ສານປະຊາຊົນສູງສຸດປະກາດການຈັດຕັ້ງ...
ສານປະຊາຊົນສູງສຸດປະກາດການຈັດຕັ້ງ...

ສານປະຊາຊົນສູງສຸດປະກາດການຈັດຕັ້ງ...

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ອອມ ເຢິນຕຽງ ລັດຖະມົນຕີອາວຸໂສປະທານອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກກຳປູເຈຍພ້ອມຄະນະເຂົ້າຢ້ຽມຂໍ່ານັບໃນຕອນແລງທີ3 ກັນຍານີ້ ທີ່ສຳນັກງານນາຍົກລັດຖະມົນຕີ ໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກກັບອົງການກວດກາແຫ່ງລັດສປປ ລາວ.

ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບແລະຊົມເຊີຍຕໍ່ຄະນະຜູ້ແທນອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກ ກຳປູເຈຍ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມແລກປ່ຽນບົດຮຽນກັບອົງການກວດກາແຫ່ງລັດ ສປປ ລາວ ໃນຄັ້ງນີ້ເພື່ອເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ລະຫວ່າງ ປະຊາຊົນສອງຊາດລາວ-ກຳປູເຈຍ ກໍຄືເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ຂອງສອງປະເທດ ນັບມື້ສູງຂຶ້ນ ເວົ້າລວມ, ເວົ້າສະເພາະລະຫວ່າງສອງອົງການໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ,ທ່ານນາຍົກລັດຖະມົນຕີ ຍັງໄດ້ອວຍພອນໃຫ້ປະທານອົງການຕ້ານການສໍ້ລາດບັງຫຼວງ ແຫ່ງຣາຊະອານາຈັກກຳປູເຈຍ ພ້ອມຄະນະ ຈົ່ງມີສຸຂະພາບແຂງແຮງ,ປະສົບຜົນສຳເລັດໃນການຢ້ຽມຢາມ ສປປ ລາວ.

ສານປະຊາຊນສງສດປະກາດການຈດຕງ... - image 1
 New year

ທ່ານ ອອມ ເຢິນຕຽງ ຕາງໜ້າຄະນະຜູ້ແທນ ອົງການຕ້ານການສໍ້ລາດບັງຫຼວງແຫ່ງຣາຊະອານາຈັກກຳປູເຈຍ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງທ່ານນາຍົກລັດຖະມົນຕີ ໃນຄັ້ງນີ້ພ້ອມທັງແຈ້ງຈຸດປະສົງຂອງການຢ້ຽມຢາມ ສປປ ລາວໃຫ້ທ່່ານນາຍົກລັດຖະມົນຕີໄດ້ຮັບຊາບພ້ອມທັງຢຶນຢັນຈະສືບຕໍ່ພົວພັນຮ່ວມມືກັບອົງການກວດກແຫ່ງລັດ ສປປ ລາວ

ຂ່າວ-ພາບ:ຕູ່ນາ ເລົ່າຖາວອນ

ຄໍາເຫັນ

ຂ່າວເດັ່ນ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ປະທານປະເທດ ເນັ້ນໃຫ້ເຍົາວະຊົນທັນວາຝຶກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນຄົນຮູ້ ມີສະຕິປັນຍາ

ໃນວັນທີ 12 ພະຈິກ 2025 ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ໄດ້ພົບປະໂອ້ລົມຫຼານນ້ອຍເຍົາວະຊົນທັນວາທົ່ວປະເທດ ໃນໂອກາດທີ່ເຂົ້າຮ່ວມງານພົບປະຕັ້ງຄ້າຍເຍົາວະຊົນທັນວາທົ່ວປະເທດ ຄັ້ງທີ VI, ທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ
ເພີ່ມເຕີມ