ໃນວັນທີ 6 ກຸມພານີ້ ທີ່ສຳນັກງານໃຫຍ່ຂອງລັດວິສາຫະກິດໄຟຟ້າລາວ ກະຊວງພະລັງງານ ແລະ ບໍ່ແຮ່ (ພບ) ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955 – 22 ມີນາ 2025) ແລະ ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XXໂດຍການໃຫ້ກຽດເປັນປະທານ ແລະ ກ່າວປາຖະກະຖາໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກ ຊຶ່ງມີບັນດາສະຫາຍຄະນະພັກ-ຄະນະນໍາ ພ້ອມດ້ວຍບັນດາສະຫາຍສະມາຊິກພັກ-ພະນັກງານ ພາຍໃນກະຊວງ ພບ ເຂົ້າຮ່ວມ.
    ສະຫາຍ ຄຳພັນເຜີຍຍະວົງ ໄດ້ກ່າວຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານອັນໃຫຍ່ຫຼວງ ທີ່ພັກປະຊາຊົນລາວຍາດມາໄດ້ ໃນຕະຫຼອດໄລຍະ 70 ປີຜ່ານມາ; ພ້ອມດຽວກັນ, ກໍກ່າວໃຫ້ຮູ້ເຖິງປະຫວັດສາດຂອງຊາດລາວວ່າ: ຊາດລາວເປັນຊາດໜຶ່ງທີ່ມີມູນເຊື້ອດຸໝັ້ນໃນການອອກແຮງງານ, ມູນເຊື້ອສາມັກຄີປອງດອງ, ຮັກເຊື້ອແພງຊາດ, ວັດທະນະທໍາທີ່ເປັນເອກະລັກອັນດີງາມ ແລະ ພົ້ນເດັ່ນກວ່າໝູ່ຄືມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈໍານົນ ຕ້ານການຮຸກຮານຂອງສັດຕູພາຍນອກ ຢ່າງເດັດດ່ຽວໜຽວແໜ້ນຂອງບັນດາບັນພະບູລຸດລາວ ໃນການທ້ອນໂຮມ, ປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນລາວບັນດາເຜົ່າໃນແຕ່ລະຍຸກແຕ່ລະສະໄໝ ສືບທອດຕໍ່ກັນມາຈົນເຖິງປັດຈຸບັນ.
    ການປາຖະກະຖາຄັ້ງນີ້, ສະຫາຍ ຄຳພັນເຜີຍຍະວົງ ໄດ້ຫວນຄືນໃຫ້ຮູ້ວ່າ: ໃນທ້າຍສະຕະວັດທີ XIXໃນປີ 1893, ສາມປະເທດອິນດູຈີນ ລາວ, ຫວຽດນາມ ແລະ ກຳປູເຈຍໄດ້ຖືກພວກລ່າເມືອງຂຶ້ນເຂົ້າມາຮຸກຮານ; ປະຊາຊົນສາມຊາດອິນດູຈີນຖືກກົດຂີ່ຂູດຮີດຢ່າງແສນສາຫັດ ຈຶ່ງເກີດມີການຕໍ່ສູ້ຂອງປະຊາຊົນສາມຊາດ ຢ່າງພິລາດອາດຫານ, ແຕ່ລະປະເທດເກີດມີຂະບວນການຕໍ່ສູ້ ຢ່າງທໍລະຫົດອົດທົນ; ສຳລັບຢູ່ລາວ, ກໍເກີດມີການຕໍ່ສູ້, ບາງຂະບວນການແກ່ຍາວມາຫຼາຍປີ ບາງຂະບວນການກໍມີຂະໜາດກວ້າງໃຫຍ່ ແຕ່ໃນທີ່ສຸດຂະບວນການເຫຼົ່ານັ້ນລ້ວນແຕ່ຖືກປາບປາມ ແລະ ດັບມອດ ຍ້ອນຂາດແນວທາງ, ຂາດການນໍາພາ ແລະ ເກີດຂຶ້ນແບບໂດດດ່ຽວ. ເພື່ອຊອກຫາເສັ້ນທາງປົດປ່ອຍ, ປະທານ ໂຮ່ຈິມິນ ໄດ້ເດີນທາງໄປຄົ້ນຄວ້າບົດຮຽນ ແລະ ໄດ້ນໍາເອົາລັດທິມາກ-ເລນິນ ເຂົ້າມາເຜີຍແຜ່ຢູ່ອິນດູຈີນ, ມາໃນວັນທີ 