ໂດຍ: ຕະວິນຍານ
ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມສະໄໝສາມັນເທື່ອທີ 6ຂອງສະພາແຫ່ງຊາດໃນວັນທີ31 ຕຸລາ2023ວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມໃນໄລຍະເຄິ່ງສະໄໝຜ່ານມາ (2021-2023) ເສດຖະກິດປະເທດພວກເຮົາສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍໃນລະດັບ 4,03%(ແຜນການ 5 ປີ: ສະເລ່ຍໃນລະດັບ 4%ຂຶ້ນໄປ), ໃນນີ້: ປີ 2021 ຂະຫຍາຍຕົວ 3,5%ແລະ ປີ 2022 ບັນລຸໄດ້ 4,4%ແລະ ປີ 2023 ຄາດວ່າຈະບັນລຸໄດ້ 4,2% (ແຜນການປີ 2023ແມ່ນ 4,5%). ເຖິງຢ່າງໃດກໍຕາມ ຍ້ອນການອ່ອນຄ່າຂອງເງິນກີບ, ລວມຍອດຜະລິດຕະພັນພາຍໃນ (GDP) ຕໍ່ຫົວຄົນ ມີທ່າອ່ຽງຫຼຸດລົງ ຄື: ປີ 2021 ປະຕິບັດໄດ້ 2.595 ໂດລາ, ປີ 2022 ປະຕິບັດໄດ້ 2.022 ໂດລາ ແລະ ປີ 2023 ຄາດວ່າຈະໄດ້ 1.824 ໂດລາ (ແຜນການປີ 2023 ແມ່ນ 1.625 ໂດລາ) ແລະ ແຜນການ 5 ປີ: 2.880 ໂດລາ; ລວມຍອດລາຍໄດ້ແຫ່ງຊາດ (GNI) ຕໍ່ ຫົວຄົນ ປີ 2021 ປະຕິບັດໄດ້ 2.452 ໂດລາ, ປີ 2022 ປະຕິບັດໄດ້ 1.901 ໂດລາ ແລະ ປີ 2023 ຄາດວ່າຈະບັນລຸໄດ້1.712 ໂດລາ (ແຜນການ ປີ 2023 ແມ່ນ: 1.534ໂດລາ ແລະ ແຜນການ 5 ປີ ແມ່ນ: 2.280 ໂດລາ). 
ການປະຕິບັດແຜນງົບປະມານແຫ່ງລັດ
ການຈັດເກັບລາຍຮັບງົບປະມານ:ໃນໄລຍະເຄິ່ງສະໄໝຜ່ານມາ, ລັດຖະບານໄດ້ສຸມໃສ່ປັບປຸງ ຂົງເຂດລາຮັບ-ລາຍຈ່າຍ ດ້ວຍການປັບປຸງກົງຈັກການຈັດຕັ້ງ, ການປັບປຸງໂຄງສ້າງລາຍຮັບ-ລາຍຈ່າຍ, ຕິດພັນກັບການສືບຕໍ່ຫັນເປັນທັນສະໄຫມໃນວຽກງານການເງິນ-ງົບປະມານດ້ວຍການປະກອບເຄື່ອງມື ແລະ ພັດທະນາລະບົບຄຸ້ມຄອງ ແລະ ບໍລິການ ເປັນທັນສະໄໝ ອັນໄດ້ເຮັດວຽກງານໃນຂົງເຂດນີ້ມີ ການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າ ແລະ ເຮັດໃຫ້ລັດຖະບານສາມາດເກັບລາຍຮັບໄດ້ເກີນແຜນໃນ 2 ປີ ຕິດຕໍ່ກັນ ແລະ ຄາດວ່າປີ 2023 ກໍຈະລື່ນແຜນການໜ້ອຍໜຶ່ງ. 
