດເຍືອງທາງຕໍ່ໜ້າ ຊຶ່ງສະຫາຍໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນ ຂອງຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ພາລະກິດ ຂອງສະມາຊິກສະຫະພັນແມ່ຍິງ ໃນການປະກອບສ່ວນເຂົ້າໃນໜ້າທີ່ວຽກງານວິຊາສະເພາະ, ເພື່ອໃຫ້ພວກເຮົາໄດ້ນໍາໄປຄົ້ນຄວ້າ ແລະ ຈັດຕັ້ງຜັນຂະຫຍາຍ ເຂົ້າໃນໜ້າທີ່ວຽກງານຕົວຈິງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ຊຶ່ງສະຫາຍໄດ້ເນັ້ນບາງບັນຫາດັ່ງນີ້:
1. ຄະນະບໍລິຫານງານສະຫະພັນແມ່ຍິງ ສານປະຊາຊົນສູງສຸດ ຊຸດໃໝ່ ຈົ່ງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ, ຮັກສາໄດ້ມູນເຊື້ອອັນດີງາມ ຂອງສະຫະພັນແມ່ຍິງລາວ ເພື່ອສ້າງໃຫ້ແມ່ຍິງມີຄຸນທາດການເມືອງໜັກແໜ້ນ, ປະຕິິບັດໜ້າທີ່ວຽກງານ ທີ່ຄະນະພັກ-ຄະນະນຳ ສານປະຊາຊົນສູງສຸດ ກໍຄື ສູນກາງສະຫະພັນແມ່ຍິງລາວ ມອບໝາຍໃຫ້ບັນລຸຜົນສຳເລັດຕາມຄາດໝາຍ.
2. ສືບຕໍ່ເປັນເຈົ້າການໃນການປັບປຸງການຈັດຕັ້ງ ຄະນະບໍລິຫານງານສະຫະພັນແມ່ຍິງສານປະຊາຊົນສູງສຸດ ໃຫ້ນັບມື້ນັບເຂັ້ມແຂງ, ໂດຍເອົາໃຈໃສ່ຄົ້ນຄວ້າເຊື່ອມຊຶມ ແລະ ກຳແໜ້ນສິດ, ໜ້າທີ່ຂອງສະມາຊິກແມ່ຍິງ ຕາມທີ່ກຳນົດໄວ້ໃນກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ.
3. ການພັດທະນາແມ່ຍິງ ແລະ ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແມ່ນເປັນນະໂຍບາຍຂອງພັກ ແລະ ລັດຖະບານ, ທັງແມ່ນຄວາມຮຽກຮ້ອງຕ້ອງການຂອງແມ່ຍິງລາວທົ່ວປະເທດ. ສະນັ້ນ, ຄະນະບໍລິຫານງານສະຫະພັນແມ່ຍິງ ຕະຫຼອດຮອດສະມາຊິກແມ່ຍິງ ຈະຕ້ອງເອົາໃຈໃສ່ ແລະ ເປັນເຈົ້າການໃນການພັດທະນາຕົນເອງ ທາງດ້ານຄວາມຮູ້, ຄວາມສາມາດ ເພື່ອປະກອບສ່ວນເຂົ້າໃນການພັດທະນາວຽກງານແມ່ຍິງ ກໍຄືການພັດທະນາວຽກງານ ຂອງສານປະຊາຊົນໃຫ້ເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
4. ຄະນະບໍລິຫານງານສະຫະພັນແມ່ຍິງ ຕ້ອງຖືເອົາຂໍ້ແຂ່ງຂັນ 3 ດີ ຄື:(ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ) ຕິດພັນກັບຂະບວນເຄື່ອນໄຫວວຽກງານດ້ານວິຊາສະເພາະຂອງຕົນ ເພື່ອເປັນການປະກອບສ່ວນເຂົ້າໃນການຕ້ານ ແລະ ແກ້ໄຂປະກົດການຫຍໍ້ທໍ້ທີ່ເກີດຂຶ້ນກັບແມ່ຍິງ, ຄອບຄົວ ແລະ ສັງຄົມໃຫ້ນັບມື້ນັບດີຂຶ້ນ;
5. ເອົາໃຈໃສ່ຊຸກຍູ້ສົ່ງເສີມ, ສະໜັບສະໜູນ, ຍ້ອງຍໍພະນັກງານ-ລັດຖະກອນເພດຍິງ ຜູ້ທີ່ມີຄວາມຮູ້, ຄວາມສາມາດ, ມີຜົນງານດີເດັ່ນ. ເພື່ອສ້າງໃຫ້ແມ່ຍິງໄດ້ມີໂອກາດເທົ່າທຽມກັບເພດຊາຍໃນດ້ານວິຊາສະເພາະ, ດ້ານການຄຸ້ມຄອງ-ນຳພາ ແລະ ການຕັດສິນບັນຫາໃຫ້ມີຈຳນວນນັບມື້ນັບເພີ່ມຂຶ້ນ.
(ຂ່າວ-ພາບ:ຕຸໄລເພັດ)