3 ກຸມພາ 1930 ພັກການເມືອງຂອງຊົນຊັ້ນກຳມະກອນ ທີ່ເປັນເອກະພາບໜຶ່ງດຽວໄດ້ສ້າງຕັ້ງຂຶ້ນຄື: ພັກກອມມູນິດອິນດູຈີນ; ພາຍໃຕ້ການນໍາພາຂອງພັກກອມມູນິດອິນດູຈີນ, ໃນວັນທີ 6-7 ກັນຍາ 1934ອົງຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ມາຮອດວັນທີ 22 ມີນາ 1955 ພັກປະຊາຊົນລາວ ກໍຄືພັກປະຊາຊໍົນປະຕິວັດລາວ ໃນປັດຈຸບັນ ກໍໄດ້ສ້າງຕັ້ງຂຶ້ນ ແລະ ນໍາພາປະຊາຊົນລາວບັນດາເຜົ່າຜູ້ຮັກຊາດ ຕໍ່ສູ້ຈົນໄດ້ຮັບໄຊຊະນະຢ່າງສົມບູນ, ສະຖາປະນາເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວຂຶ້ນຢ່າງສະຫງ່າຜ່າເຜີຍໃນວັນທີ2 ທັນວາ1975 ແລະ ສືບຕໍ່ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດມາເຖິງປັດຈຸບັນ.
    ພ້ອມດຽວກັນນີ້, ສະຫາຍ ຄຳພັນເຜີຍຍະວົງ ກໍໄດ້ກ່າວໃຫ້ຮູ້ວ່າ: ຜ່ານໄລຍະ 70 ປີ, ການນໍາພາຂອງພັກໃນເງື່ອນໄຂປະຫວັດສາດ ແລະ ສະພາບແວດລ້ອມທີ່ແຕກຕ່າງກັນ ຊຶ່ງມີທັງໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍ ທົດສອບອັນລະອິດລະອ້ຽວຂ້ຽວຂາດທີ່ສຸດ, ແຕ່ພັກປະຊາຊົນປະຕິວັດລາວ ໄດ້ຮັບການປັບປຸງ ແລະ ຫຼໍ່ຫຼອມໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວ, ມີທາດແທ້ມູນເຊື້ອອັນສະຫງ່າລາສີ. ເພື່ອສືບຕໍ່ເສີມຂະຫຍາຍຜົນງານອັນໃຫຍ່ຫຼວງ ແລະ ມູນເຊື້ອອັນດີງາມຂອງພັກ, ສະຫາຍກໍຍັງໄດ້ເນັ້ນໃຫ້ຜູ້ເກີດໃໝ່ໃຫຍ່ລຸນ, ຮຸ່ນສືບທອດພາລະກິດປະຕິວັດເອົາໃຈໃສ່ບາງບັນຫາອີກດ້ວຍ.
    ໂອກາດດຽວກັນ, ສະຫາຍ ຄໍາພັນ ເຜີຍຍະວົງ ຍັງໄດ້ກ່າວປາຖະກະຖາໃຫ້ຮູ້ເຖິງຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະກຳມະການສູນກາງພັກກອມມູນິດຈີນ ສະໄໝທີ XXໂດຍສັງລວມໃຫ້ຮູ້ເຖິງຄວາມໝາຍສຳຄັນ ແລະ ຄວາມຮຽກຮ້ອງໃນການລົງເລິກປະຕິຮູບຮອບດ້ານ ທີ່ພັກກອມມູນິດຈີນ ວາງອອກ ຊຶ່ງແມ່ນຂໍ້ຕົກລົງທີ່ຖືກຮັບຮອງເອົາໃນທົ່ວພັກ ໂດຍມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ ແນໃສ່ສ້າງປະເທດສັງຄົມນິຍົມທັນສະໄໝເຂັ້ມແຂງໃຫ້ສຳເລັດຮອບດ້ານ ເປັນການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ ດ້ວຍຄວາມທັນສະໄໝແບບຈີນ ເພື່ອບັນລຸເປົ້າໝາຍ 100 ປີເຫດການທີສອງໃຫ້ສຳເລັດຜົນ.
(ຂ່າວ-ພາບ: ສຸກສະຫວັນ)