ດັດຊະນີຄວາມເຊື່ອໝັ້ນທາງທຸລະກິດໂດຍລວມ (CBSI) ໃນທຸກອຸດສາຫະກຳ ຢູ່ທີ່ 99.1 ໃນເດືອນກັນຍາ ຫຼຸດລົງ 0.5 ຈຸດ ຈາກເດືອນມິຖຸນາ. ໂດຍດັດຊະນີດັ່ງກ່າວອ່ອນແຮງລົງຫຼັງຈາກສູງສຸດຢູ່ທີ່ 102 ໃນເດືອນສິງຫາ ຊຶ່ງເປັນລະດັບສູງສຸດນັບຕັ້ງແຕ່ເດືອນກັນຍາ 2022 ຫຼັງຈາກການລະບາດຂອງພະຍາດໂຄວິດ-19.
ດັດຊະນີ CBSI ເປັນດັດຊະນີວັດແທກທັດສະນະຂອງບໍລິສັດກ່ຽວກັບສະພາບທຸລະກິດໂດຍລວມ. ໂດຍດັດຊະນີທີ່ຕໍ່າກວ່າ 100 ຊີ້ບອກວ່າບໍລິສັດຫຼາຍແຫ່ງມີທັດສະນະທາງລົບຫຼາຍກວ່າທັດສະນະທາງບວກ.
ທະນາຄານກາງ ສ ເກົາຫຼີ ລະບຸວ່າ: ຄວາມເຊື່ອໝັ້ນທາງທຸລະກິດໃນຂະແໜງການທີ່ບໍ່ແມ່ນການຜະລິດ ຊຶ່ງ ລວມທັງການຂົນສົ່ງ ແລະ ການພັກຜ່ອນ ດີຂຶ້ນ, ໃນຂະນະທີ່ຄວາມເຊື່ອໝັ້ນໃນຂະແໜງການຜະລິດຫຼຸດລົງ.
ສຳລັບຂະແໜງການຜະລິດ, ດັດຊະນີ CBSI ຢູ່ທີ່ 99.5 ໃນເດືອນກັນຍາ, ຫຼຸດລົງຈາກ 103.8 ໃນເດືອນມິຖຸນາ. ໃນຂະນະດຽວກັນ, ດັດຊະນີ CBSI ທີ່ບໍ່ແມ່ນການຜະລິດໄດ້ເພີ່ມຂຶ້ນເປັນ 98.9 ໃນເດືອນກັນຍາ ຈາກ 96.7 ໃນເດືອນມິຖຸນາ.
ສ່ວນດັດຊະນີຄວາມເຊື່ອໝັ້ນທາງທຸລະກິດໂດຍລວມສຳລັບເດືອນຕຸລາ ຍັງຄົງບໍ່ປ່ຽນແປງຢູ່ທີ່ 99.6.
ຄໍາເຫັນ