ກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນລະຫວ່າງສານປະຊາຊົນ

ສານແຂວງສະຫວັນນະເຂດ-ກວາງຈິ ແລກປ່ຽນບົດຮຽນດ້ານຕ່າງໆຮ່ວມກັນ

ສານແຂວງສະຫວັນນະເຂດ-ກວາງຈິ ແລກປ່ຽນບົດຮຽນດ້ານຕ່າງໆຮ່ວມກັນ
ໃນວັນທີ 19 ພະຈິກຜ່ານມາ, ຢູ່ທີ່ຫ້ອງປະຊຸມສານປະຊາຊົນແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະແລກປ່ຽນບົດຮຽນຮ່ວມກັນລະຫວ່າງສານປະຊາຊົນແຂວງສະຫວັນນະເຂດ ສປປ ລາວ

 ແລະ ສານປະຊາຊົນແຂວງ ກວາງຈິ ສສ ຫວຽດນາມ, ຝ່າຍແຂວງສະຫວັນນະເຂດນໍາໂດຍ ທ່ານ ວົງວິໄລ ຈິດປະເສີດ ຮັກສາການປະທານສານປະຊາຊົນແຂວງ, ຝ່າຍແຂວງ ກວາງຈິ ນໍາໂດຍ ທ່ານ ເລຮົງ ກວາງ ຄະນະປະຈຳພັກແຂວງ ຜູ້ພິພາກສາຊັ້ນສູງ ປະທານສານປະຊາຊົນແຂວງ, ມີບັນດາພະນັກງານຈາກທັງ 2 ຝ່າຍເຂົ້າຮ່ວມ.

ໃນໂອກາດນີ້, ທ່ານ ວົງວິໄລ ຈິດປະເສີດ ໄດ້ລາຍງານ ສະພາບລວມການປະຕິບັດວຽກງານໂດຍສັງເຂບ ຮູ້ວ່າ: ຕະຫຼອດໄລຍະຂອງການປະຕິບັດບົດບັນທຶກ ຊ່ວຍຈໍາທີ່ສ້າງຂຶ້ນໃນປີ 2003 ນັ້ນກໍຖືວ່າເປັນໄລຍະ 21 ປີ ທີ່ສານປະຊາຊົນທັງ 2 ແຂວງໄດ້ຜັດປ່ຽນກັນໄປມາຄື: ສານປະຊາຊົນ ແຂວງກວາງຈິມາເຄື່ອນໄຫວ 16 ຄັ້ງ ລວມທັງຄັ້ງນີ້ ແລະ ສານປະຊາຊົນແຂວງສະຫວັນນະເຂດໄດ້ໄປເຄື່ອນໄຫວຢູ່ສານແຂວງກວາງຈິ 15 ຄັ້ງ. ຕະຫຼອດໄລຍະການພົບປະແລກປ່ຽນໃນແຕ່ລະຄັ້ງນັ້ນ ລ້ວນແຕ່ແມ່ນສາຍພົວພັນມິດຕະພາບ ພິເສດລະຫວ່າງ ສອງປະເທດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະລະຫວ່າງສານປະຊາຊົນ ສອງແຂວງ.

ໃນໄລຍະ 1 ປີຜ່ານມາ ສານປະຊາຊົນແຂວງສະຫວັນນະເຂດ ແລະ ສານປະຊາຊົນເຂດສາມາດພິຈາລະນາແກ້ໄຂຄະດີ ຄື: ສາມາດພິຈາລະນາແກ້ໄຂຄະດີທີ່ເຂົ້າມາຍັງສານຂັ້ນຕົ້ນໄດ້ 760 ເລື່ອງ, ເທົ່າ 75.17% ຂອງຄະດີທັງໝົດ 1,011 ເລື່ອງ. ໃນນັ້ນ, ມີການຂໍອຸທອນ 42 ເລື່ອງ, ເທົ່າກັບ 5.52% ຂອງຄະດີທີ່ແກ້ໄຂໄດ້ທັງໝົດ.

