ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນຍາ

ພົບປະສອງຝ່າຍ ກະຊວງ ອຄ ສປປ ລາວ ແລະ ອົງການຊັບສິນທາງປັນຍາໂລກ

ພົບປະສອງຝ່າຍ ກະຊວງ ອຄ ສປປ ລາວ ແລະ ອົງການຊັບສິນທາງປັນຍາໂລກ
ເພື່ອຜັນຂະຫຍາຍວຽກງານການຮ່ວມມື ທາງດ້ານຊັບສິນທາງປັນຍາ ແລະ ການຮ່ວມມືໃນກອບອາຊຽນທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ສປປ ລາວ ພົບປະທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ (WIPO)


ພ້ອມດ້ວຍຄະນະ ໃນວັນທີ 17 ກັນຍາ ນີ້ ໃນໂອກາດທີ່ເດີນທາງມາປະຕິບັດໜ້າທີ່ ໃນ ສປປ ລາວ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ-ອົງການຊັບສິນທາງປັນຍາໂລກ (AEM – WIPO) ທີ່ຈັດຂຶ້ນຢູ່ໃນວະລະຂອງກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ທີ່ ສປປ ລາວ ເປັນເຈົ້າພາບ ລະຫວ່າງວັນທີ 15-22 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ,
ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຊົມເຊີຍ ແລະຍິນດີຕ້ອນຮັບທ່ານ ດາເຣັນຕັງພ້ອມດ້ວຍຄະນະ ທີ່ເດີນທາງມາ ສປປ ລາວ ເປັນຄັ້ງທີ 2 ໃນຮອບຫຼາຍປີ ເພື່ອພົບປະສອງຝ່າຍ ແລະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ-ອົງການຊັບສິນທາງປັນຍາໂລກ (AEM – WIPO) ໃນຄັ້ງນີ້,ພ້ອມສະແດງຄວາມຂອບໃຈມາຍັງ ອົງການຊັບສິນທາງປັນຍາໂລກ ທີ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອດ້ານເຕັກນິກ ແລະ ວິຊາການ ເປັນຕົ້ນການພັດທະນາລະບົບຖານຂໍ້ມູນຊັບສິນທາງປັນຍາ ເພື່ອຊ່ວຍໃນການຄຸ້ມຄອງ ແລະ ປົກປ້ອງຊັບສິນທາງປັນຍາ, ການພັດທະນາລະບົບການຈົດທະບຽນຊັບສິນທາງປັນຍາແບບອອນລາຍ, ການກະກຽມເຂົ້າເປັນພາຄີຂອງສົນທິສັນຍາສາກົນຕ່າງໆ ເຊັ່ນ: Madrid Protocol,Geneva Act on Lisbon agreement, PCT ລວມທັງການສ້າງຂີດຄວາມສາມາດບຸກຄະລາກອນເຊັ່ນ: ການຝຶກງານ, ຝຶກອົບຮົມ, ສໍາມະນາ, ທັດສະນະສຶກສາ ແລະ ອື່ນໆ; ການຊ່ວຍເຫຼືອໂຄງການປະເທດດ້ອຍພັດທະນາ ເພື່ອກຽມຄວາມພ້ອມໃຫ້ແກ່ ສປປ ລາວ ຫຼຸດພົ້ນອອກຈາກປະເທດດ້ອຍພັດທະນາເຊັ່ນ: ການປັບປຸງລະບົບຖານຂໍ້ມູນຊັບສິນທາງປັນຍາໃຫ້ທັນສະໄໝ ແລະ ວ່ອງໄວ, ການສ້າງວິດີໂອສາທິດຂັ້ນຕອນ ແລະ ລະບຽບການຈົດທະບຽນເຄື່ອງໝາຍການຄ້າ, ສິດທິບັດ, ແບບອຸດສາຫະກໍາ, ຊ່ວຍຜະລິດຕະພັນຖິ່ນກໍາເນີດ, ນອກຈາກນີ້ ຍັງຊ່ວຍເຫຼືອໃນການສ້າງຍີ່ຫໍ້, ອອກແບບສິ່ງຫຸ້ມຫໍ່ ໃຫ້ 10 ບໍລິສັດວິສາຫະກິດຂະໜາດນ້ອຍ ແລະ ກາງ ຢູ່ນະຄອນຫຼວງວຽງຈັນ, 22 ບໍລິສັດ ຢູ່ແຂວງຫຼວງພະບາງ ແລະ ກໍາລັງດໍາເນີນໂຄງການນັກປະດິດສ້າງໄວໜຸ່ມ ແລະ ໂຄງການແຂ່ງຂັນຕິກຕ໋ອກຕື່ມອີກ.
ທ່ານ ມະໄລທອງ ກົມມະສິດ ຍັງໄດ້ສະເໜີແລກປ່ຽນຫຼາຍບັນຫາທີ່ສຳຄັນເຊັ່ນ: ເພີ່ມທະວີການສ້າງນັກກວດສອບລາວສ້າງຂີດຄວາມສາມາດໃຫ້ແກ່ບຸກຄະລາກອນຂອງລາວ ໃຫ້ກາຍເປັນຜູ້ຊ່ຽວຊານທີ່ມີຄວາມຮູ້ ຄວາມສາມາດດ້ານການກວດສອບເຄື່ອງໝາຍການຄ້າ, ສິດທິບັດ, ອະນຸສິດທິບັດ, ແບບອຸດສາຫະກໍາ, ຖິ່ນກໍາເນີດ, ປົກປ້ອງພັນພືດ, ລິຂະສິດ, ແກ້ໄຂຂໍ້ຂັດແຍ່ງ, ອົງການລິຂະສິດແບບລວມໝູ່ ແລະ ສົ່ງເສີມອຸດສາຫະກໍາສ້າງສັນ ຊຶ່ງໃນໄລຍະທີ່ຜ່ານມາ ສ້າງໄດ້ 3 ຄົນ, ນອກຈາກນີ້ ສະເໜີໃຫ້ຊ່ວຍເຫຼືອໃນການກະກຽມຄວາມພ້ອມ ເພື່ອເຂົ້າເປັນພາຄີຂອງສົນທິສັນຍາສາກົນບັນດາຂົງເຂດຕ່າງໆ; ສືບຕໍ່ສະໜັບສະໜູນການສ້າງສູນສົ່ງເສີມເຕັກໂນໂລຊີ ແລະ ນະວັດຕະກໍາ ຊຶ່ງມີແຜນສ້າງໃນປີນີ້ 2 ແຫ່ງຄື: ຢູ່ມະຫາວິທະຍາໄລແຫ່ງຊາດ ແລະ ສະຖາບັນ ອຸດສາຫະກຳ ແລະ ການຄ້າ ແລະ ວຽກງານອື່ນທີ່ກ່ຽວຂ້ອງ.
(ຂ່າວ: ຍຸພິນທອງ-ພາບ: ແສງຈັນ)

