ຂ່າວສານຊີອາໄອລາຍຫວ່າງມໍ່ໆມານີ້, ສຳນັກງານການກວດຄົນເຂົ້າເມືອງແຫ່ງຊາດຈີນໄດ້ອອກຖະແຫຼງການວ່າ: ນັບແຕ່ວັນທີ 10 ກຸມພານີ້ເປັນຕົ້ນໄປ, ຄະນະນັກທ່ອງທ່ຽວທີ່ມີ 2 ຄົນ ແລະ ຫຼາຍກວ່າ 2 ຄົນຂຶ້ນໄປຈາກ10 ປະເທດອາຊຽນ ຄື: ລາວ, ມາເລເຊຍ, ອິນໂດເນເຊຍ, ໄທ, ຟີລິບປິນ, ສິງກະໂປ, ບຣູໄນ, ຫວຽດນາມ, ມຽນມາ ແລະກຳປູເຈຍທີ່ຖືໜັງສືຜ່ານແດນທຳມະດາ ແລະ ຈັດຕັ້ງຕ້ອນຮັບໂດຍບໍລິສັດທ່ອງທ່ຽວຂອງຈີນ ສາມາດເຂົ້າ-ອອກແບບຍົກເວັ້ນວີຊາຜ່ານດ່ານສະໜາມບິນສາກົນກາຊາສິບສອງພັ່ນນາ, ດ່ານທາງລົດໄຟບໍ່ຫານ ແລະດ່ານທາງຫຼວງບໍ່ຫານ, ຂອບເຂດການທ່ອງທ່ຽວແມ່ນກິ່ງແຂວງສິບສອງພັ່ນນາແລະໄລຍະເວລາທ່ອງທ່ຽວແມ່ນບໍ່ໃຫ້ເກີນ 6 ວັນ. ນະໂຍບາຍດັ່ງກ່າວເປັນນະໂຍບາຍສຳຄັນທີ່ຈີນເປີດກວ້າງການເປີດປະຕູສູ່ພາຍນອກຢ່າງເປັນເຈົ້າການ ຊຶ່ງບໍ່ພຽງແຕ່ໄດ້ອຳນວຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເທົ່ານັ້ນ, ຫາກຍັງໄດ້ເພີ່ມຄວາມມີຊີວິດຊີວາໃຫ້ແກ່ການທ່ອງທ່ຽວຂ້າມຊາດຕາມທາງລົດໄຟລາວ-ຈີນອີກດ້ວຍ.
ໃນຊຸມປີຜ່ານມາ, ຄຽງຄູ່ກັບຂະແໜງການທ່ອງທ່ຽວຂອງຈີນໄດ້ຮັບການພັດທະນາຢ່າງວ່ອງໄວ, ການດຶງດູດນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວຈີນໄດ້ກາຍເປັນຈຸດເຕີບໂຕໃໝ່ເປັນກ້າວໆ. ການປະຕິບັດນະໂຍບາຍຍົກເວັ້ນວີຊາຄັ້ງນີ້ໄດ້ເພີ່ມພະລັງຂັບເຄື່ອນໃຫ້ແກ່ຕະຫຼາດການທ່ອງທ່ຽວຢູ່ພາກຕາເວັນຕົກສ່ຽງໃຕ້ຂອງຈີນຢ່າງແຂງແຮງ ແບບບໍ່ມີຫຍັງຕ້ອງສົງໄສເລີຍ, ອີງຕາມສະຖິຕິໂຕເລກຂໍ້ມູນທາງອິນເຕີເນັດສະແດງໃຫ້ເຫັນວ່າ: ພາຍຫຼັງໄດ້ປະຕິບັດນະໂຍບາຍດັ່ງກ່າວເປັນເວລາພຽງ 1 ຊົ່ວໂມງເທົ່ານັ້ນ, ຊາວເນັດຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໄດ້ຄົ້ນຫາສິບສອງພັ່ນນາຂອງຈີນເພີ່ມຂຶ້ນ 37%. ສ່ວນນັບແຕ່ຕົ້ນປີຫາວັນທີ 9 ກຸມພານີ້, ຈຳນວນໃບສັ່ງຈອງໄປທ່ຽວສິບສອງພັ່ນນາຂອງນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ໄດ້ເພີ່ມຂຶ້ນຫຼາຍກວ່າ 250%. ໃນມື້ຕໍ່ມາ, ຂະບວນລົດໄຟ D87 ຕາມທາງລົດໄຟລາວ-ຈີນກໍໄດ້ປະກົດມີຄະນະນັກທ່ອງທ່ຽວຈາກລາວ, ໄທ, ມາເລເຊຍແລະຫວຽດນາມຫຼາຍຂຶ້ນກວ່າເກົ່າ. ໂຕເລກຂໍ້ມູນແລະສະພາບຕົວຈິງດັ່ງກ່າວໄດ້ສະແດງໃຫ້ເຫັນຢ່າງຈະແຈ້ງວ່າ: ນະໂຍບາຍຍົກເວັ້ນວີຊາໄດ້ເຮັດໃຫ້ນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຕ້ອງການເດີນທາງເຂົ້າມາທ່ຽວຈີນຢ່າງກະຕືລືລົ້ນ.