ຈາກນັ້ນ, ທ່ານ ເລຮົງກວາງ ກໍ່ໄດ້ກ່າວຂອບໃຈຕໍ່ທ່ານ ວົງວິໄລ ຈິດປະເສີດ ກໍຄືພະນັກງານ ທັງໝົດພາຍໃນສານປະຊາຊົນ ແຂວງສະຫວັນນະເຂດ ທີ່ໃຫ້ການ ຕ້ອນຮັບຢ່າງອົບອຸ່ນ ພ້ອມທັງ ກ່າວລາຍງານສະພາບຂອງການ ປະຕິບັດວຽກງານສານປະຊາຊົນ ພາຍໃນແຂວງກວາງ. ຈາກນັ້ນ, ທັງ 2 ຝ່າຍກໍໄດ້ ປຶກສາຫາລື ແລກປ່ຽນຄໍາຄິດເຫັນຮ່ວມກັນຢ່າງກົງໄປກົງມາ ເພື່ອປັບປຸງການປະສານວຽກ ງານ ຮ່ວມກັນໃຫ້ມີຄວາມສະດວກ ວ່ອງໄວ ແລະ ທັນເວລາ ພ້ອມທັງ ເປັນການປັບປຸງວຽກງານດ້ານວິຊາສະເພາະໃຫ້ມີຄວາມສອດຄ່ອງ ແລະ ເໝາະສົມກັບສະພາບຄວາມ ເປັນຈິງ.

(ແຫຼ່ງຂ່າວ: ແຂວງສະຫວັນນະເຂດ)

ຄໍາເຫັນ

ຂ່າວການຮ່ວມມື

ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ຮອງປະທານປະເທດ ຕ້ອນຮັບທູດມາເລເຊຍເຂົ້າຢ້ຽມຂໍ່ານັບອໍາລາ

ໃນວັນທີ 9 ກໍລະກົດນີ້ ທີ່ທໍານຽບປະທານປະເທດ, ທ່ານ ນາງ ວຽງທອງ ສີພັນດອນ ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ (Mr. Edi Irwan Bin Mahmu) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ຊຶ່ງທ່ານໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ.
ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ລາວ-ອົສຕຣາລີ ຮັດແໜ້ນການຮ່ວມມືສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ການພັດທະນາແບບຍືນຍົງ

ໃນວັນທີ 3 ກໍລະກົດ ຜ່ານມາ, ທ່ານ ນາງ ເມແກນ ຈອນສ ເອກອັກຄະລັດຖະທູດອົສຕຣາລີ ປະຈຳ ສປປ ລາວ ໄດ້ເຂົ້າຢ້ຽມພົບປະກັບ ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການເງິນ, ເພື່ອສະແດງຄວາມຊົມເຊີຍທີ່ທ່ານໄດ້ຖືກແຕ່ງຕັ້ງເປັນຮອງນາຍົກລັດຖະ ມົນຕີ ແລະ ໃຫ້ຄຳໝັ້ນສັນຍາວ່າອົສຕຣາລີຈະສືບຕໍ່ສະໜັບສະໜູນບຸລິມະສິດການພັດທະນາເສດຖະກິດຂອງ ສປປ ລາວ ພາຍໃຕ້ຂອບການຮ່ວມມືຮອບດ້ານລະຫວ່າງປະເທດອົສຕຣາລີ ແລະ ສປປ ລາວ.
ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ທູດລາວຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ແຫ່ງ ສາທາລະນະລັດ ອີຕາລີ

ໃນວັນທີ 6 ກໍລະກົດ ຜ່ານມານ ທີ່ນະຄອນຫຼວງໂຣມ ສ ອີຕາລີ, ທ່ານ ດາວວີ ວົງໄຊ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ພະນະທ່ານ ແຊຈິໂອ ມັດຕາເຣນລາ (H.E. Mr. Sergio Mattarella) ປະທານາທິບໍດີແຫ່ງສາທາລະນະລັດອີຕາລີ ເພື່ອດໍາລົງຕຳແໜ່ງເປັນ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາ ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ອິຕາລີ ຊຶ່ງມີສໍານັກງານຕັ້ງຢູ່ເຊີແນວ ປະເທດສະວິດ.
ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບອຳລາຂອງທ່ານ ອີດີ ອີວານ ບິນ ມາມຸດ

