
ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງທີ່ຂຶ້ນກັບພະແນກກະສິກໍາ ແລະ ປ່າໄມ້ ປະຈໍາແຂວງຄໍາມ່ວນໃຫ້ຮູ້ວ່າ: ໃນລະດູການປູກເຂົ້ານາແຊງສົກປີ 2024-2025 ທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການປູກເຂົ້າທັງໝົດ 14,186 ເຮັກຕາ, ຄາດຄະເນຜົນຜະລິດ 78,896 ໂຕນ, ຄາດຄະເນແນວປູກ 1,135 ໂຕນ. ໃນນັ້ນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສະບຽງອາຫານ 4,696 ເຮັກຕາ, ຄາດຄະເນຜົນຜະລິດ 25,840 ໂຕນ, ເນື້ອທີ່ແຜນການປູກເຂົ້າເພື່ອເປັນສິນຄ້າ 9,490 ເຮັກຕາ, ຄາດຄະເນຜົນຜະລິດ 53,056 ໂຕນ. ມາຮອດປັດຈຸບັນ ຊາວນາໃນທົ່ວແຂວງໄດ້ຕົກກ້າ ໝົດແນວເຂົ້າປູກແລ້ວ 1,029 ໂຕນ ເທົ່າກັບ 90,70% ຂອງຈໍານວນແນວເຂົ້າປູກທັງໝົດ ແລະ ສາມາດປູກເຂົ້າໄດ້ແລ້ວ 11,664 ເຮັກຕາ ເທົ່າກັບ 82.22% ຂອງຈໍານວນເນື້ອທີ່ແຜນການທັງໝົດ. ໃນນັ້ນ,ນາຫວ່ານປະຕິບັດໄດ້ 5,570 ເຮັກຕາ ເທົ່າກັບ 39.26% ຂອງຈໍານວນເນື້ອທີ່ແຜນ ການທັງໝົດ ແລະ ນາດໍາປະຕິບັດໄດ້ 6,094 ເຮັກຕາ ເທົ່າກັບ 42.96% ຂອງຈໍານວນເນື້ອທີ່ແຜນການທັງໝົດ.
ສໍາລັບເມືອງທີ່ມີເນື້ອທີ່ປູກເຂົ້ານາແຊງ ຫຼາຍກວ່າໝູ່ພາຍໃນແຂວງປະກອບມີເມືອງໜອງບົກ, ເມືອງເຊບັ້ງໄຟ, ເມືອງຍົມມະລາດ, ເມືອງຫີນບູນ ແລະ ເມືອງມະຫາໄຊຕາມລໍາດັບ.
(ຂ່າວ-ພາບ: ແດງສະຫວັດ ແສນພານິດ)