ການເປີດນຳໃຊ້ທາງລົດໄຟລາວ-ຈີນ ໄດ້ອຳນວຍຄວາມສະດວກໃນດ້ານການຄົມມະນາຄົມໃຫ້ແກ່ການທ່ອງທ່ຽວຂ້າມຊາດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ເຊື່ອມຕໍ່ລາວແລະຈີນເທົ່ານັ້ນ, ຫາກຍັງໄດ້ເຊື່ອມຕໍ່ກັບເຄືອຂ່າຍຄົມມະນາຄົມຂອງໄທແລະຫວຽດນາມອີກດ້ວຍ. ປັດຈຸບັນ, ນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ສາມາດເຂົ້າມາທ່ຽວກິ່ງແຂວງສິບສອງພັ່ນນາໂດຍຜ່ານດ່ານທາງລົດໄຟບໍ່ຫານ-ບໍ່ເຕ່ນ ແບບຍົກເວັ້ນວີຊາຊຶ່ງໄດ້ປະຢັດຕົ້ນທຶນແລະເວລາໃນການທ່ອງທ່ຽວ. ການເປີດນຳໃຊ້ທາງລົດໄຟລາວ-ຈີນແລະການຍົກເວັ້ນວີຊາ ໄດ້ເຮັດໃຫ້ການທ່ອງທ່ຽວຂ້າມຊາດມີຄວາມສະດວກສະບາຍກວ່າເກົ່າ ຊຶ່ງໄດ້ດຶງດູດນັກທ່ອງທ່ຽວຈາກບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເລືອກເດີນທາງມາທ່ຽວຈີນຕາມເສັ້ນທາງລົດໄຟສາຍນີ້.
ເພື່ອບໍລິການນັກທ່ອງທ່ຽວຂ້າມຊາດໃຫ້ດີຂຶ້ນກວ່າເກົ່າ, ທາງລົດໄຟລາວ-ຈີນຍັງໄດ້ໃຫ້ການບໍລິການດ້ານພາສາແກ່ນັກທ່ອງທ່ຽວຕ່າງປະເທດ. ຂະນະດຽວກັນ, ໃນຖານະເປັນດ່ານທາງບົກສາທາລະນະສຸກສາກົນແຫ່ງທຳອິດ, ດ່ານທາງລົດໄຟບໍ່ຫານຂອງຈີນຍັງໄດ້ສ້າງຕັ້ງຈຸດກອບກູ້ຊ່ວຍເຫຼືອທາງການແພດສຸກເສີນໃນດ່ານ, ໄດ້ປະກອບຈັກກະຕຸ້ນຫົວໃຈ ຫຼື AED, ການຕິດຕາມແລະປ້ອງກັນຫົວໃຈແລະຫີບໃສ່ຢາປະຖົມພະຍາບານ ແລະອື່ນໆ,ສະຖານີລົດໄຟຍັງໄດ້ຕິດຕັ້ງຕູ້ ATM ຢູ່ໃນສະຖານທີ່ກວດຄົນເຂົ້າ-ອອກເມືອງເພື່ອອໍານວຍຄວາມສະດວກໃຫ້ແກ່ການກົດເງິນຂອງຜູ້ໂດຍສານ.
ໃນອະນາຄົດ, ຄຽງຄູ່ກັບຈີນໄດ້ປະຕິບັດນະໂຍບາຍທີ່ຄ້າຍຄືກັນນັບມື້ນັບຫຼາຍຂຶ້ນ, ການທ່ອງທ່ຽວລະຫວ່າງຈີນແລະບັນດາປະເທດອາຊຽນອາດຈະໄດ້ພົວພັນກັນແໜ້ນແຟ້ນຂຶ້ນຕື່ມອີກ. ໃນຂະນະດຽວກັນ, ການພັດທະນາຊັບພະຍາກອນທ່ອງທ່ຽວຕາມທາງລົດໄຟລາວ-ຈີນກໍຈະພົບໂອກາດໃໝ່ ຊຶ່ງຈະສ້າງພື້ນທີ່ທີ່ກວ້າງຂວາງກວ່າເກົ່າໃຫ້ແກ່ການຮ່ວມມືດ້ານການທ່ອງທ່ຽວຂ້າມຊາດລະຫວ່າງຈີນແລະບັນດາປະເທດອາຊຽນ.