ທ່ານ ຄໍາພັນ ພົມມະທັດ ລັດຖະມົນຕີກະຊວງຍຸຕິທຳ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທີ່ໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ ໃນວັນທີ 8 ກໍລະກົດນີ້ ທີ່ກະຊວງຍຸຕິທຳ.
ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ຫົວໜ້າ​ ຄຕພ ຕ້ອນຮັບ​ການ​ເຂົ້າ​ຢ້ຽມອຳ​ລາຂອງ ທູດມາເລເຊຍ

ໃນ​ວັນ​ທີ 8 ກໍລະກົດນີ້ ທີ່ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ (ຄຕພ), ທ່ານ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວ​ໜ້​າຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ໄດ້​ຕ້ອນຮັບການ​ເຂົ້າ​ຢ້ຽມ​ອຳ​ລາ​ຂອງ ​ທ່ານ ອິດີ ອີວານ ບິນ ມາມຸດ ເອກອັກຄະລັດຖະທູດແຫ່ງ ມາເລເຊຍ ປະຈຳ ສປປ ລາວ ໃນໂອກາດສໍາເລັດການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ.
ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ລັດຖະບານປະດັບຫຼຽນກາມິດຕະພາບ ໃຫ້ແກ່ທູດມາເລເຊຍ

ໃນຕອນເຊົ້າຂອງວັນທີ 8 ກໍລະກົດນີ້ ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອຳລາຂອງທ່ານ ອິດີ ອີວານ ບິນ ມາມຸດ (Edi Irwan Bin Mahmud) ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ມາເລເຊຍ ປະຈໍາ ສປປ ລາວ ພ້ອມທັງໄດ້ຕາງໜ້າໃຫ້ລັດຖະບານແຫ່ງ ສປປ ລາວ ປະດັບຫຼຽນກາມິດຕະພາບໃຫ້ແກ່ທ່ານທູດ ເພື່ອເປັນການຍ້ອງຍໍຊົມເຊີຍ ແລະ ສັນລະເສີນ ຕໍ່ຜົນງານໃນການປະກອບສ່ວນອັນສໍາຄັນຂອງທ່ານທູດເຂົ້າໃນການເສີມຂະຫຍາຍສາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ມາເລເຊຍ ໃຫ້ມີບາດກ້າວຂະຫຍາຍຕົວ, ແຕກດອກອອກຜົນ ແລະ ເລິກເຊິ່ງຍິ່ງໆຂຶ້ນຕະຫຼອດໄລຍະການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.
ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ

ກອງປະຊຸມຖອດຖອນບົດຮຽນວຽກງານສື່ສານເພື່ອການປ່ຽນແປງພຶດຕິກຳ

ກອງປະຊຸມຖອດຖອນບົດຮຽນການຈັດຕັ້ງປະຕິບັດວຽກງານສື່ສານ ເພື່ອການປ່ຽນແປງພຶດຕິກຳ ແລະ ການມີສ່ວນຮ່ວມຂອງຊຸມຊົນໃນຂະບວນການຈັດຕັ້ງປະຕິບັດວັນສັກວັກຊິນກັນພະຍາດແຫ່ງຊາດ (ວສຊ) ໃຫ້ວັກຊິນກັນພະຍາດໂປລີໂອ 2025 -2026 ໄດ້ຈັດຂຶ້ນໃນວັນທີ 8 ມິຖຸນານີ້ ທີ່ໂຮງແຮມສຸພັດຕາ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມຂອງທ່ານ ວັນນະໄຊ ຊາດຕະກຸນ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ທ່ານ ບິລາລ ໂອແຮັງ ເຊັບ ດູຣານິ ຜູ້ຕາງໜ້າອົງການສະຫະປະຊາຊາດ ສຳລັບເດັກ ປະຈໍາ ສປປ ລາວ, ມີຜູ້ຕາງໜ້າ ສະຖາບັນ, ກົມ, ສູນ ອ້ອມຂ້ອງກະຊວງສາທາລະນະສຸກ, ສູນກາງຊາວໜຸ່ມ, ສູນກາງສະຫະພັນແມ່ຍິງລາວ, ສື່ມວນຊົນ, ໜ່ວຍງານສົ່ງເສີມສຸຂະພາບ ແລະ ສຸຂະສຶກສາ ຈາກພະແນກສາທາລະນະສຸກແຂວງຈາກທົ່ວປະເທດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ເຄືອຈັກກະພົບ ບາຮາມາສ

