ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 30 ກັນຍາ ຜ່ານມາ ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຕ້ອນຮັບຫົວໜ້າຄະນະຜູ້ແທນບັນດາປະເທດອາຊຽນ ທີ່ເຂົ້າຮ່ວມກອງປະຊຸມການນຳບັນດາອົງການປະຕິບັດກົດໝາຍ ອາຊຽນ ກ່ຽວກັບການຮ່ວມມືຕໍ່ສູ້, ຕ້ານອາຊະຍາກຳຫຼົບໜີ. ທ່ານນາຍົກລັດຖະມົນຕີຫວຽດນາມ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບເຂົ້າໃນການຮັກສາສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ; ມານະພະຍາຍາມເພື່ອພ້ອມກັບບັນດາປະເທດສະມາຊິກປັບປຸງຄວາມສາມັກຄີ, ເຄົາລົບກົດໝາຍ, ສົນທະນາ ແລະ ເສີມຂະຫຍາຍບົດບາດໃຈກາງຂອງ ອາຊຽນ ຢ່າງແທ້ຈິງ.
ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີວ່າ: ພວກເຮົາຈະສືບຕໍ່ເພີ່ມທະວີການລົງນາມໃນສັນຍາສອງຝ່າຍກ່ຽວກັບການສົ່ງຜູ້ຮ້າຍຂ້າມແດນ, ມອບ - ສົ່ງນັກໂທດທີ່ພວມປະຕິບັດຄຳຕັດສິນຈຳຄຸກລະຫວ່າງ ຫວຽດນາມ ແລະ ປະເທດສະມາຊິກ ອາຊຽນ. ຊຸກຍູ້ການສ້າງລະບຽບການໃຫ້ສັດຕະຍາບັນສັນຍາ ອາຊຽນ ໃຫ້ສຳເລັດໂດຍໄວ, ເພື່ອສ້າງຂອບນິຕິກຳສະດວກ ແລະ ເຂັ້ມແຂງກວ່າເກົ່າໃຫ້ແກ່ບັນດາປະເທດອາຊຽນໃນການຕໍ່ສູ້, ປ້ອງກັນ, ຕ້ານອາຊະຍາກຳປະເພດຕ່າງໆ, ພິເສດແມ່ນອາຊະຍາກຳຖືກໄລ່ຈັບ.
ຈຸດເດັ່ນຂອງກອງປະຊຸມຄັ້ງນີ້ແມ່ນບັນດາປະເທດໄດ້ເປັນເອກະພາບກ່ຽວກັບຫຼັກການຕໍ່ແຜນການປະຕິບັດການເຄື່ອນໄຫວລວມ ແລະ ຮັບຮອງເອົາຖະແຫຼງການຮ່ວມ.
ຄໍາເຫັນ