
ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ໃນວັນທີ 11 ກຸມພາ ຜ່ານມາໄດ້ມີ 61 ປະເທດ ຮັບຮອງເອົາຖະແຫຼງການຮ່ວມກ່ຽວກັບຄວາມຕ້ອງການປັນຍາປະດິດ (AI) “ເປີດເຜີຍ, ຮອບດ້ານ ແລະ ມີຄຸນສົມບັດ” ໃນກອງປະຊຸມສຸດຍອດ AI ຊຶ່ງໄດ້ດຳເນີນຢູ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.
ຂ່າວລະບຸວ່າ: ຕາມຖະແຫຼງການ, ກອງປະຊຸມສຸດຍອດ ໄດ້ດຳເນີນຢູ່ Grand Palais ທີ່ນະຄອນຫຼວງປາຣີ. ບ່ອນທີ່ 61 ປະເທດ, ໃນນັ້ນ ມີ ຝຣັ່ງ, ອິນເດຍ ແລະ ຈີນ, ບັນລຸຄວາມເຫັນດີເຫັນພ້ອມກ່ຽວກັບຫຼັກການດັ່ງກ່າວ. ເຖິງຢ່າງໃດກໍຕາມ, ສິ່ງທີ່ໜ້າສົນໃຈ, ນັ້ນແມ່ນ ອາເມຣິກາ ແລະ ອັງກິດ ບໍ່ລົງນາມໃນຂໍ້ຕົກລົງສຸດທ້າຍຂອງກອງປະຊຸມ, ດ້ວຍເຫດຜົນຜົນປະໂຫຍດແຫ່ງຊາດ ແລະ ຄວາມວິຕົກກັງວົນກ່ຽວກັບຂໍ້ຕົກລົງ. ຖະແຫຼງການຮ່ວມໄດ້ເນັ້ນໜັ້ກບັນດາບັນຫາກ່ຽວຂ້ອງເຖິງ AI ແລະ ພະລັງງານ ຊຶ່ງໄດ້ຮັບການແກ້ໄຂ “ເປັນຄັ້ງທຳອິດ” ໃນສະພາວະຫຼາຍຝ່າຍ. ຖະແຫຼງການສະບັບນີ້ໄດ້ຍົກໃຫ້ເຫັນ ຄວາມຕ້ອງການຍົກສູງຄວາມຮັບຮູ້ກ່ຽວກັບຜົນກະທົບຂອງ AI ຕໍ່ຕະຫຼາດແຮງງານ ແລະ ຊຸກຍູ້ບັນດາເຕັກໂນໂລຊີກຳນົດທິດຕັ້ງໜ້າອະນາຄົດຂອງຂະແໜງ.
ບັນດາປະເທດທີ່ເຂົ້າຮ່ວມໃນການລົງນາມໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການສົມທົບໃນການຄຸ້ມຄອງ AI ແລະ ສະກັດກັ້ນສະພາບການລິຂະສິດຕະຫຼາດເພື່ອໃຫ້ AI ເຂົ້າເຖິງໄດ້ງ່າຍ ແລະ ຍົກໃຫ້ເຫັນຄວາມຕ້ອງການບັນລຸໄດ້ຄວາມຄືບໜ້າໃນການຮັບປະກັນລັກສະນະປິດລັບ ແລະ ຄວາມໄວ້ວາງໃຈຂອງ AI ແລະ ຊີ້ແຈ້ງວ່າ AI “ຍືນຍົງ” ຕໍ່ສັງຄົມ ແລະ ພັດທະນາຕ້ອງແມ່ນບຸລິມະສິດແຖວໜ້າ.