ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ຂຶ້ນຊີ້ແຈງຫຼາຍຄໍາຖາມເຈາະຈີ້ມຂອງຄະນະປະຈໍາສະພາແຫ່ງຊາດ ກໍຄືຂອງບັນດາທ່ານສະມາຊິກສະພາແຫ່ງຊາດ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກນີ້ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ; ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ກໍໄດ້ຊີ້ແຈງຕໍ່ຄໍາຖາມທີ່ພວມເປັນບັນຫາທີ່ເຄັ່ງຮ້ອນ ແລະ ຮີບດ່ວນທີ່ສຸດ ທີ່ທົ່ວລະບົບການເມືອງ ໄດ້ພ້ອມກັນສຸມໃສ່ແກ້ໄຂ ພ້ອມທັງສະເໜີໃຫ້ທົ່ວສັງຄົມ ຊ່ວຍສະໜັບສະໜູນ ແລະ ໃຫ້ການຮ່ວມມືໃນການປະຕິບັດ.
ຄໍາຖາມທີ່ພວມເປັນບັນຫາທີ່ເຄັ່ງຮ້ອນ ແລະ ຮີບດ່ວນທີ່ສຸດນີ້, ແມ່ນ ເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນປັດຈຸບັນ ເປັນຕົ້ນ ອັດຕາເງິນເຟີ້, ການອ່ອນຄ່າຂອງເງິນກີບ, ການຜັນຜວນຂອງອັດຕາແລກປ່ຽນ, ການເພີ່ມສູງຂຶ້ນຂອງລາຄາສິນຄ້າ ແລະ ຄ່າຄອງຊີບ ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນ, ລັດຖະບານ ໄດ້ຈັດຕັ້ງປະຕິບັດມາດຕະການແກ້ໄຂທີ່ໄດ້ກໍານົດໃນມະຕິກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 100/ສພຊ, ລົງວັນທີ 18/7/2023 ຄືແນວໃດ? ໃນນີ້, ທ່ານ ນາຍົກໄດ້ກ່າວຊີ້ແຈງວ່າ: ກົມການເມືອງສູນກາງພັກ ໄດ້ອອກມະຕິຕົກລົງ ສະບັບເລກທີ 19/ກມສພ, ລົງວັນທີ 30/6/2023 ແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບແກ້ໄຂບັນຫາເຄັ່ງຮອນຂອງເສດຖະກິດ-ການເງິນ (ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ) ຊຶ່ງພາຍຫຼັງ ແຕ່ງຕັ້ງແລ້ວ ຄະນະດັ່ງກ່າວ, ກໍໄດ້ສຸມໃສ່ໃນການຄົ້ນຄວ້າບັນດາມາດຕະການແກ້ໄຂ ແລະ ກໍໄດ້ສະເໜີບັນດາມາດຕະການຈໍານວນໜຶ່ງຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ໃນກາງປີ 2023 ຜ່ານມານີ້ ແລະ ສະພາແຫ່ງຊາດ ກໍໄດ້ມີມະຕິສະບັບເລກທີ 100/ສພຊ ຮັບຮອງເອົາບັນດາມາດຕະການ ທີ່ກ່າວມານັ້ນ.
ອີງໃສ່ມະຕິຂອງສະພາແຫ່ງຊາດສະບັບດັ່ງກ່າວ, ລັດຖະບານໄດ້ຈັດຕັ້ງປະຕິບັດຫຼາຍມາດຕະການ ຄວບຄູ່ກັນໄປ, ຊຶ່ງໄດ້ມີໝາກຜົນສໍາເລັດພົ້ນເດັ່ນຈໍານວນໜຶ່ງ ດັ່ງນີ້: 1) ໄດ້ສຸມໃສ່ຄົ້ນຄວ້າ ແລະ ຊອກຫາແຫຼ່ງທຶນມາແກ້ໄຂໜີ້ສິນ ໂດຍສະເພາະໜີ້ສິນຕ່າງປະເທດ ຊຶ່ງສາມາດຊໍາລະໜີ້ສິນທີ່ຄົບກໍານົດໄດ້ທັນຕາມກໍານົດເວລາ, ເຮັດໃຫ້ປະເທດເຮົາ ບໍ່ຕົກເປັນປະເທດທີ່ບໍ່ສາມາດຊໍາລະໜີ້ສິນໄດ້; 2) ໄດ້ສຸມໃສ່ຄົ້ນຄວ້າມາດຕະການຄົບຊຸດໃນການຄຸ້ມຄອງເງິນຕາຕ່າງປະເທດ ໂດຍໄດ້ອອກ ຄໍາສັ່ງເລກທີ 10/ນຍ, ຊຶ່ງຜ່ານການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວ ກໍໄດ້ເຮັດໃຫ້ການຄຸ້ມຄອງເງິນຕາຕ່າງປະເທດ ຫັນເຂົ້າສູ່ລະບົບກວ່າເກົ່າ ຊຶ່ງໃນນັ້ນໄດ້ຫັນການແລກປ່ຽນເງິນຕາເຂົ້າສູ່ລະບົບທະນາຄານ ແລະ ຂະຫຍາຍຕາໜ່າງການບໍລິການ ຫຼາຍຮູບແບບຂອງທະນາຄານທຸລະກິດໄດ້ຫຼາຍຂຶ້ນ (ປັດຈຸບັນກໍພວມຂະຫຍາຍອອກຕື່ມເລື້ອຍໆ) ເພື່ອໃຫ້ຕອບສະໜອງຕາມຄວາມຕ້ອງການຂອງສັງຄົມ; ໄດ້ສຸມໃສ່ຄຸ້ມຄອງບັນດາບໍລິສັດນໍາເຂົ້າ-ສົ່ງອອກ ແຈ້ງລົງທະບຽນ ແລະ ຊໍາລະລາຍຮັບ-ລາຍຈ່າຍ ຈາກການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຜ່ານບັນຊີທະນາຄານທຸລະກິດທີ່ຕັ້ງຢູ່ ສປປ ລາວ ໄດ້ຫຼາຍຂຶ້ນ (ຈາກອັດຕາສ່ວນ 34% ໃນປີ 2022 ມາເປັນ 41,32% ໃນ 9 ເດືອນ ປີ 2023 ແລະ ຄາດວ່າໝົດປີ ຈະບັນລຸໄດ້ 50% ຕາມມະຕິກອງປະຊຸມສະພາແຫ່ງຊາດ ເທື່ອທີ 5 ໃນກາງປີ 2023 ຜ່ານມາ; ໄດ້ຕິດຕາມບັນດາເປົ້າໝາຍທີ່ປັ່ນປ່ວນ ແລະ ເກງກໍາໄລ ທີ່ຜິດກົດໝາຍຈາກການແລກປ່ຽນເງິນຕາ ດ້ວຍຮູບແບບຕ່າງໆຢ່າງໃກ້ຊິດ ແລະ ໄດ້ດໍາເນີນມາດຕະການລົງໂທດຕາມກົດໝາຍ ຕໍ່ຜູ້ກະທໍາຜິດໄດ້ຫຼາຍກໍລະນີສົມຄວນ; 3) ໄດ້ສຸມໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການທີ່ມີການເໜັງຕີງແຮງ ໂດຍສະເພາະສິນຄ້າປະເພດໝວດສະບຽງອາຫານ ເຊັ່ນ: ເຂົ້າ, ຊີ້ນ, ປາ ແລະ ໄຂ່ ໂດຍໄດ້ມີການແຊກແຊງລາຄາເຂົ້າ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈໍານວນໜຶ່ງ. ນອກນັ້ນ, ກໍໄດ້ຄຸ້ມຄອງໝວດສິນຄ້າ ທີ່ເປັນປັດໄຈການຜະລິດກະສິກໍາ (ຝຸ່ນ, ອາຫານສັດ, ແນວພັນ) ແລະ ມີບາງແຂວງ ໂດຍສະເພາະແຂວງໄຊຍະບູລີ ໄດ້ຈໍາກັດການນໍາເຂົ້າສິນຄ້າ ທີ່ເຮົາຜະລິດໄດ້ ແລະ ມີພຽງພໍຈໍານວນ 10 ກວ່າລາຍການ.
ນອກນີ້, ທ່ານນາຍົກຍັງຊີ້ແຈງວ່າ: ລັດຖະບານຍັງໄດ້ຄົ້ນຄວ້າມາດຕະການຕົວຈິງ ໃນການຈໍາກັດການນໍາເຂົ້າສິນຄ້າຟຸມເຟືອຍ ໂດຍໄດ້ສະເໜີຄະນະປະຈໍາສະພາແຫ່ງຊາດ ເພື່ອສະເໜີປະທານປະເທດ ປັບປຸງອາກອນຊົມໃຊ້ບາງປະເພດສິນຄ້າເພີ່ມຂຶ້ນ (ໃນລັດຖະບັນຍັດ 003/ປປທ) ຊຶ່ງເປັນການປະຢັດເງິນຕາຕ່າງປະເທດ. ພ້ອມກັນນັ້ນ, ກໍໄດ້ເພີ່ມການຄຸ້ມຄອງ ແລະ ສະກັດກັ້ນການລັກລອບນໍາເຂົ້າສິນຄ້າ ທີ່ບໍ່ຖືກຕ້ອງທຸກຮູບແບບ, ລວມທັງຄຸ້ມຄອງກວດກາການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ໃນດ່ານ ແລະ ນອກດ່ານ ເພື່ອແກ້ໄຂສະພາບການຄ້າຂາຍແບບເສລີ, ຊະຊາຍແບບ (ການຄ້ານອກລະບົບ) ຜ່ານມາ. ໄປຄຽງຄູ່ກັບການສົ່ງເສີມການສົ່ງອອກສິນຄ້າ ແລະ ປູກຈິດສໍານຶກ, ປຸກລະດົມສ້າງຂະບວນການໃຫ້ພົນລະເມືອງລາວເຮົານິຍົມ ແລະ ຫັນມານໍາໃຊ້ສິນຄ້າ ທີ່ຜະລິດຢູ່ພາຍໃນປະເທດເຮົາໃຫ້ຫຼາຍຂຶ້ນ ທັງເປັນການຈໍາກັດການ ນໍາເຂົ້າສິນຄ້າ ແລະ ຈໍາກັດການນໍາໃຊ້ເງິນຕາຕ່າງປະເທດໄປພ້ອມ.