ຄໍາເຫັນ

ຂ່າວການຮ່ວມມື

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ສ ອານບານີ

ເມື່ອບໍ່ດົນມານີ້ ທີ່ສຳນັກງານປະທານາທິບໍດີແຫ່ງ ສາທາລະນະລັດ ອານບານີ ນະຄອນຫຼວງທີຣານາ(Tirana) ປະເທດ ສາທາລະນະລັດອານບານີ (ສອານບານີ), ທ່ານ ຄໍາພອນ ວົງສັນຕິ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄດ້ຍື່ນສານຕາຕັ້ງຕໍ່ ພະນະທ່ານ Bajram Begaj ປະທານາທິບໍດີແຫ່ງ ສ ອານບານີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ສ ອານບານີ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງ ບູດາແປສ ປະເທດຮົງກາຣີ.
ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ຫົວໜ້າ ຄະນະພົວພັນຕ່າງປະເທດ ລາວ-ຈີນ ພົບປະ ແລະ ລົງນາມ ແຜນການຮ່ວມມືສອງພັກ

ໂດຍປະຕິບັດຕາມ ສັນຍາຮ່ວມມື ລະຫວ່າງ 2 ຄະນະພົວພັນຕ່າງປະເທດສູນກາງພັກ ລາວ-ຈີນ ສະບັບປີ 2023-2027, ໃນວັນທີ 13 ມັງກອນ ຜ່ານມາ ທີ່ ສໍານັກງານຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ໄດ້ພົບປະເຮັດວຽກກັບ ສະຫາຍ ຫຼິວ ຫາຍຊິງ ກຳມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ຜູ້ຕາງໜ້າພິເສດ ຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ມາ​ຊົມເຊີຍຜົນສໍາເລັດ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ປປ ລາວ.
ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ລາວ-ເຢຍລະມັນ ຮັດແໜ້ນການຮ່ວມມືໃນຂະແໜງອາຊີວະສຶກສາ

ຄະນະນຳ ກະຊວງສຶກສາທິການ ແລະ ກິລາ (ສສກ) ໄດ້ພົບປະຫາລື ກັບຄະນະຜູ້ແທນຈາກກະຊວງຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ປະເທດເຢຍລະມັນ ເພື່ອແລກປ່ຽນແນວທາງການຮ່ວມມືໃນຂະແໜງອາຊີວະສຶກສາ ໃນວັນທີ 12 ມັງກອນ ຜ່ານມາ ທີ່ກະຊວງ ສສກ.
ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດສະຫະລັດ ອາເມຣິກາ ເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 15 ມັງກອນນີ້ ທີ່ສະພາແຫ່ງຊາດ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ, ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ຕ້ອນຮັບຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ

ໃນວັນທີ 14 ມັງກອນ ນີ້ ທີ່ສໍານັກງານສູນກາງພັກ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ແມ້ງ ເກືອງ ກໍາມະການສູນກາງພັກ ຮອງເລຂາຄະນະພັກ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວເຮັດວຽກຢູ່ ສປປ ລາວ.
ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ທ່ານ ທອງສະຫວັນ ພົມວິຫານ ຕ້ອນຮັບເອກອັກຄະລັດຖະທູດ ສະຫະລັດ ອາເມຣິກາ

