VietJet ໄດ້ຮັບການສະເໜີຊື່ອີກຄັ້ງໜຶ່ງໃຫ້ເປັນຜູ້ຊະນະລາງວັນສາຍການບິນລາຄາປະຢັດພິເສດສຳລັບປີ 2025 ໂດຍລາງວັນນີ້ຖືເປັນລາງວັນສາຍການບິນທີ່ດີທີ່ສຸດຂອງໂລກຈາກ AirlineRatings.com, ເວັບໄຊຄວາມປອດໄພ ແລະ ການຈັດອັນດັບຜະລິດຕະພັນຂອງສາຍການບິນທີ່ໄດ້ຮັບການຍອມຮັບທົ່ວໂລກ.
  ໂດຍໃຫ້ກຽດແກ່ VietJet ດ້ວຍລາງວັນໃຫຍ່ລະດັບສາກົນຫຼາຍປີ, AirlineRatings ຍົກຍ້ອງສາຍການບິນ ແລະ ໃຫ້ນິຍາມຂອງຄວາມສາມາດໃນການຈັບຈ່າຍ, ໃນຂະນະດຽວກັນກໍຍັງຮັກສາຄຸນນະພາບ ແລະ ຄວາມເພິ່ງພໍໃຈຂອງລູກຄ້າ. ສາຍການບິນສືບຕໍ່ເສີມຂະຫຍາຍເຮືອບິນ A330 ແລະ A321 ຊຶ່ງເຮັດໃຫ້ການເດີນທາງເທິງອາກາດສາມາດເຂົ້າເຖິງທຸກຄົນ. VietJet ຍັງໄດ້ຮັບການຍອມຮັບໃນດ້ານຜະລິດຕະພັນສາຍການບິນລາຄາທີ່ປະຢັດ ທີ່ບຸກເບີກ ແລະ ປະຕິວັດໃນວົງການ ຊຶ່ງລວມມີການບໍລິການຊັ້ນທຸລະກິດທີ່ມອບປະສົບການຊັ້ນນຳໃຫ້ແກ່ຜູ້ໂດຍສານ.
    AirlineRatings ຍັງໄດ້ໃຫ້ຄະແນນແກ່ VietJet ລະດັບ 7 ດາວ, ເປັນສາຍການບິນທີ່ປອດໄພທີ່ສຸດໃນໂລກ ແລະ ໄດ້ຮັບການຍອມຮັບວ່າເປັນໜຶ່ງໃນ 10 ສາຍການບິນທີ່ປອດໄພທີ່ສຸດ ແລະ ລາຄາປະຢັດທີ່ສຸດໃນໂລກເປັນເວລາຫຼາຍປີ. ໃນປີ 2022, VietJet ຍັງໄດ້ຮັບນາມເປັນສາຍການບິນທີ່ຄຸ້ມຄ່າແຫ່ງປີໂດຍ AirlineRatings.
  VietJet ມີຄວາມພາກພູມໃຈໃນການມອບຄວາມສຸກ ແລະ ໃຫ້ລາຄາທີ່ສຸດປະຢັດຜ່ານເຮືອບິນລຳທີ່ທັນສະໄໝ ແລະ ປະຢັດນ້ຳມັນ, ພ້ອມທັງຮັບປະກັນການບໍລິການທີ່ດີເລີດໂດຍພະນັກງານຫ້ອງໂດຍສານທີ່ເປັນມືອາຊີບ. ປັດຈຸບັນນີ້, ສາຍການບິນດັ່ງກ່າວມີຖ້ຽວບິນໂດຍກົງຈາກນະຄອນຫຼວງວຽງຈັນ ສປປ ລາວ ໄປ ນະຄອນໂຮ່ຈິມິນ ແລະ ນະຄອນຫຼວງຮ່າໂນ້ຍ, ສອງນະຄອນທີ່ໃຫຍ່ທີ່ສຸດຂອງ ສສ ຫວຽດນາມ. 
   ລາງວັນສາຍການບິນທີ່ດີທີ່ສຸດຂອງໂລກໄດ້ຖືກຈັດໂດຍ AirlineRatings ຕັ້ງແຕ່ປີ 2013 ເພື່ອເປັນກຽດແກ່ສາຍການບິນທີ່ດີທີ່ສຸດຂອງກຸ່ມອຸດສາຫະກໍາການບິນ.      ໃນແຕ່ລະສາຍການບິນໄດ້ຮັບການປະເມີນຢ່າງລະອຽດໂດຍພິຈາລະນາໃນສິ່ງທີ່ສະໜອງໃຫ້ແກ່ຜູ້ໂດຍສານ. ນອກຈາກນີ້, ສາຍການບິນຊັ້ນນໍາອື່ນໆທີ່ໄດ້ຮັບການຍອມຮັບໃນປີນີ້ກໍມີສາຍການບິນ Korean Air, Qatar, Air New Zealand, Emirates, ແລະ Etihad.
ຂ່າວ: ຕຸໄລເພັດ