![]() |
ການຝຶກອົບຮົມຄັ້ງນີ້ມີຈຸດປະສົງເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ແກ່ພະນັກງານສ່ວຍສາອາກອນໃນການນຳໃຊ້ລະບົບ TaxRISເຂົ້າໃນການດຶງຂໍ້ມູນການແຈ້ງມອບ ອາກອນມູນຄ່າເພີ່ມ, ອັດຊ່ອງວ່າງໃນການແຈ້ງມອບ, ຮັບປະກັນຄວາມເປັນເອກະພາບ ຕະຫຼອດການອຳນວຍຄວາມສະດວກໃນການຄິດໄລ່ ແລະ ຈັດສັນງົບປະມານໃຫ້ມີປະສິດທິພາບສູງສຸດ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການນຳສະເໜີໃນຫຼາຍຫົວຂໍ້ທີ່ສຳຄັນ ໂດຍມີເນື້ອໃນສຳຄັນກ່ຽວກັບ ກົນໄກ ແລະ ກົດໝາຍ ອມພ, ການນຳໃຊ້ລະບົບ Input-Output ສໍາລັບການກວດກາໃນລະບົບ TaxRIS, ພ້ອມທັງແຜນການດຳເນີນງານການກວດກາ ອມພ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີຄໍາຖາມ ແລະ ແລກປ່ຽນຄຳຄິດຄຳເຫັນ ອີກດ້ວຍ.
ຂ່າວ-ພາບ: ຈັນທະວີສັກ

ຄໍາເຫັນ