ຊູແອດ ແນະນຳໄວໜຸ່ມ ຄວນໃຊ້ເວລາ ກັບໜ້າຈໍ ບໍ່ເກີນ 3 ຊົ່ວໂມງຕໍ່ວັນ
ອົງການສາທາລະນະສຸກຂອງຊູແອດ ອອກຄຳແນະນຳລ້າສຸດລະບຸວ່າ

ຊູແອດ ແນະນຳໄວໜຸ່ມ ຄວນໃຊ້ເວລາ ກັບໜ້າຈໍ ບໍ່ເກີນ 3 ຊົ່ວໂມງຕໍ່ວັນ

ຂ່າວຕ່າງປະເທດລາຍງານໃນວັນທີ 3 ກັນຍາຜ່ານມາ,ອົງການສາທາລະນະສຸກຂອງຊູແອດ ອອກຄຳແນະນຳລ້າສຸດລະບຸວ່າ: ເດັກນ້ອຍທີ່ມີອາຍຸຕໍ່າກວ່າສອງປີ

 

ບໍ່ຄວນໃຊ້ເວລາກັບໜ້າຈໍດີຈີຕອນໂດຍສິ້ນເຊີງ ຂະນະທີ່ໄວໜຸ່ມຄວນຈຳກັດເວລາການໃຊ້ໜ້າຈໍສູງສຸດບໍ່ເກີນສາມຊົ່ວໂມງຕໍ່ວັນ.

ໄລຍະເວລາການຢູ່ໜ້າຈໍທີ່ແນະນຳສຳລັບເດັກນ້ອຍອາຍຸ 2-5 ປີ ແມ່ນບໍ່ເກີນ 1 ຊົ່ວໂມງຕໍ່ວັນ, ເດັກອາຍຸ 6-12 ປີບໍ່ຄວນເກີນ 1-2 ຊົ່ວໂມງຕໍ່ວັນ ແລະ ໄວໜຸ່ມ ອາຍຸ 13-18 ປີບໍ່ຄວນເກີນ 2-3 ຊົ່ວໂມງຕໍ່ວັນ,ອີກທັງຄວນເກັບໂທລະສັບ ແລະແທັບເລັດ ໄວ້ນອກຫ້ອງນອນຂອງເດັກນ້ອຍໃນຕອນກາງຄືນອີກດ້ວຍ.

ທ່ານ ໂອລິເວຍ ວິກເຊລ ຮັກສາການຜູ້ອຳນວຍການອົງການສາທາລະນະສຸກຂອງຊູແອດ ກ່າວວ່າ: ຄຳແນະນຳດັ່ງກ່າວມີຈຸດປະສົງສະໜັບສະໜູນໃຫ້ຜູ້ປົກຄອງ ແລະ ຜູ້ເບິ່ງແຍງ ລວມເຖິງເດັກນ້ອຍ ແລະ ໄວໜຸ່ມ, ໂດຍເນັ້ນຢໍ້າວ່າການຫຼຸດເວລາໜ້າຈໍ ຖືເປັນສິ່ງຈຳເປັນທີ່ຈະຊ່ວຍຮັບຮອງວ່າເດັກນ້ອຍໄດ້ອອກກຳລັງກາຍ ແລະ ພັກຜ່ອນພຽງພໍ.

ທ່ານ ເຮເລນາ ຟຣີລິງດອຟ ແພດ ແລະ ນັກຄົ້ນຄວ້າ ປະຈຳການອົງການສາທາລະນະສຸກຊູແອດ ກ່າວວ່າ: ການຄົ້ນຄວ້າຂອງພວກເຂົາໄດ້ຊີ້ໃຫ້ເຫັນວ່າຄົນໄວໜຸ່ມສາວ ປະສົບກັບຜົນກະທົບທັງທາງບວກ ແລະ ທາງລົບ ຈາກສື່ດີຈີຕອນ ຊຶ່ງຫຼາຍຄົນກັງວົນຕໍ່ຜົນກະທົບຂອງໜ້າຈໍ ແລະ ກຳລັງລອງປັບປ່ຽນພຶດຕິກຳ, ແຜນການປະຕິບັດແບບໃໝ່ນີ້ຈຶ່ງມີເປົ້າໝາຍໃຫ້ຄວາມຊ່ວຍເຫຼືອຕາມທີ່ພວກເຂົາຕ້ອງການ.