ການປະຕິບັດລາຍຈ່າຍງົບປະມານ:ລັດຖະບານ ໄດ້ສືບຕໍ່ປະຕິບັດລາຍຈ່າຍງົບປະມານບົນຈິດໃຈ ປະຢັດຕາມດໍາລັດ 205/ລບ, ວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ຮັບປະກັນການເບີກຈ່າຍ ທີ່ຈໍາເປັນໄດ້ຕາມປົກກະຕິ ເປັນຕົ້ນ: ເງິນເດືອນ, ເງິນນະໂຍບາຍ, ການຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ. ໃນປີງົບປະມານ 2021 ແລະ 2022 ສາມາດປະຢັດລາຍຈ່າຍຈໍານວນໜຶ່ງທີ່ບໍ່ຈໍາເປັນ ຊຶ່ງໄດ້ ເຮັດໃຫ້ມູນຄ່າການຂາດດຸນງົບປະມານມີທ່າອ່ຽງຫຼຸດລົງ. ສິ່ງສຳຄັນ ລັດຖະບານ ຍັງໄດ້ຕົກລົງເພີ່ມເງິນອຸນໜູນຄ່າຄອງຊີບໃຫ້ພະນັກງານລັດຖະກອນ, ພະນັກງານບໍານານ, ເສຍອົງຄະ ທີ່ມີເງິນເດືອນຕໍ່າກວ່າ 1.700.000 ກີບ ແລະ ເພີ່ມເງິນອຸດໜູນອັດຕາກິນເຮືອນຄົວລວມໃຫ້ສອງກຳລັງ ໂດຍເລີ່ມປະຕິບັດງວດ 4 ປີ 2023 ເປັນຕົ້ນໄປ. ນອກນັ້ນຍັງອອກມະຕິ 09/ລບ, ກ່ຽວກັບການປະຕິບັດເງິນນະໂຍບາຍໂມງສອນ ໃຫ້ຄູສັນຍາຈ້າງໃຫ້ໄດ້ຄືກັນກັບລັດຖະກອນຄູທົ່ວໄປ. 
ການປັບປຸງສະພາບແວດລ້ອມ ໃນການດໍາເນີນທຸລະກິດ ແລະ ການລົງທຶນ
ລັດຖະບານໄດ້ສືບຕໍ່ປັບປຸງກົນໄກອໍານວຍຄວາມສະດວກ ແລະ ສົ່ງເສີມການລົງທຶນ ພາຍຫຼັງມີການຍຸບກົນໄກຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂັ້ນສູນກາງ ແລະ ຂັ້ນແຂວງແລ້ວ, ລັດຖະບານ ກໍໄດ້ອອກລະບຽບ ແລະ ກົນໄກໃນການພິຈາລະນາການລົງທຶນໃໝ່ ໂດຍໄດ້ຕັດຂັ້ນຕອນ ແລະ ເອກະສານທີ່ບໍ່ຈໍາເປັນອອກ ເພື່ອເຮັດໃຫ້ການອະນຸຍາດລົງທຶນວ່ອງໄວ ແລະ ສະດວກຂຶ້ນ, ໄດ້ສຸມໃສ່ຊຸກຍູ້ ແລະ ຕິດຕາມການຈັດຕັ້ງປະຕິບັດບັນດາໂຄງການລົງທຶນທີ່ໄດ້ອະນຸມັດຜ່ານມາ ແລະ ໄດ້ໂຈະ ການອະນຸມັດໃໝ່ສໍາລັບໂຄງການບໍ່ແຮ່ ເພື່ອສຸມໃສ່ການກວດກາ,ປະເມີນຄືນຕົວຈິງຢ່າງຮອບດ້ານໃນການປະຕິບັດໂຄງການຕາມກົດໝາຍແລະລະບຽບການກໍານົດ ເປັນຕົ້ນບັນດາໂຄງການເຮັດທົດລອງ. ພ້ອມກັນນັ້ນ ກໍໄດ້ຊຸກຍູ້ ແລະ ກ້າວໄປເຖິງການນໍາໃຊ້ມາດຕະການໃຫ້ບັນດາໂຄງການລົງທຶນຕ່າງປະເທດ ເປີດບັນຊີຢູ່ທະນາຄານທຸລະກິດ ທີ່ຢູ່ພາຍໃນປະເທດ ແລະ ໃຫ້ໂອນເງິນເຂົ້າມາລົງທຶນຜ່ານບັນຊີທະນາຄານ; ໄດ້ສຸມໃສ່ກວດກາຄືນບັນຊີລາຍການວັດຖຸອຸປະກອນ, ພາຫະນະ, ກົນຈັກຕ່າງໆຂອງບັນດາໂຄງການລົງທຶນ, ອັນໃດພາຍໃນສາມາດສະໜອງໃຫ້ແລ້ວແມ່ນບໍ່ໃຫ້ນໍາເຂົ້າຈາກຕ່າງປະເທດ, ຖ້າຈະນໍາເຂົ້າກໍຕ້ອງໄດ້ເສຍພາສີຕາມກົດໝາຍ ແລະ ລະບຽບການ. ປັດຈຸບັນລັດຖະບານພວມສຸມໃສ່ປັບປຸງກົດໝາຍວ່າດ້ວຍການສົ່ງເສີມການລົງທຶນໃຫ້ຮັດກຸມ. 
ການປະຕິຮູບລັດວິສາຫະກິດ ແລະ ການລົງທຶນ
ລັດຖະບານ ໄດ້ອອກເປັນມະຕິໃນການແບ່ງຄວາມຮັບຜິດຊອບໃນການປັບປຸງລັດວິສາຫະກິດ ທັງໄດ້ກໍານົດບັນຊີລັດວິສາຫະກິດທີ່ຈະປັບປຸງຢ່າງລະອຽດ. ການປັບປຸງ ແມ່ນສຸມໃສ່ປັບປຸງປະສິດທິຜົນຂອງ ການບໍລິຫານ,ບໍລິການ,ການຄຸ້ມຄອງໂດຍໂຮມບັນດາພະແນກ ຫຼື ໜ່ວຍງານເຂົ້າກັນ. ພະແນກ ຫຼື ໜ່ວຍງານໃດທີ່ບໍ່ຈໍາເປັນກໍໄດ້ລົບລ້າງ, ປັບໂຄງສ້າງໜີ້ສິນຂອງລັດວິສາຫະກິດ ແລະ ປັບປຸງໂຄງສ້າງການຖືຮຸ້ນ ເພື່ອໃຫ້ການບໍລິຫານຈັດການ ເປັນມືອາຊີບ ແລະ ມີຄວາມໂປ່ງໃສ, ໃນນັ້ນ: ໄດ້ສຸມໃສ່ ປັບປຸງ 5 ຫົວໜ່ວຍວິສາຫະກິດທີ່ເປັນຍຸດທະສາດ (1)ລັດວິສາຫະກິດໄຟຟ້າລາວ, (2)ບໍລິສັດຜະລິດ-ໄຟຟ້າມະຫາຊົນ, (3)ລັດວິສາຫະກິດການບິນລາວ, (4)ລັດວິສາຫະກິດນໍ້າມັນເຊື້ອໄຟລາວ ແລະ (5)ລັດວິສາຫະກິດພັດທະນາກະສິກໍາ, ອຸດສາຫະກໍາ ແລະ ການບໍລິການ ຂາອອກ-ຂາເຂົ້າ. ນອກຈາກ 5 ຫົວ   ໜ່ວຍວິສາຫະກິດຍຸດທະສາດດັ່ງກ່າວແລ້ວກໍຍັງໄດ້ດໍາເນີນການປະຕິຮູບບັນດາລັດວິສາຫະກິດອື່ນອີກຈໍານວນໜຶ່ງ.
ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ
ລັດຖະບານໄດ້ສຸມໃສ່ຄຸ້ມຄອງລາຄາສິນຄ້າແລະຄ່າບໍລິການ ທີ່ມີຜົນກະທົບຕໍ່ການດໍາລົງຊິວິດປະຈໍາວັນ ເປັນຕົ້ນ: ເຂົ້າ, ຊີ້ນ, ປາ ແລະ ໄຂ່ ໂດຍໄດ້ມີນະໂຍບາຍທາງດ້ານການສະໜອງແຫຼ່ງທຶນອັດຕາດອກເບ້ຍຕໍ່າຜ່ານ ທທກ ແລະ ຖົມຂຸມອັດຕາດອກເບ້ຍ (ຕາມຂໍ້ຕົກລົງ 93/ນຍ) ໃຫ້ບັນດາຜູ້ປະກອບການ ທຸລະກິດໃນຂະແໜງການຜະລິດ ແລະ ບໍລິການທີ່ເປັນບຸລິມະສິດ ດຳເນີນການຜະລິດແລະສະໜອງ ສິນຄ້າລາຄາຖືກໃຫ້ພາຍໃນ ແລະ ໃນບາງໄລຍະ ທີ່ລາຄາສິນຄ້າໃນທ້ອງຕະຫຼາດເພີ່ມຂຶ້ນສູງ ລັດຖະບານ ກໍໄດ້ມີການແຊກແຊງລາຄາໂດຍສະເພາະໄດ້ແຊກແຊງລາຄາເຂົ້າ;ໄດ້ກຳນົດໂຄງສ້າງຕົ້ນທຶນລາຄາສິນຄ້າຈໍານວນໜຶ່ງ ເພື່ອເປັນບ່ອນອີງໃນການຄຸ້ມຄອງ ແລະ ກໍານົດລາຄາຂາຍສິນຄ້າເຫຼົ່ານັ້ນ ແລະ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາແບບບໍ່ສົມເຫດສົມຜົນ. 
