ກອງປະຊຸມປະຈຳປີ ຄັ້ງທີ 11 ຂອງຄະນະກຳມະການບໍລິຫານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ
ວິທະຍຸ, ໂທລະພາບສູນກາງຈີນ (CMG) ລາຍງານວ່າ: ໃນວັນທີ 28 ກັນຍາ ຜ່ານມາ, ກອງປະຊຸມປະຈຳປີຄັ້ງທີ 11 ຂອງຄະນະກຳມະການບໍລິຫານທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຫຼື AIIB ໄດ້ຈັດຂຶ້ນຢູ່ນະຄອນຫຼວງໂດຮາ ປະເທດກາຕາ. ສະມາຊິກຄະນະກຳມະການບໍລິຫານ, ເຈົ້າໜ້າທີ່ອາວຸໂສຂອງລັດຖະບານບັນດາປະເທດ, ຄູ່ຮ່ວມມື ແລະ ຜູ້ຕາງໜ້າອົງການຈັດຕັ້ງທີ່ກ່ຽວຂ້ອງໄດ້ຮ່ວມກັນປຶກສາຫາລືກ່ຽວກັບວາລະຕ່າງໆ ຊຶ່ງລວມທັງການພັດທະນາ ແລະ ການຮ່ວມມືດ້ານພື້ນຖານໂຄງລ່າງແບບຍືນຍົງ ແລະ ອື່ນໆ.
ທ່ານນາງ ໂຈ່ວເຈ່ຍຢີ ຜູ້ວ່າການທະນາຄານ AIIB ໄດ້ປະກອບຄຳເຫັນໃນພິທີເປີດກອງປະຊຸມວ່າ: ພາຍໃຕ້ສະພາບການທີ່ຄວາມບໍ່ແນ່ນອນໃນທົ່ວໂລກເພີ່ມຂຶ້ນ, ພື້ນຖານໂຄງລ່າງຍັງຄົງເປັນສິ່ງຄ້ຳປະກັນອັນສຳຄັນໃນການຊຸກຍູ້ການພັດທະນາ, ເພີ່ມທະວີຄວາມໝັ້ນໜຽວ ແລະ ສ້າງໂອກາດ. ທະນາຄານ AIIB ມີແຜນວ່າ, ຮອດປີ 2030 ຈະເພີ່ມການອະນຸມັດເງິນກູ້ປະຈຳປີຂຶ້ນໜຶ່ງເທົ່າເປັນປະມານ 20 ຕື້ໂດລາ, ໂດຍສຸມໃສ່ການສະໜັບສະໜູນໂຄງການພື້ນຖານໂຄງລ່າງໃນຂົງເຂດຕ່າງໆ ເຊັ່ນ: ພະລັງງານໝູນວຽນ, ການຫັນເປັນດີຈີຕອນ, ການເຊື່ອມໂຍງເຊື່ອມຈອດກັນໃນພາກພື້ນ, ການອະນຸລັກທຳມະຊາດ, ເສີມສ້າງຄວາມຜາສຸກໃຫ້ປະຊາຊົນ ແລະ ອື່ນໆ.
ຄໍາເຫັນ