ການສ້າງສາຍພົວພັນການທູດລະຫວ່າງ ສປປ ລາວ ແລະ ເຄືອຈັກກະພົບ ບາຮາມາສ

ຫວ່າງບໍ່ດົນມານີ້ ທີ່ ນະຄອນນິວຢອກ ສະຫະລັດ ອາເມຣິກາ, ໄດ້ມີພິທີລົງນາມຖະແຫຼງການຮ່ວມ ວ່າດ້ວຍ ການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ເຄືອຈັກກະພົບ ບາຮາມາສ, ໂດຍຕາງໜ້າໃຫ້ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອົງການ ສປຊ ແລະ ຕາງໜ້າໃຫ້ລັດຖະບານ ແຫ່ງ ເຄືອຈັກກະພົບ ບາຮາມາສ ແມ່ນ ທ່ານ ສະແຕນ ໂອດູມາ ສະມິດຕ໌ (H.E. Mr. Stan Oduma Smith) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ຜູ້ຕາງໜ້າຖາວອນ ແຫ່ງ ເຄືອຈັກກະພົບ ບາຮາມາສ ປະຈໍາອົງການ ສປຊ ໄດ້ຮ່ວມລົງນາມໃນຖະແຫຼງການຮ່ວມຄັ້ງນີ້ ໂດຍການເຂົ້າຮ່ວມເປັນສັກຂີພິຍານໃນພິທີດັ່ງກ່າວຂອງບັນດານັກການທູດທັງສອງຝ່າຍ.
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພົບປະກັບ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມນູນິດກູບາ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ປປ ລາວ ພົບປະກັບ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມນູນິດກູບາ

ໃນວັນທີ 7 ກໍລະກົດນີ້, ສະຫາຍ ບຸນເຫຼືອ ພັນດານຸວົງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ ໄດ້ພົບປະຜ່ານຮູບແບບວີດີໂອທາງໄກ ກັບ ສະຫາຍ ເອມີລິໂອ ຣັດມິຣ ໂລຊາດາ ກາຣເຊຍ (Emilio Ratmir Lozada Garcia) ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດກູບາ.
ປະທານອົງການກວດສອບແຫ່ງລັດ ຕ້ອນຮັບທູດມາເລເຊຍ ເຂົ້າຢ້ຽມຂໍ່ານັບອໍາລາ

ປະທານອົງການກວດສອບແຫ່ງລັດ ຕ້ອນຮັບທູດມາເລເຊຍ ເຂົ້າຢ້ຽມຂໍ່ານັບອໍາລາ

ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສູນກາງພັກ ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ໃຫ້ການຕ້ອນຮັບການເຂົ້າຢ້ຽມຂໍ່ານັບອໍາລາ ຂອງທ່ານ ອີດີ ອີວານ ບິນ ມາມຸດ (Mr. Edi Irwan Bin Mahmu) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ມາເລເຊຍ ປະຈຳ ສປປ ລາວ ທີ່ທ່ານໄດ້ສຳເລັດການປະຕິບັດໜ້າທີ່ເປັນເອກອັກຄະລັດຖະທູດ ມາເລເຊຍ ປະຈຳ ສປປ ລາວ, ໃນວັນທີ 7 ກໍລະກົດນີ້ ທີ່ອົງການກວດສອບແຫ່ງລັດ.
ເພີ່ມເຕີມ