ລັດຖະບານ, ຍັງໄດ້ອອກນະໂຍບາຍສົ່ງເສີມການຜະລິດພາຍໃນໃຫ້ແຂງແຮງ ເພື່ອທົດແທນການ ນໍາເຂົ້າສິນຄ້າຈາກຕ່າງປະເທດ ໂດຍໄດ້ອອກນະໂຍບາຍສິນເຊື່ອດອກເບ້ຍຜ່ອນຜັນ ແລະ ນະໂຍບາຍ ຖົມຂຸມດອກເບ້ຍ ສໍາລັບການຜະລິດກະສິກໍາເປັນສິນຄ້າ ແລະ ການປຸງແຕ່ງຜະລິດຕະພັນສໍາເລັດຮູບເພື່ອສົ່ງອອກ (ຕາມຂໍ້ຕົກລົງ 93/ນຍ, 14/7/2023); ໄດ້ຕົກລົງນະໂຍບາຍເພີ່ມຄ່າແຮງຂັ້ນຕໍ່າໃຫ້ແຮງງານ ໃນພາກທຸລະກິດ ຈາກ 1.300.000 ກີບ/ເດືອນ ຂຶ້ນເປັນ 1.600.000 ກີບ/ເດືອນ ແລະ ໄດ້ເພີ່ມເງິນອຸນ ໜູນຄ່າຄອງຊີບ 150.000 ກີບ/ຄົນ/ເດືອນ ເລີ່ມແຕ່ຕົ້ນປີ 2023 ເປັນຕົ້ນມາ; ໄດ້ເພີ່ມໃຫ້ພະນັກງານລັດຖະກອນ, ພະນັກງານບໍານານ, ຜູ້ເສຍອົງຄະ ທີ່ມີເງິນເດືອນ ຕໍ່າກວ່າ 1.700.000 ກີບ ແລະ ເພີ່ມເງິນອຸດໜູນ ອັດຕາກິນເຮືອນຄົວລວມໃຫ້ສອງກໍາລັງ ເລີ່ມປະຕິບັດງວດ 4 ປີ 2023 ເປັນຕົ້ນໄປ ໂດຍບໍ່ໄດ້ຄິດໄລ່ພັນທະອາກອນ ໃນສ່ວນທີ່ອຸດໜູນເພີ່ມ.
ສໍາລັບປີ 2024, ກໍຈະໄດ້ຄົ້ນຄ້ວາເພີ່ມອຸດໜູນ ຫຼື ເພີ່ມດັດຊະນີເງິນເດືອນຕື່ມອີກ ຕາມຄວາມອາດສາມາດຕົວຈິງຂອງງົບປະມານດັ່ງທີ່ໄດ້ສະເໜີ ຕໍ່ກອງປະຊຸມສະພາແຫ່ງຊາດໃນຄັ້ງນີ້ມາແລ້ວ. ນອກຈາກນັ້ນ, ຍັງໄດ້ຄົ້ນຄ້ວາປະຕິບັດນະໂຍບາຍເງິນເດືອນ ໃຫ້ແກ່ຄູອາສາສະໝັກ ຕາມຊັ້ນຂັ້ນເງິນເດືອນ ທີ່ລະດັບການສຶກສາຜູ້ກ່ຽວໄດ້ຮຽນມາ ແລະ ອຸດໜູນເງິນຊົ່ວໂມງສອນ ຄືກັນກັບລັດຖະກອນຄູທົ່ວໄປ (ຕາມມະຕິຕົກລົງ 09/ລບ,17/7/2023).
(ຂ່າວ-ພາບ: ສຸກສະຫວັນ)