ບົດລາຍງານລະບຸວ່າ: ຍີ່ປຸ່ນໄດ້ດໍາເນີນການສໍາຫຼວດສໍາມະໂນຄົວທຸກໆ 5 ປີ ນັບຕັ້ງແຕ່ປີ 1920 ແລະ ຈຳນວນປະຊາກອນໄດ້ຫຼຸດລົງຕິດຕໍ່ກັນໃນການສຳຫຼວດ 3 ຄັ້ງຫຼ້າສຸດ ນັບຕັ້ງແຕ່ການຫຼຸດລົງຄັ້ງທຳອິດໃນປີ 2015. ໂດຍໂຕເລກຈຳນວນປະຊາກອນທັງໝົດຫຼ້າສຸດແບ່ງເປັນເພດຊາຍປະມານ 59.77 ລ້ານຄົນ ແລະ ເພດຍິງ 63.2 ລ້ານຄົນ.
ສຳລັບຈຳນວນປະຊາກອນທີ່ມີອາຍຸ 65 ປີຂຶ້ນໄປ ໄດ້ກວມເອົາອັດຕາສູງສຸດແບບບໍ່ເຄີຍມີມາກ່ອນເຖິງ 29.4% ຂອງປະຊາກອນທັງໝົດຂອງຍີ່ປຸ່ນ ຊຶ່ງເນັ້ນໃຫ້ເຫັນເຖິງຄວາມກົດດັນດ້ານປະຊາກອນທີ່ຍີ່ປຸ່ນກຳລັງປະເຊີນຈາກສັງຄົມຜູ້ອາຍຸສູງຢ່າງໄວວາໃນປັດຈຸບັນ.
ທັງນີ້, ໂຕກຽວເປັນແຂວງດຽວໃນບັນດາ 47 ແຂວງຂອງຍີ່ປຸ່ນທີ່ມີຈຳນວນຂອງປະຊາກອນເພີ່ມຂຶ້ນ ນັບຕັ້ງແຕ່ການສຳຫຼວດສຳມະໂນຄົວຄັ້ງກ່ອນໃນປີ 2020, ໂດຍມີການເພີ່ມຂຶ້ນປະມານ 189,000 ຄົນ.
ຄໍາເຫັນ