ຜົນສໍາເລັດໃນ ຂົງເຂດວັດທະນະທໍາ-ສັງຄົມ (2021-2023)
ລັດຖະບານໄດ້ຊີ້ນໍາພາກສ່ວນກ່ຽວຂ້ອງປະຕິບັດຕາມ ດໍາລັດ 348/ລບ ໂດຍສຸມໃສ່ປະຕິບັດ 9 ຕົວຊີ້ວັດ ໃນການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນຜ່ານຈາກການປະຕິບັດຕົວຈິງເຫັນວ່າ: ມີ 5 ຕົວຊີ້ບອກມີຄວາມຄືບໜ້າດີ (1)ການສ້າງບ້ານພົ້ນທຸກ, (2)ສ້າງບ້ານພັດທະນາ, (3)ສ້າງບ້ານໃຫຍ່ຢູ່ຊົນນະບົດເປັນຕົວເມືອງ, (4)ການຈັດສັນພູມລໍາເນົາ ແລະ (5)ການສ້າງເມືອງເຂັ້ມແຂງຮອບດ້ານ; ມີ 1 ຕົວຊີ້ບອກມີຄວາມຊັກຊ້າເຊັ່ນ: ການສ້າງເມືອງພົ້ນທຸກ ແລະ ສ້າງເມືອງເຂັ້ມແຂງຮອບດ້ານ ແລະ ມີ 3 ຕົວຊີ້ບອກອາດບໍ່ສາມາດບັນລຸໄດ້ຕາມຄາດໝາຍທີ່ວາງໄວ້ຄື: (1)ການສ້າງໃຫ້ໄດ້ຄອບຄົວພົ້ນທຸກ,(2)ສ້າງຄອບຄົວພັດທະນາ ແລະ (3) ຂະຫຍາຍກອງທຶນພັດທະນາບ້ານ ຊຶ່ງຈະໄດ້ສືບຕໍ່ແກ້ໄຂໃນຕໍ່ໜ້າ. ສັງລວມແລ້ວມາຮອດປັດຈຸບັນທົ່ວປະເທດສາມາດພົ້ນທຸກແລ້ວ 976.644 ຄອບຄົວ(79,12%), 5.438 ບ້ານ (64,72%), 64 ເມືອງ(43,24%); ສາມາດພັດທະນາໄດ້ 779.119 ຄອບຄົວ(79,77%ໃນຄອບຄົວພົ້ນທຸກ),2.150ບ້ານ,ບ້ານໃຫຍ່ກາຍເປັນຕົວເມືອງຢູ່ຊົນບົດ25ບ້ານ, ເມືອງເຂັ້ມແຂງຮອບດ້ານ 6 ເມືອງ ແລະ ແຂວງເປັນຫົວໜ່ວຍຍຸດທະສາດໄດ້ 2 ແຂວງ ແລະ ນະຄອນຫຼວງວຽງຈັນ. 
ທິດທາງແຜນການທ້າຍສະໄໝຮອດ ປີ 2025 ແລະ ທິດທາງແຜນການປະຈໍາປີ 2024
ທິດທາງລວມ 
ແຕ່ນີ້ຮອດທ້າຍປີ 2025 ລັດຖະບານຈະໄດ້ສືບຕໍ່ຢຶດໝັ້ນ ແລະ ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ວຽກງານຈຸດສຸມທີ່ກໍານົດໄວ້ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິຂອງສະພາ ແຫ່ງຊາດ ວ່າດ້ວຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນ ເງິນຕາ 5 ປີ ຄັ້ງທີ IX (2021-2025) ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ບົນຈິດໃຈ ສືບຕໍ່ສ້າງການຫັນປ່ຽນໃໝ່ຢ່າງແຂງແຮງ,ເລິກເຊິ່ງ ແລະ ຮອບດ້ານ; ຮັບປະກັນໃຫ້ປະເທດຊາດສືບຕໍ່ມີຄວາມສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຢ່າງຕໍ່ເນື່ອງ, ມີຄຸນນະພາບ,ໝັ້ນທ່ຽງ ແລະ ຍືນຍົງຕາມທິດສາມາດກຸ້ມຕົນເອງ,ເພິ່ງຕົນເອງ,ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອສາມາດແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໄດ້ເປັນກ້າວໆ; ຍົກສູງສະຕິປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ການພົວພັນຮ່ວມມືກັບຕ່າງປະເທດ ນັບມື້ໄດ້ຮັບການພັດທະນາຕາມທິດເຊື່ອມໂຍງ, ເຊື່ອມຈອດກັບພາກພື້ນ ແລະ ສາກົນ ໃນເງື່ອນໄຂໃໝ່ ເພື່ອສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ແຕ່ນີ້ຮອດປີ 2025 ແລະ ກ້າວໄປສູ່ການສ້າງ ແລະ ປະຕິບັດແຜນການ 5 ປີ ຄັ້ງທີ X (2026-2030).