ບົດລາຍງານສະບັບໜຶ່ງທີ່ພິມເຜີຍແຜ່ໃນຊູແອດ ເມື່ອເດືອນມິຖຸນາຜ່ານມາເນັ້ນໜັກເຖິງຜົນສະທ້ອນຈາກການໃຊ້ເວລາຢູ່ກັບໜ້າຈໍດົນເກີນໄປ ຊຶ່ງລວມເຖິງການນອນຫຼັບທີ່ບໍ່ມີຄຸນນະພາບ, ອາກາດຊຶມເສົ້າ ແລະ ຄວາມບໍ່ພໍໃຈໃນຮ່າງກາຍຂອງຕົນເອງ. ພ້ອມເຕືອນວ່າ: ເດັກນ້ອຍ ແລະ ໄວໜຸ່ມ ອາດໃສ່ໃຈແຕ່ເລື່ອງໃນໂລກດີຈີຕອນພຽງຢ່າງດຽວ ຊຶ່ງມັກສົ່ງຜົນກະທົບຕໍ່ການນອນຫຼັບ, ຄວາມສຳພັນ ແລະ ການເຄື່ອນໄຫວຂອງຮ່າວກາຍ.

ທາງດ້ານການອົງການສາທາລະນະສຸກຂອງຊູແອດໄດ້ສະເໜີໃຫ້ບໍລິສັດເຕັກໂນໂລຊີຕ່າງໆສະແດງຄວາມຮັບຜິດຊອບຫຼາຍຂຶ້ນ ໃນການຫຼຸດຜ່ອນຄວາມສ່ຽງດ້ານສຸຂະພາບໃນກຸ່ມເດັກນ້ອຍ ແລະ ໄວໜຸ່ມ.ຄຳແນະນຳດັ່ງກ່າວ ຍັງລະບຸເຖິງການໃຊ້ສື່ດີຈີຕອນໃນໄລຍະເວລາພັກຜ່ອນຊຶ່ງລວມເຖິງສື່ສັງຄົມອອນລາຍ, ວິດີໂອສະຕຣີມມິງ, ໂທລະພາບ, ວິດີໂອເກມ ແລະ ຮູບແບບການບັນເທີງດີຈີຕອນອື່ນໆ, ໂດຍການຮ່າງຄຳແນະນຳນີ້ອາໄສການປຶກສາຫາລືຮ່ວມກັບເດັກນ້ອຍ, ຜູ້ປົກຄອງ, ຜູ້ຊ່ຽວຊານ ແລະ ໜ່ວຍງານຈາກຊູແອດ ແລະ ນອກແວ ລວມເຖິງອົງການອະນາໄມໂລກ (WHO).

ຄໍາເຫັນ

ຂ່າວຕ່າງປະເທດ

ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ຍ້ອນຫຍັງໂລກຈຶ່ງຕ້ອງການຈິດໃຈການຮ່ວມມືແຫ່ງ “ບຣິກສໃຫຍ່”?

ກອງປະຊຸມພົບປະຄັ້ງທີ 17 ຂອງຜູ້ນຳປະເທດສະມາຊິກບຣິກສ ໄດ້ຈັດຂຶ້ນຢູ່ນະຄອນຣີໂອເດີຈາເນໂຣ ປະເທດບຣາຊິນ ໃນລະຫວ່າງວັນທີ 6-7 ກໍລະກົດ ຜ່ານມາ. ນີ້ເປັນກອງປະຊຸມຄົບຄະນະ “11+10” ຄັ້ງທຳອິດຂອງວົງຄະນາຍາດໃຫຍ່ບຣິກສຫຼັງຈາກອິນໂດເນເຊຍເຂົ້າເປັນສະມາຊິກບຣິກສໃນເດືອນມັງກອນ ແລະ ຫວຽດນາມ ເຂົ້າເປັນປະເທດຄູ່ຮ່ວມໃນເດືອນມິຖຸນາປີນີ້.
ເພີ່ມເຕີມ