![]() |
ການແຂ່ງຂັນຄັ້ງນີ້, ຈັດຂຶ້ນເພື່ອເປັນການຮັດແໜ້ນຄວາມສາມັກຄີ ແລະ ສ້າງບັນຍາກາດຟົດຟື້ນມ່ວນຊື່ນ ພ້ອມທັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 32 ປີ (7 ຕຸລາ 1994 - 7 ຕຸລາ 2026) ແລະ ຂໍ່ານັບຕ້ອນຮັບວັນສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 30 ປີ (5 ພະຈິກ 1996 - 5 ພະຈິກ 2026) ທີ່ກຳລັງຈະມາເຖິງ ໂດຍໄດ້ຮັບການສະໜັບສະໜູນຈາກບໍລິສັດ ຈິໂອເອັດ ຄວນເຊີເທິນ ຈຳກັດຜູ້ດຽວ ແລະ ບໍລິສັດ ສອນສັກສິດ ເອັສໂປຣເຣຊັນ ແອນ ມາຍນິງ ຄວນເຊີເທິນ ຈຳກັດຜູ້ດຽວ. ການແຂ່ງຂັນມິດຕະພາບ 4 ພາກສ່ວນໃນຄັ້ງນີ້ ປະກອບມີ ທີມຊາວໜຸ່ມຮາກຖານສຳນັກງານຜູ້ອຳນວຍ ການໃຫຍ່ ມຊ, ທີມຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ, ທີມບໍລິສັດ ຈິໂອເອັດ ຄວນເຊີເທິນ ຈຳກັດຜູ້ດຽວ ແລະ ທີມບໍລິສັດ ສອນສັກສິດ ເອັສໂປຣເຣຊັນ ແອນ ມາຍນິງ ຄວນເຊີເທິນ ຈຳກັດຜູ້ດຽວ.
![]() |
ກິດຈະກຳດັ່ງກ່າວໄດ້ດຳເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ເສີມສ້າງຄວາມສຳພັນອັນດີງາມລະຫວ່າງ ມຊ ແລະ ພາກທຸລະກິດເອກະຊົນ. ຜົນການແຂ່ງຂັນປະກົດວ່າ ຊະນະເລີດທີມຊາວໜຸ່ມຮາກຖານ ສຳນັກງານຜູ້ອຳນວຍການໃຫຍ່ ມຊ, ທີ 2 ທີມຊາວໜຸ່ມຮາກຖານ ຄະນະວິທະຍາສາດທຳມະຊາດ ແລະ ທີ 3 ຮ່ວມ ທີມບໍລິສັດ ຈິໂອເອັດ ຄວນເຊີເທິນ ຈຳກັດຜູ້ດຽວ ແລະ ທີມບໍລິສັດ ສອນສັກສິດ ເອັສໂປຣເຣຊັນ ແອນ ມາຍນິງ ຄວນເຊີເທິນ ຈຳກັດຜູ້ດຽວ.
ຂ່າວ-ພາບ: ສົງການ ພັນແພງດີ


ຄໍາເຫັນ