ໃນວັນທີ 14 ມັງກອນຜ່ານມານີ້ ທີ່ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ແຮັດເຕີ ວາເຣຍອາວາ (Heather VARIAVA) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສະຫະລັດ ອາເມຣິກາ ປະຈໍາ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກ ລາວ-ຈີນມອບເຄື່ອງນຸ່ງໃຫ້ເດັກນ້ອຍເຂດຊົນນະບົດ ສປປລາວ

ອາສາສະໝັກຈາກ ສປ ຈີນແລະອາສາສະໝັກ ສປປ ລາວໄດ້ຮ່ວມກັນນຳເອົາເສື້ອຜ້າ, ເຄື່ອງໃຊ້ໃນຊີວິດປະຈຳວັນແລະອຸປະກອນກິລາໄປມອບໃຫ້ເດັກນ້ອຍໃນເຂດຊົນນະບົດແຂວງວຽງຈັນແລະແຂວງຫຼວງພະບາງ.
ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ທູດລາວ ຍື່ນສານຕາຕັ້ງຕໍ່ ປະທານາທິບໍດີ ປອກຕຸຍການ

ໃນວັນທີ 12 ມັງກອນ 2026 ທີ່ ທຳນຽບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ນະຄອນຫຼວງລິດສະບອນ, ທ່ານ ກາລະມຸງຄຸນ ສຸພານຸວົງ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ມາເຊໂລ ຣີບີໂລ ເດີ ສຸຊາ (H.E. Marcelo Rebelo de Sousa) ປະທານາທິບໍດີ ແຫ່ງ ສາທາລະນະລັດ ປອກຕຸຍການ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ປອກຕຸຍການ ຊຶ່ງມີສຳນັກງານຕັ້ງຢູ່ ນະຄອນຫຼວງປາຣີ ປະເທດຝຣັ່ງ.
ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ລາວ ແລະ ຈີນ ​ວາງ​ແຜນ​ຜັງ​ການ​ພັດ​ທະ​ນາ​ແບບ​ຊ່ວຍ​ຊູ​ຍູ້​ໜູນ​ກັນ

ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ປະ​ຊາ​ຊົນ​​ປະ​ຕິ​ວັດລາວ ທີ່​ຈັດ​ຂຶ້ນ​ລະ​ຫວ່າງວັນ​ທີ 6-8 ມັງ​ກອນ ຜ່ານມາ ໄດ້​​ພິ​ຈາ​ລະ​ນາ ແລະ ຮັບ​ຮອງ​ເອົາ​ເອ​ກະ​ສານ​ສຳ​ຄັນ​ຕ່າງໆເຊັ່ນ: “ບົດ​ລາຍ​ງານ​ສະຫຼຸບ​ຕີ​ລາ​ຄາ​ການ​ປະ​ຕິ​ບັດ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 9 (ປີ 2021-2025)ແລະ ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັ​ງ​ຄົມ ​ແຫ່ງ​ຊາດ 5 ປີ​ ຄັ້ງ​ທີ 10 (ປີ 2026-2030)” ເປັນ​ຕົ້ນ. ເມື່ອ​ສົມທຽບ​ກັບ​ຂໍ້​ສະ​ເໜີກ່ຽວ​ກັບ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ແຫ່ງ​ຊາດ 5 ປີ​ຄັ້ງ​ທີ 15 ຂອງ​ຈີນ​ທີ່​ໄດ້​ຮັບ​ຮອງ​​ເອົາໃນ​ປີ​ຜ່ານ​ມາ, ເອ​ກະ​ສານ​ຂອງ​ສອງ​ປະ​ເທດ​ຖື​ເປັນ​ເອ​ກະ​ສານ​ທີ່​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ​ຕໍ່​ສອງ​ປະ​ເທດ ແລະ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ພຶດ​ຕິ​ກຳ​ຕົວ​ຈິງ​ໃນ​ການ​ສ້າງ​ຄູ່​ຮ່ວມ​ຊາ​ຕາ​ກຳ​ລາວ-ຈີນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ.
ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ສ້າງສາຍພົວພັນການທູດລະຫວ່າງ ລາວ ແລະ ຮາຊິມິດ ຊອກດານີ

ໃນວັນທີ 7 ມັງກອນ ຜ່ານມານີ້ຢູ່ສຳນັກງານຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈຳອົງການສະຫະປະຊາຊາດ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ຣາຊະອານາຈັກ ຮາຊິມິດ ຊອກດານີ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງຣາຊະອານາຈັກ ຣາຊິມິດ ຊອກດານີ ແມ່ນ ທ່ານ ວາລີດ ຄາລີດ ໂອເບດັດ (H.E. Mr. Walid Obeidat) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ, ຜູ້ຕາງໜ້າຖາວອນ ແຫ່ງ ຣາຊະອານາຈັກ ຮາຊິມິດ ຊອກດານີ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ເພີ່ມເຕີມ