ລັດຖະບານຍັງໄດ້ເນັ້ນໜັກເປັນພິເສດຕໍ່ການອະນຸລັກທີ່ຢູ່ອາໄສຂອງເສືອໃນແຫຼມມາເລເຊຍ ເພື່ອເສີມສ້າງການຄຸ້ມຄອງ ແລະ ການປົກປ້ອງ, ໂດຍສະເພາະໃນລັດປະຫັງ, ກລັນຕັນ ແລະ ຕຣັງການູ. ໂດຍປັດຈຸບັນ, ປະຊາກອນເສືອມາເລໄດ້ເພີ່ມຂຶ້ນເມື່ອທຽບກັບສະຖິຕິໃນປີ 2021 ຊຶ່ງໃນຂະນະນັ້ນມີຈໍານວນໜ້ອຍກວ່າ 150 ໂຕ.
ຢ່າງໃດກໍຕາມ, ເສືອມາເລ ຊຶ່ງເປັນສາຍພັນຍ່ອຍທີ່ມີຖິ່ນກຳເນີດຢູ່ໃນພາກພື້ນນີ້, ຍັງສືບຕໍ່ປະເຊີນກັບໄພຂົ່ມຂູ່ຈາກການຕັດໄມ້ທຳລາຍປ່າ ແລະ ການລ່າສັດ ຫຼື ການຄ້າສັດທີ່ຜິດກົດໝາຍ.
ຄໍາເຫັນ